15:08 | 20/05/2019

ກຳມະບານລາວ ຫວນຄືນມູນເຊື້ອ ວັນກຳມະກອນ ແລະ ວັນສ້າງຕັ້ງຊາວຫນຸ່ມ

ກຳມະບານລາວ ຫວນຄືນມູນເຊື້ອ ວັນກຳມະກອນ ແລະ ວັນສ້າງຕັ້ງຊາວຫນຸ່ມ

ກຳມະບານລາວ ຫວນຄືນມູນເຊື້ອ ວັນກຳມະກອນ ແລະ ວັນສ້າງຕັ້ງຊາວຫນຸ່ມ. (ພາບ: ຂປລ)

ໂດຍການ ເປັນປະທານ ຂອງທ່ານ ປ້ານ ນ້ອຍມະນີ ກຳມະການ ສູນກາງພັກ, ປະທານ ສູນກາງ ສະຫະພັນ ກຳມະບານລາວ, ມີບັນດາ ຄະນະບໍລິ ຫານງານ ສະຫະພັນ ກຳມະບານ ສະພາແຫ່ງຊາດ, ຫົວຫນ້າ ພະແນກພັກ-ອົງການ ຈັດຕັ້ງມະຫາຊົນ, ຫົວຫນ້າ ຂະບວນການ ສູນກາງ ຊາວຫນຸ່ມ ປະຊາຊົນ ປະຕິວັດລາວ ແລະ ບັນດາສະມາ ຊິກກຳມະບານ ເຂົ້າຮ່ວມ.

ທ່ານ ປ້ານ ນ້ອຍມະນີ ໄດ້ກ່າວວ່າ: ການປະຖະກະຖາ ເນື່ອງໃນໂອກາດວັນສຳຄັນ ຄັ້ງນີ້ ກໍເພື່ອເປັນການພັນຂະຫຍາຍເນື້ອໃນ 5 ເປັນເຈົ້າ ຂອງສະຫະພັນກຳມະບານສະພາແຫ່ງຊາດ ແລະ ທັງເປັນການ ເລົ່າມູນເຊື້ອ ຄວາມເປັນມາ ຂອງວັນກຳມະກອນ ສາກົນ ໃຫ້ສະມາຊິກ ກຳມະບານ ໄດ້ຮັບຮູ້ຢ່າງເລິກ ເຊິ່ງ ທັງມີການ ເຜີຍແຜ່ ຢ່າງກວ້າງຂວາງ ທົ່ວເຖິງທຸກເປົ້າຫມາຍ ໂດຍສະເພາະ ມູນເຊື້ອ ແລະ ວິລະກຳ ອັນລໍ້າເລີດ ຂອງຜູ້ນຳ, ນັກຮົບປະຕິວັດຂອງກອງພັນທີ 2, ພ້ອມທັງ ສຶກສາອົບຮົມ ໃຫ້ສະມາຊິກພັກ-ພະນັກ ງານ, ລັດຖະກອນ ຂອງສະພາແຫ່ງຊາດໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ກ່ຽວກັບ ມູນເຊື້ອວັນກຳມະກອນສາ ກົນ ແລະ ວັນສ້າງຕັ້ງຊາວຫນຸ່ມ ປະຊາຊົນ ປະຕິວັດລາວ.

ທັງນີ້ ເພື່ອເຮັດໃຫ້ ການເຄື່ອນໄຫວ ປະຕິບັດວຽກງານ ໃຫ້ຖືກຕ້ອງສອດຄ່ອງ ກັບພາລະບົດບາດ ການຊີ້ນຳ-ນຳພາ ຂອງອົງການຈັດຕັ້ງ ມະຫາຊົນ ສະພາແຫ່ງຊາດ, ພ້ອມທັງ ສະຫລຸບຕີລາຄາ ການຈັດຕັ້ງ ປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນ ກຳມະບານ ສະພາແຫ່ງຊາດ ປະຈຳປີ 2018 ແລະ ສືບ ຕໍ່ຈັດຕັ້ງ ປະຕິບັດ ຂໍ້ແຂ່ງຂັນ ດັ່ງກ່າວໃນປີ 2019.

(ແຫຼ່ງ​ຂໍ້​ມູນ​: ຂປລ)

Link: https://huunghivietlao.thoidai.com.vn/detail-article-1199.html

In bài biết