00:54 | 15/05/2019

ປີ 2019 - ແມ່ຍິງລາວ “ຄິດຢ່າງສະເໝີພາບ, ສ້າງຄວາມສະຫຼາດ, ປະດິດສ້າງ ເພື່ອການປ່ຽນແປງ”

ປີ 2019 - ແມ່ຍິງລາວ “ຄິດຢ່າງສະເໝີພາບ, ສ້າງຄວາມສະຫຼາດ, ປະດິດສ້າງ ເພື່ອການປ່ຽນແປງ”

ປີ 2019 - ແມ່ຍິງລາວ “ຄິດຢ່າງສະເໝີພາບ, ສ້າງຄວາມສະຫຼາດ, ປະດິດສ້າງ ເພື່ອການປ່ຽນແປງ”

ໃນປີກາຍນີ້ແມ່ຍິງລາວໄດ້ຈັດຕັ້ງປະຕິບັດຄຳຂວັນ “ເຖິງເວລາແລ້ວທີ່ທຸກຄົນຮ່ວມມືກັນປັບປຸງຊີວິດການເປັນຢູ່ຂອງແມ່ຍິງໃນຕົວເມືອງ ແລະ ຊົນນະບົດໃຫ້ດີຂຶ້ນ”; ພ້ອມທັງສືບຕໍ່ພັດທະນາ ຄວາມສະເໝີພາບ ຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ”, ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວຕິດພັນກັບຂະບວນແຂ່ງຂັນຮັກຊາດພັດທະນາ ແລະ ວຽກງານ 3 ສ້າງເຂົ້າສູ່ລວງເລິກ. ສຳລັບຢູ່ປະເທດລາວ; ພາຍໃຕ້ລະບອບສັກດີນາ ແລະ ລ່າເມືອງຂຶ້ນແບບເກົ່າ-ແບບໃໝ່ຢຶດຄອງ, ແມ່ຍິງລາວບັນດາເຜົ່າໄດ້ຖືກຂູດຮີດຢ່າງແສນສາຫັດ, ແມ່ຍິງຕ້ອງໄດ້ປະເຊີນ ກັບ 3 ແອກທີ່ຮ້າຍກາດ ແລະ ມີແມ່ຍິງຈຳນວນບໍ່ໜ້ອຍກາຍເປັນຂ້ອຍຂ້າມ້າຕ່າງ, ເປັນດອກໄມ້ໃຫ້ເພດກົງກັນຂ້າມເຊີຍຊົມ, ຫາກເວົ້າເຖິງການເຄື່ອນໄຫວທາງດ້ານການເມືອງແມ່ນບໍ່ມີຈັກດີ້, ຮ້າຍແຮງໄປກ່ວານັ້ນຜູ້ຊາຍທີ່ເປັນຜົວໄດ້ປ່ອຍປະ ແລະ ໂຍນເມຍໄວ້ຢູ່ເຮືອນຄົວ ຫຼື ເປັນ “ແມ່ເຮືອນ”, ຖ້າອອກໄປເຮັດວຽກບ້ານການຫຼວງ, ອົງການຈັດຕັ້ງຂອງພວກລ່າເມືອງຂຶ້ນ ແລະ ພວກຂາຍຊາດ ກໍບໍ່ຮັບ, ຫາກຮັບກໍຈະໃຫ້ເງິນເດືອນ ຫຼື ຄ່າແຮງຕໍ່າທີ່ສຸດ;ເວົ້າລວມແລ້ວພາຍໃຕ້ລະບອບສັກດີນາ ແລະ ລ່າເມືອງຂຶ້ນແມ່ຍິງລາວບໍ່ມີສິດສຽງຫຍັງຈັກໜ້ອຍເລີຍ...

