ລາວ: ໂຈະອອກໃບອະນຸຍາດຕັ້ງຮ້ານແລກປ່ຽນເງິນຕາ
|
ພາບປະກອບ
ກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກແຈ້ງການສະບັບເລກທີ 804/ກນງ ລົງວັນທີ 22 ສິງຫາ 2017 ກ່ຽວກັບການໂຈະຊົ່ວຄາວການຮັບເອກະສານຄຳຮ້ອງ ແລະ ການອອກໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາໃນທົ່ວປະເທດ ນັບແຕ່ເດືອນສິງຫາ 2017 ເປັນຕົ້ນມາ ເພື່ອທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຂໍ້ຕົກລົງວ່າດ້ວຍການດຳເນີນທຸລະກິດແລກປ່ຽນເງິນຕາໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມລະບຽບການກຳນົດ ຜ່ານການຈັດຕັ້ງປະຕິບັດແຈ້ງການດັ່ງກ່າວ ແມ່ນໄດ້ຮັບຜົນດີສົມຄວນ ແຕ່ຂະນະດຽວກັນນີ້ກໍຍັງມີນັກທຸລະກິດ ແລະ ຜູ້ສົນໃຈທີ່ປະສົງດຳເນີນທຸລະກິດແລກປ່ຽນເງິນຕາຈຳນວນໜຶ່ງ ບໍ່ທັນຊາບ ແລະ ເຂົ້າໃຈແຈ້ງຕໍ່ແຈ້ງການດັ່ງກ່າວ.
ເພື່ອເຮັດໃຫ້ບຸກຄົນ ແລະ ນິຕິບຸກຄົນທີ່ມີຈຸດປະສົງການດຳເນີນທຸລະກິດແລກປ່ຽນເງິນຕາ ໄດ້ຮັບຊາບຢ່າງທົ່ວເຖິງ ກົມນະໂຍບາຍເງິນຕາ ທຫລ ໄດ້ສືບຕໍ່ແຈ້ງໂຈະການອອກໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາໃນທົ່ວປະເທດຕື່ມອີກ ໂດຍໄດ້ອອກແຈ້ງການ ເລກທີ 571/ກນງ ລົງວັນທີ 10 ພຶດສະພາ 2019 ເຊິ່ງລະບຸວ່າ: ທຫລ ຈະສືບຕໍ່ໂຈະການຮັບເອກະສານຄຳຮ້ອງ ແລະ ການອອກໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາໃນຂອບເຂດທົ່ວປະເທດ ຈົນກວ່າຈະມີແຈ້ງການສະບັບໃໝ່ປ່ຽນແທນ ເພື່ອທົບທວນການຈັດຕັ້ງປະຕິບັດລະບຽບຂອງບັນດາຮ້ານແລກປ່ຽນເງິນຕາທີ່ໄດ້ຮັບອະນຸຍາດ ແລະ ຕິດຕາມການແລກປ່ຽນເງິນຕາທີ່ບໍ່ໄດ້ຮັບການອະນຸຍາດຈາກ ທຫລ ພ້ອມທັງປັບປຸງນິຕິກຳກ່ຽວຂ້ອງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການຄຸ້ມຄອງຮ້ານແລກປ່ຽນເງິນຕາມີປະສິດທິຜົນ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ.
ຈຶ່ງຮຽກຮ້ອງມາຍັງບັນດາຜູ້ປະກອບການດຳເນີນທຸລະກິດແລກປ່ຽນເງິນຕາທົ່ວປະເທດ ພ້ອມກັນປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຂໍ້ຕົກລົງວ່າດ້ວຍການດຳເນີນທຸລະກິດແລກປ່ຽນເງິນຕາ ແລະ ນິຕິກຳລຸ່ມກົດໝາຍທີ່ຕິດພັນກັບທຸລະກິດແລກປ່ຽນເງິນຕາຢ່າງເຂັ້ມງວດ ສຳລັບຜູ້ສົນໃຈທີ່ປະສົງຈະດຳເນີນທຸລະກິດແລກປ່ຽນເງິນຕາກໍໃຫ້ຕິດຕາມແຈ້ງການອະນຸຍາດສ້າງຕັ້ງຮ້ານແລກປ່ຽນເງິນຕາຈາກກົມນະໂຍບາຍເງິນຕາໃນຕໍ່ໜ້າ.
(ແຫຼ່ງຂໍ້ມູນ: vientianemai.net)