ມູນຄ່າການນໍາເຂົ້າ-ສົ່ງອອກ ປະຈໍາເດືອນມີນາ 2019 ປະຕິບັດໄດ້ 800 ລ້ານກວ່າໂດລາສະຫະລັດ
|
ສິນຄ້າສົ່ງອອກຫັຼກ ຂອງລາວ ແມ່ນ ແຮ່ທາດ.
ສິນຄ້າສົ່ງອອກຫລັກຂອງ ລາວ ປະຈໍາເດືອນມີນາ 2019 ປະກອບມີ ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັ້ນໄຍເຊລລູ ອື່ນໆ, ມັນຕົ້ນ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ), ຄຳປະສົມ, ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ໝາກກ້ວຍ, ເຄື່ອງໄຟຟ້າ ແລະ ອຸ ປະກອນເຄື່ອງໃຊ້ໄຟຟ້າ, ໜາກໄມ້ ແລະ ໜາກໄມ້ເປືອກແຂງ ທີ່ບໍລິໂພກໄດ້. ສ່ວນສິນຄ້ານໍາເຂົ້າຫລັກ ປະກອບມີ ນ້ຳມັນກາຊວນ, ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ສາຍໄຟຟ້າ, ເຄເບີ້ລ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ເຫລັກເສັ້ນ ແລະ ເຫລັກຮູບປະພັນຕ່າງໆ, ຊິ້ິ້ນສ່ວນອາໄຫລ່ລົດ.
ສປປ ລາວ ໄດ້ສົ່ງສິນຄ້າໄປຍັງ ຈີນ, ໄທ, ຫວຽດນາມ, ອິນເດຍ, ຍີ່ປຸ່ນ, ເຢຍລະມັນ, ຈີນຮົງກົງ, ສ.ອາເມລິກາ, ສະວີເດນ ແລະ ສະວິດເຊີແລນ. ພ້ອມນັ້ນ, ຍັງໄດ້ນໍາເຂົ້າສິນຄ້າຈາກ ປະ ເທດໄທ, ຈີນ, ຫວຽດນາມ, ຍີ່ປຸ່ນ, ສ.ເກົາຫລີ, ອິນໂດເນເຊຍ, ຈີນຮົງກົງ, ເຢຍລະມັນ, ອິນເດຍ ແລະ ສ.ອາເມລິກາ.
(ແຫຼ່ງຂໍ້ມູນ: ກະຊວງອຸດສາຫະກຳ ແລະ ການຄ້າ)