ລາວ: ກຳນົດເອົາ 3 ສິງຫາ 2019 ເປັນວັນສອບເສັງເຂົ້າສຶກສາຢູ່ ມຊ
|
ອີງຕາມໜັງສືແຈ້ງການ ສະບັບເລກທີ 1735/ມຊ ນະຄອນຫຼວງວຽງຈັນ ລົງວັນທີ 3 ມິຖຸນາ 2019 ເລື່ອງການຈັດຕັ້ງປະຕິບັດການລົງທະບຽນເພື່ອຮັບສະໝັກສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ ມຊ ສົກສຶກສາ 2019-2020 ໂດຍການລົງທະບຽນສອບເສັງປີນີ້ ມຊ ຈະໄດ້ປະຕິບັດການສອບເສັງຄັດເລືອກເອົານັກຮຽນ ເພື່ອເຂົ້າສຶກສາຕໍ່ຢູ່ ມຊ ໂດຍໄດ້ກຳນົດວັນສອບເສັງ ວັນທີ 3 ສິງຫາ 2019 ເຊິ່ງເປີດລົງທະບຽນອອນລາຍ ເລີ່ມແຕ່ວັນທີ 1-30 ກໍລະກົດ 2019 ແລະ ນຳເອກະສານມາສະເໜີ ຮັບບັດອະນຸຍາດເຂົ້າຫ້ອງສອບເສັງຈາກການລົງອອນລາຍ ແຕ່ວັນທີ 8-30 ກໍລະກົດ 2019 ຢູ່ ມຊ (ສະໂມສອນໃຫຍ່) ກໍລະນີຜູ້ບໍ່ສາມາດລົງທະບຽນເອງໄດ້ ແລະ ບໍ່ເຂົ້າໃຈ ສາມາດລົງທະບຽນທາງອອນລາຍ ຢູ່ ມຊ ແຕ່ວັນທີ 8-30 ກໍລະກົດ 2019. ເພື່ອກວດສອບຄວາມຖືກຕ້ອງ ນັກສຶກສາສາມາດຕິດຕາມລາຍຊື່ ແລະ ສະຖານທີ່ສອບເສັງ ໃນວັນທີ 2 ສິງຫາ 2019 ໂດຍລາຍລະອຽດເພີ່ມເຕີມ ສາມາດເຂົ້າເບິ່ງໄດ້ທີ່ http://entrance.nuol.edu.la.
(ໄຊພອນ)