12:45 | 21/11/2021

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ເກິ່ນ​ເທີ

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ເກິ່ນ​ເທີ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກິ່ນເທີ

ຕອນບ່າຍວັນທີ 19 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ສະມາຊິກສະພາແຫ່ງຊາດ ຂຶ້ນກັບຄະນະສະມາຊິກສະພາແຫ່ງຊາດແຂວງເກິ່ນເທີ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ນະຄອນເກິນເທີ ເພື່ອປະກາດໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ XV. ການພົບປະກັບຜູ້ມີສິດເລືອກຕັ້ງໄດ້ຈັດຂຶ້ນຕາມຮູບແບບທາງໄກ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງນະຄອນເກິ່ນເທີຮັບຊາບກ່ຽວກັບສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກ ແລະ ພາຍໃນປະເທດ. ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຕອບກຸ່ມບັນຫາຢ່າງລະອຽດຕອບສະໜອງຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ, ລວມມີບັນຫາດິນເຊາະເຈື່ອນຢູ່ເຂດແຄມແມ່ນ້ຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ການອອກໃບອະນຸຍາດສົ່ງອອກເຂົ້າສານ, ນະໂຍບາຍການປະກັນຊີວິດສັງຄົມ.

Link: https://huunghivietlao.thoidai.com.vn/detail-article-12047.html

In bài biết