13:14 | 16/05/2019

ນາຍົກລັດຖະມົນຕີ ລາວ ຕ້ອນຮັບປະທານອົງການຮ່ວມມືສາກົນ ສ.ເກົາຫຼີ

ນາຍົກລັດຖະມົນຕີ ລາວ ຕ້ອນຮັບປະທານອົງການຮ່ວມມືສາກົນ ສ.ເກົາຫຼີ

ທ່ານ ທອງລຸນ ສີສຸລິດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານນາງ ລີ ມິ ຢຸງ .(ພາບ: pasaxon.org.la)

ໃນໂອກາດພົບປະໂອ້ລົມ ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ນາງ ລີ ມິ ຢຸງ ທີ່ໄດ້ເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວຢ່າງເປັນທາງການ, ຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສາທາລະນະລັດເກົາຫຼີ ທີ່ມີມາແຕ່ດົນນານແລ້ວໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ, ເວົ້າລວມເວົ້າສະເພາະເຖິງລັດຖະບານ ແລະ ປະຊາຊົນເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໂດຍຜ່ານໂຄງການແກ້ໄຂໄພພິບັດນ້ຳຖ້ວມເພື່ອຟື້ນຟູຊີວິດການເປັນຢູ່ຂອງຊາວເມືອງສະໜາມໄຊແຂວງອັດຕະປື.

ການຢ້ຽມຢາມ ແລະ ເຮັກວຽກຂອງ ທ່ານນາງ ລີ ມິ ຢຸງ ໃນຄັ້ງນີ້ແມ່ນເພື່ອຕິດຕາມ ແລະ ຊຸກຍູ້ການປະຕິບັດແຜນງານ ແລະ ໂຄງການຊ່ວຍເຫຼືອໃນປີ 2018-2019 ທັງໂຄງການແບບປົກກະຕິ ກໍຄີໂຄງການແກ້ໄຂໄພພິບັດ ທີ່ລັດຖະບານສາທາລະນະລັດເກົາຫຼີ ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອລັດຖະບານລາວ. ພ້ອມທັງອວຍພອນໃຫ້ປະທານອົງການກອຍກາປະສົບຜົນສຳເລັດໃນການຢ້ຽມຢາມລາວ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

Link: https://huunghivietlao.thoidai.com.vn/detail-article-1180.html

In bài biết