15:54 | 21/05/2019

5 ແຂວງພາກໃຕ້ ຂອງລາວ ລະວັງ ຊິ້ນສ່ວນຍານຕົກລົງມາຈາກອາວະກາດ

ສະນັ້ນ, ເພື່ອຄວາມປອດໄພ ແລະ ທັງເປັນແຈ້ງເຕືອນປະຊາຊົນ ບໍ່ໃຫ້ມີຄວາມແຕກຕື່ນ ຫຼື ຕົກໃຈ ເມື່ອເກີດມີຊິ້ນສ່ວນບາງຢ່າງຕົກຈາກຟ້າລົງມາພາຍໃນບໍລິເວນບ້ານ ຫຼື ເມືອງ ທີ່ຕົນເອງຢູ່. ຫ້ອງການກະຊວງໂຍທາທິການທິການ ແລະ ຂົນສົ່ງ ຈຶ່ງໄດ້ອອກແຈ້ງການ ເຖິງຫົວໜ້າຫ້ອງວ່າການປົກຄອງ 5 ແຂວງ ທາງພາກໃຕ້ ເລື່ອງ ການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ. ເຊິ່ງໃນແຈ້ງການລະບຸວ່າ: ຫ້ອງການຂ່າວສານການບິນຂອງ ສປ ຈີນ ໄດ້ແຈ້ງວ່າ ຈະມີກິດຈະການ ການບິນອາວະກາດ ໃນວັນທີ 23 ພຶດສະພາ 2019 ກົງກັບເວລາທ້ອງຖິນ 05:57 ໂມງ ຫາ 06:13 ໂມງ.

ເຊິ່ງອາດຈະມີຊິ້ນສ່ວນໃນການເຮັດກິດຈະການດັ່ງກ່າວຕົກລົງບໍລິເວນ ແຂວງຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະສະຫວັນນະເຂດ ຕາມຈຸດພິກັດດັ່ງລຸ່ມນີ້:

- 15”09”39”N – 105”52”44”E
- 15”01”57”N – 106”36”40”E
- 13”49”55”N – 106”23”14”E
- 13”57”36”N – 105”39”31”E

ສະນັ້ນ, ຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈຶ່ງແຈ້ງມາຍັງບັນດາແຂວງທີ່ກ່າວມາຂ້າງເທິງ ຈົ່ງໄດ້ລະມັດລະວັງກັບເຫດການທີ່ອາດເກີດຂຶ້ນຈາກເຫດການດັ່ງກ່າວ.

5 ແຂວງພາກໃຕ້ ຂອງລາວ ລະວັງ ຊິ້ນສ່ວນຍານຕົກລົງມາຈາກອາວະກາດ

ແຈ້ງການດ່ວນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-1195.html

In bài biết