ພາຍໃຕ້ລະບອບໃໝ່ລະບອບແຫ່ງສິດເປັນເຈົ້າຂອງປວງຊົນລາວທັງຊາດພາຍໃຕ້ ການນຳພາຂອງພັກ, ແມ່ຍິງ ລາວໄດ້ຮັບການຍົກສູງບົດບາດໃນສັງຄົມ,ໃນສະໄໝການ ປະຕິວັດຊາດ ປະຊາທິປະໄຕ ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດກໍໄດ້ຄຽງບ່າຄຽງໄຫຼ່ຕໍ່ ສູ້ຕ້ານກັບສັກດີນາ, ພວກລ່າ ເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ໃນສະໜາມຮົບແນວຄິດວັດທະນະທຳ, ຮ່ວມຂຸມຄອງສູ້ຮົບໃນຫຼາຍສະໝໍລະພູມຮົບ ຢ່າງພິລາດອາດຫານທັງປົກປັກຮັກສາເຮືອນຊານບ້ານຊ່ອງ, ເຂດນໍ້າແດນດິນ, ອອກແຮງຜະລິດສະບຽງອາຫານ, ລຳລຽງ ສົ່ງໃຫ້ອ້າຍນ້ອງຢູ່ແນວໜ້າໃນນີ້ເດັ່ນທີ່ສຸດກໍມີເອື້ອຍນ້ອງກອງ ກຳລັງໄຟເພດຍິງ, ສາວຊຽງຂວາງທັງງາມ-ທັງເກັ່ງ ແລະ ເອື້ອຍນ້ອງແຂວງອື່ນໆ ຊຶ່ງສ້າງ ໄດ້ວິລະກຳອັນຍິ່ງໃຫຍ່ເກີດ ມີວິລະຊົນເລື່ອງຈິງຄົນແທ້ ເຊັ່ນ: ແມ່ເຖົ້າຢົງກາຍ, ທ່ານ ນາງ ໄຕເພັດ ສີລາເພັດ, ທ່ານ ນາງ ບົວຄຳ ພົມມະຈັນ ແລະ ທ່ານອື່ນໆທີ່ໄດ້ເດັດດ່ຽວໜຽວ ແໜ້ນຕໍ່ສູ້ຕີສັດຕູໃນທຸກດ້ານ, ປະກອບສ່ວນຢ່າງສົມກຽດເຂົ້າ ໃນການຂຽນໜ້າປະຫວັດສາດຂອງຊາດ, ຂອງແມ່ຍິງລາວ. ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ສ້າງທຸກເງື່ອນໄຂໃຫ້ແມ່ຍິງລາວບັນດາເຜົ່າໄດ້ມີຊີວິດທີ່ດີຂຶ້ນທາງດ້ານວັດຖຸ ແລະ ຈິດໃຈ, ຍົກສູງສິດສະເໝີພາບ ແລະ ບົດບາດ ຍິງ-ຊາຍ ທຽບເທົ່າກັນໃນທຸກດ້ານ; ມາເຖິງປັດຈຸບັນ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າສາມາດເຂົ້າເຖິງການສຶກສາ, ສາທາລະນະສຸກ, ແຫຼ່ງທຶນ...

ຊີວິດການເມືອງຢ່າງເຕັມປ່ຽມ, ມີຫຼາຍສະຫາຍໄດ້ຮັບການເລືອກຕັ້ງເຂົ້າໃນຕຳແໜ່ງລະດັບສູງຂອງພັກເປັນກຳມະການກົມການ ເມືອງສູນກາງພັກ; ສະເພາະຢູ່ ສະພາແຫ່ງຊາດກໍມີແມ່ຍິງຄົນທຳອິດທີ່ເປັນປະທານສະພາ ແຫ່ງຊາດ ແລະ ລົງຮອດສະມາ ຊິກສະພາຂັ້ນແຂວງ; ຢູ່ໃນຄະນະລັດຖະບານເປັນລັດຖະມົນຕີ, ຮອງລັດຖະມົນຕີ,ເປັນການນຳຂອງແຂວງລົງຮອດເປັນຫົວໜ້າໜ່ວຍຂອງບ້ານ... ຖືໄດ້ວ່າ: ໃນທຸກຂົງເຂດຊີວິດສັງຄົມລ້ວນ ແຕ່ມີການປະກອບສ່ວນຂອງແມ່ຍິງຫຼາຍຂຶ້ນ. ປັດຈຸບັນ; ບົດບາດຂອງ ເອື້ອຍນ້ອງແມ່ຍິງລາວໄດ້ຮັບ ການເຊີດຊູສູງຂຶ້ນໃນສັງຄົມລາວ ແລະ ເວທີສາກົນ ແລະ ພາກພື້ນ ຊຶ່ງບໍ່ມີຍຸກໃດສະໄໝ ໃດທີ່ແມ່ຍິງລາວຈະໄດ້ຮັບການເອົາໃຈໃສ່ສູງຂຶ້ນຄືທຸກມື້ນີ້; ໃນຜ່ານມາ; ການນຳຂັ້ນສູງຂອງ ພັກ-ລັດ, ຄະນະພັກອຳນາດການປົກຄອງທ້ອງຖິ່ນ ແລະ ຂະແໜງການຕ່າງໆໄດ້ມີຄວາມເປັນຫ່ວງເປັນໃຍຕໍ່ການດຳລົງ ຊີວິດຂອງແມ່ຍິງໂດຍເອົາໃຈໃສ່ທາງດ້ານວັດຖຸ ແລະ ຈິດໃຈ ໂດຍສະເພາະໃນກອງປະຊຸມ ໃຫຍ່ກອງປະຊຸມທີ່ສຳຄັນຂອງ ສະຫະພັນແມ່ຍິງ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນລ້ວນ ແຕ່ໄດ້ຮັບກຽດການເຂົ້າຮ່ວມ ຂອງບັນດາການນຳຂັ້ນສູງຂອງ ພັກ ແລະ ລັດຖະບານ, ສ່ວນຢູ່ ທ້ອງຖິ່ນຂະແໜງການກໍມີຄະນະພັກອຳນາດການປົກຄອງ ເຂົ້າຮ່ວມຊຶ່ງໄດ້ສະແດງເຖິງການເອົາໃຈໃສ່ຊີ້ນຳນຳພາຢ່າງໃກ້ຊິດຂອງຂັ້ນເທິງຕໍ່ກັບ ອົງການສະຫະພັນແມ່ຍິງໃນ ແຕ່ລະຂັ້ນ.

