ມອບ-ຮັບ ວຽກງານອາຫານທ່ຽງໃຫ້ລັດຖະບານລາວ
ດັ່ງນັ້ນ ຢູ່ແຂວງອຸດົມໄຊ ເຊິ່ງມອບອາຫານທ່ຽງໂດຍທ່ານ ເດວິດ ເບສເລ ຜູ້ອຳນວຍການໃຫຍ່ອົງການອາຫານໂລກ (WFP) ແລະ ຮັບໂດຍທ່ານ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ມີທ່ານ ຈອສ໌ ກາເຊຍໂນ ດາຊີວາ ຜູ້ອຳນວຍການໃຫຍ່ອົງການອາຫານ ແລະ ກະສິກຳ (FAO) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
![]() |
ທ່ານ ເດວິດ ເບສເລ ຜູ້ອຳນວຍການໃຫຍ່ອົງການອາຫານໂລກ (WFP) ມອບອາຫານທ່ຽງໃຫ້ຊາວອຸດົມໄຊ. ພາບ: vientianemai
ທ່ານ ຄຳຜາຍ ສີສະຫວັນ ກ່າວວ່າ: ອົງການ WFP ໄດ້ສະໜອງອາຫານທ່ຽງໃຫ້ນັກຮຽນຫຼາຍກວ່າ 40.000 ຄາບ ແຕ່ປີ 2002 ເປັນຕົ້ນມາ ເຊິ່ງໄດ້ສະໜັບສະໜູນອາຫານທ່ຽງທີ່ມີໂພຊະນາການໃຫ້ນັກຮຽນ ເນື່ອງຈາກສ່ວນຫຼາຍ ນັກຮຽນບໍ່ໄດ້ຮັບອາຫານທີ່ມີໂພຊະນາການຢ່າງພຽງພໍ ໃນເວລາມາເຂົ້າຮຽນ ແລະ ຕໍ່ມາອົງການ WFP ໄດ້ຂະຫຍາຍການຈັດຕັ້ງປະຕິບັດວຽກງານອາຫານທ່ຽງໃນໂຮງຮຽນຫຼາຍຂຶ້ນ ເຊິ່ງກວມເອົານັກຮຽນຫຼາຍກວ່າ 140.000 ຄົນ ໃນ 1.450 ໂຮງຮຽນທົ່ວປະເທດ ຜ່ານການວິໄຈຜົນໄດ້ຮັບຈາກການລົງທຶນໃສ່ວຽກງານອາຫານທ່ຽງ ໃນໂຮງຮຽນປີ 2018 ຊີ້ໃຫ້ເຫັນວ່າ ການລົງທຶນໃສ່ວຽກງານອາຫານທ່ຽງໃນໂຮງຮຽນພຽງ 1 ໂດລາສະຫະລັດ ຈະໄດ້ຮັບຜົນກຳໄລຄືນ 6 ໂດລາສະຫະລັດ ເຊິ່ງ 10 ປີຜ່ານມາ ວຽກງານອາຫານທ່ຽງໃນໂຮງຮຽນ ໄດ້ເພີ່ມອັດຕາການເຂົ້າໂຮງຮຽນ 14% ແລະ ເຮັດໃຫ້ນັກຮຽນສືບຕໍ່ຮຽນດົນຂຶ້ນ ກວ່ານັກຮຽນທີ່ບໍ່ໄດ້ຮັບອາຫານທ່ຽງໃນໂຮງຮຽນ 1 ປີ.
ທ່ານ ເດວິດ ເບສເລ ກ່າວວ່າ: WFP ມີແຜນຈະມອບວຽກງານອາຫານທ່ຽງໃນໂຮງຮຽນຂອງລັດໃຫ້ສຳເລັດໃນປີ 2021 ແລະ ເລີ່ມແຕ່ເດືອນກັນຍາປີ 2019 ເປັນຕົ້ນໄປ WFP ຈະຮ່ວມກັບລັດຖະບານລາວ ສະໜອງງົບປະມານໃຫ້ 800 ໂຮງຮຽນ ລວມທັງໂຮງຮຽນທີ່ອົງການ WFP ໄດ້ມອບ-ຮັບໃນຄັ້ງນີ້ 515 ແຫ່ງ ພ້ອມນີ້ ຍັງຈະໄດ້ສືບຕໍ່ສ້າງຄວາມສາມາດ ແລະ ການເປັນເຈົ້າການໃຫ້ລັດຖະບານ ເພື່ອການພັດທະນາແບບຍືນຍົງ ເຊິ່ງປະກອບມີການຕໍ່ນ້ຳເຂົ້າໂຮງຮຽນ ວຽກງານພື້ນຖານດ້ານສຸຂະອະນາໄມ ແລະ ສຸຂາພິບານຂອງໂຮງຮຽນ ສວນຄົວຂອງໂຮງຮຽນ ສວນຄົວເຮືອນຮົ່ມຂອງຊຸມຊົນ ໜອງປາ ແລະ ອື່ນໆ.
(ແຫຼ່ງຂໍ້ມູນ: vientianemai.net)