23:02 | 05/06/2019

ທ່ານນາຍົກລັດຖະມົນຕີ ໃຫ້ການຊີ້ນໍາໃນການພັດທະນາ ພະລັງງານ ແລະ ບໍ່ແຮ່

ທ່ານນາຍົກລັດຖະມົນຕີ ໃຫ້ການຊີ້ນໍາໃນການພັດທະນາ ພະລັງງານ ແລະ ບໍ່ແຮ່

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.(ພາບ:vientianemai.net)

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້ເນັ້ນໜັກວ່າ: ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ດ້ານ​ພະ­ລັງ­ງານ​ໄຟ­ຟ້າ ແລະ ບໍ່​ແຮ່ ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ອະ­ນຸ​ລັກ ແລະ ບູ­ລະ­ນະ​ສິ່ງ­ແວ­ດລ້ອມ​ໃຫ້​ມີ​ຄວາມ​ຍືນ​ຍົງ; ຕ້ອງ​ເພີ່ມ​ທະ­ວີ​ເອົາ­ໃຈ­ໃສ່​ຄຸ້ມ​ຄອງ​ການ​ກໍ່­ສ້າງ ໂຄງ­ການ​ຜະ­ລິດ​ພະລັງງານ​ໄຟ­ຟ້າ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ມາດ­ຕາ​ຖານ​ສາ­ກົນ; ການ​ຈັດການ​ນ້ຳ​ຢູ່​ແຕ່​ລະ​ເຂື່ອນ​ຜະ­ລິດ​ໄຟ­ຟ້າ​ໃນ​ທົ່ວ​ປະ­ເທດ ເພື່ອ​ຮັບ­ປະ­ກັນ​ໃຫ້​ເຂື່ອນ​ແຕ່​ລະ​ແຫ່ງ​ມີ​ຄວາມ​ໝັ້ນ­ຄົງ-ປອດ​ໄພ; ສາ­ມາດ​ຮອງ​ຮັບ​ສະ­ພາບ​ດິນ​ຟ້າ​ອາ­ກາດ ແລະ ໄພ­ພິ­ບັດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໄດ້​ທຸກ​ເວ­ລາ ໃຫ້​ຮີບ​ຮ້ອນ​ປັບ­ປຸງ​ໂຄງ​ສ້າງ​ລາ­ຄາ​ໄຟ­ຟ້າ ແລະ ການ​ປະ­ຕິ­ບັດ​ຕາມ​ລາ­ຄາ​ໃໝ່ ສຳ­ລັບ​ພາກ​ທີ່­ຢູ່​ອາ­ໄສ​ໄປ​ພ້ອມ​ກັບ​ການ​ປັບ­ປຸງ​ລາ­ຄາ​ໄຟ­ຟ້າ ຕໍ່​ພາກ​ອຸດ­ສາ­ຫະກຳ​ການ​ປຸງ​ແຕ່ງ ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ ແລະ ອື່ນໆ ໃຫ້​ສອດ­ຄ່ອງ​ກັບ​ຕົ້ນ​ທຶນ​ຜະ­ລິດ​ຂອງ​ໄຟ­ຟ້າ​ລາວ ເພື່ອ​ບໍ່​ໃຫ້​ໄຟ­ຟ້າ​ລາວ​ຂາຍ​ໃນ​ລາ­ຄາ​ທີ່​ຫຼຸບ​ທຶນ​ຫຼາຍ​ເກີນ​ໄປ; ສືບ­ຕໍ່​ປັບ­ປຸງ​ຂອດ​ໃຫ້­ການ​ບໍ­ລິ­ການ ແລະ ຫຼຸດ­ຜ່ອນ​ຂັ້ນ​ຕອນ​ໃຫ້​ສັ້ນ​ລົງ ເພື່ອ​ຮັບ­ປະ­ກັນ​ຄວາມ​ວ່ອງ­ໄວ ແລະ ຄຸນ​ນະ​ພາບ​ຂອງ​ການ​ບໍ­ລິ­ການ​ຕາມ​ຄຳ​ສັ່ງ 02/ນຍ ເພື່ອ​ປັບ­ປຸງ​ຕົວ​ຊີ້​ວັດ​ການ​ດຳ­ເນີນ​ທຸ­ລະ​ກິດ​ໃຫ້​ດີ​ຂຶ້ນ; ໃຫ້​ສືບ­ຕໍ່​ປັບ­ປຸງ​ການ​ກຳ­ນົດ​ແຜນ​ພັດ­ທະ­ນາ​ວຽກ​ງານ​ພະ­ລັງງານ ໃຫ້​ສອດ­ຄ່ອງ​ກັບ​ເງື່ອນ­ໄຂ​ສະ­ພາບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ ແລະ ຄວາມ​ສາ­ມາດ​ຕົວ​ຈິງ; ສືບ­ຕໍ່​ຂຸດ​ຄົ້ນ​ທ່າ­ແຮງ​ບົ່ມ​ຊ້ອນ​ການ​ນຳ​ໃຊ້​ພະ­ລັງ­ງານ​ທົດ​ແທນ ເຊິ່ງ​ເປັນ​ພະ­ລັງ­ງານ​ໄຟ­ຟ້າ​ທີ່​ສະ­ອາດ ເປັນ​ມິດ​ຕໍ່​ສິ່ງ­ແວ­ດລ້ອມ ແລະ ມີ​ຜົນ​ກະ­ທົບ​ໜ້ອຍ​ສຸດ​ຕໍ່​ປະ­ຊາ­ຊົນ; ​ຄົ້ນ­ຄວ້າ​ຫຼຸດ​ຕົ້ນ​ທຶນ​ໃຫ້​ຖືກ​ລົງ ເອົາ­ໃຈ­ໃສ່​ກວດ­ກາ ແລະ ຕິດ­ຕາມ​ບັນ­ດາ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ​ຢ່າງ​ຕໍ່​ເນື່ອງ ເພື່ອ​ເພີ່ມ​ລາຍ​ຮັບ ແລະ ຫຼຸດ­ຜ່ອນ​ລາຍ​ຈ່າຍ ໂດຍ​ສະ­ເພາະ ຕ້ອງ​ໄດ້​ລົງ​ເລິກ​ວິ­ເຄາະ​ວິ­ໄຈ​ບັນ­ຫາ ແລະ ສາ­ເຫດ​ທີ່​ພາ­ໃຫ້​ການ­ເຄື່ອນ­ໄຫວ​ດຳ­ເນີນ​ທຸ­ລະ​ກິດ​ຂອງ​ລັດ​ວິ​ສາ​ຫະ​ກິດ ແລະ ບໍ­ລິ­ສັດ​ບໍ່​ມີ​ປະ​ສິດ­ທິ​ຜົນ​ທາງ​ດ້ານ​ເສດ­ຖະ­ກິດ ພ້ອມ​ນີ້ ກໍ​ຕ້ອງ​ໄດ້​ປັບ­ປຸງ​ຮອບ­ດ້ານ​ໃຫ້​ແທດ­ເໝາະ​ກັບ​ສະ­ພາບ​ຕົວ​ຈິງ ...

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-1222.html

In bài biết