ໃນໄລຍະຜ່ານມາ; ສູນກາງສະຫະພັນແມ່ຍິງລາວກໍຄື ສະຫະພັນແມ່ຍິງແຕ່ລະຂັ້ນໄດ້ສຸມໃສ່ການສຶກສາອົບຮົມການເມືອງແນວຄິດດ້ວຍຫຼາຍຮູບການ, ສືບຕໍ່ນຳພາສະຫະພັນແມ່ຍິງລາວ ແຕ່ລະຂັ້ນເປັນເຈົ້າການປະຕິບັດຂໍ້ແຂ່ງຂັນ 3 ດີ ໃນແຕ່ລະໄລຍະຊຶ່ງມີສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມແຂ່ງຂັນໃນທົ່ວປະເທດເພີ່ມຂຶ້ນ, ຄັດເລືອກສະມາຊິກແມ່ ຍິງ 3 ດີກວມອັດຕາສ່ວນສູງ, ມີຄອບຄົວຕົວແບບ, ສະຫະພັນແມ່ຍິງບ້ານ-ເມືອງ 3 ດີ, ສະຫະພັນແມ່ຍິງໜ່ວຍ,ຮາກຖານ, ກົມກອງ 3 ດີເກີດຂຶ້ນຢ່າງຫຼວງຫຼາຍ ແລະ ເປັນຂະບວນຟົດຟື້ນໂດຍໄດ້ຈັດຕັ້ງປະຕິບັດການ ສ້າງຄອບຄົວແລະບ້ານແມ່ຍິງ 3 ດີຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ; ພ້ອມທັງສ້າງພະນັກງານນຳພາ, ພະນັກງານຄຸ້ມຄອງ; ສ້າງຂະບວນການຂອງແມ່ຍິງຕິດພັນກັບຂະບວນການລວມຂອງ ພັກ-ລັດ ແລະ ປະກອບສ່ວນ ເຂົ້າໃນປີທ່ອງທ່ຽວລາວ 2018 ແລະ ກິດຈະກຳສຳຄັນອື່ນໆອີກ ເປັນຕົ້ນໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງສະຫຼອງວັນຊັບສິນທາງເປັນຍາໂລກປີ2018, ການຈັດຫາທຶນຮອນປັບປຸງ ຖໍ້າວຽງໄຊ, ເຂົ້າຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ບັນຫາສຳຄັນອື່ນໆອີກຫຼາຍດ້ານ.

ພ້ອມນັ້ນສະຫະພັນແມ່ຍິງລາວຍັງໄດ້ມີການເຄື່ອນໄຫວພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ ໂດຍສະເພາະກັບສະຫະພັນແມ່ຍິງ ຫວຽດນາມ, ແມ່ຍິງບັນດາປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງ. ນອກນີ້ຍັງໄດ້ເຂົ້າຮ່ວມກອງປະຊຸມສຳຄັນຕ່າງໆໃນລະດັບພາກພື້ນ ແລະ ສາກົນ, ພ້ອມນີ້ຍັງມີການພົວພັນແລະຮ່ວມມືຈັດຕັ້ງປະຕິບັດໂຄງການທີ່ພົວພັນເຖິງການປົກປ້ອງ ແລະ ພັດທະນາແມ່ຍິງກັບ ສ.ເກົາຫຼີ, UNICEF, UNDP, ພົວພັນຮ່ວມມືກັບອົງ ການ OXFAM, ມູນນິທິທະນາຄານຝາກປະຢັດເພື່ອການຮ່ວມມືສາກົນປະເທດເຢຍລະມັນ, ກອງທຶນສິ່ງແວດລ້ອມໂລກ, ອົງການ APHEDA, ອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການແຄຣນາໆຊາດ ປະຈຳລາວ; ສະຫະພັນແມ່ຍິງ 6 ແຂວງ-ນະຄອນຫຼວງວຽງຈັນ ກໍໄດ້ມີການເຄື່ອນໄຫວ ແລະ ແລກປ່ຽນບົດຮຽນຕາມພາລະບົດບາດ ແລະ ເງື່ອນໄຂຕົວຈິງ ຂອງແຕ່ລະທ້ອງຖິ່ນ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

Link: https://huunghivietlao.thoidai.com.vn/detail-article-1172.html

In bài biết