ລັດໃຫ້ຄວາມສຳຄັນໃນການຄຸ້ມຄອງສື່ອອນລາຍ
![]() |
ລັດໃຫ້ຄວາມສຳຄັນ ໃນການຄຸ້ມຄອງສື່ອອນລາຍ
ຄໍລຳສື່ອອນລາຍມື້ນີ້ຂໍຍົກເອົາບັນດາມາດຕະການໃນການຄຸ້ມຄອງສ່ືອອນລາຍ ຂອງລັດຖະບານມານຳສະເໜີອີກຄັ້ງໜຶ່ງເພື່ອເປັນການຢໍ້າຄືນວ່າເວລາໃດລັດຖະບານກໍໃຫ້ຄວາມສຳຄັນໃນການຄຸ້ມຄອງ ແລະ ນຳໃຊ້ສື່ອອນລາຍຢ່າງມີປະສິດທິ ຜົນ. ຍ້ອນເຫັນວ່າການນຳໃຊ້ສື່ອອນລາຍນັບມື້ແຜ່ຫລາຍ, ຖ້າບໍ່ມີມາດຕະການຄຸ້ມຄອງທີ່ເໝາະສົມອາດສົ່ງຜົນກະທົບໃນອະນາຄົດ ເຊິ່ງນັບວ່າ ເປັນຂ່າວດີທີ່ສຸດ ທີ່ກອງປະຊຸມລັດ ຖະບານປະຈໍາເດືອນຕຸລາປີຜ່ານມາ, ທາງພາກສ່ວນກ່ຽວຂ້ອງໄດ້ ລາຍງານວ່າສະພາບການຄຸ້ມຄອງ ນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມ ອອນລາຍມີຈໍານວນຜູ້ໃຊ້ເຄື່ອງມືສື່ ສານດັ່ງກ່າວ ເພື່ອບໍລິໂພກຂໍ້ມູນຂ່າວສານນັບມື້ກວ້າງຂວາງ, ຂະນະດຽວກັນ, ກໍມີກຸ່ມຄົນບໍ່ດີຈໍານວນໜຶ່ງມີຄວາມພະຍາຍາມນໍາໃຊ້ສື່ອອນລາຍນີ້ເປັນຊ່ອງທາງເຈາະລະບົບຄອມພີວເຕີ, ມີການທໍາລາຍ ຂໍ້ມູນ, ປອມແປງຂໍ້ມູນ, ການລັກ ເອົາຂໍ້ມູນບັນຊີຂອງທະນາຄານ, ກະຈາຍໄວຣັດຄອມພິວເຕີ, ເຜີຍແຜ່ສິ່ງລາມົກອານາຈານ ແລະ ການໂຄສະນາໃສ່ຮ້າຍປ້າຍສີ ແລະ ບິດເບືອນຄວາມເປັນຈິງ ເພື່ອສ້າງຄວາມບໍ່ ສະຫງົບສຸກ ແລະ ບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມເຮົາ.
ຕໍ່ບັນຫາດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ຂະແໜງການກ່ຽວຂ້ອງຕ່າງໆເພີ່ມທະວີການປະສານສົມທົບກັນຢ່າງກົມກຽວເພື່ອແນໃສ່ຄຸ້ມຄອງການນໍາໃຊ້ອີນເຕີເນັດ ແລະ ສື່ອອນລາຍຕ່າງໆ ໃຫ້ເກີດປະໂຫຍດສຸງສຸດຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ພ້ອມທັງສືບຕໍ່ກວດກາ ແລະ ບັງຄັບໃຊ້ລະບຽບກົດໝາຍຕໍ່ຜູ້ກະທໍາຜິດໃຫ້ເຂັ້ມງວດ. ໃນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງຄອມພີວເຕີມາດຕາ 4 ໄດ້ລະບຸຈະແຈ້ງວ່າ: ລັດສົ່ງເສີມການນໍາໃຊ້ລະບົບຄອມພີວເຕີໃຫ້ມີຄວາມປອດໄພ, ສະດວກ, ວ່ອງໄວ ແລະ ຍຸຕິທໍາ, ພ້ອມທັງປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຜູ້ບໍລິການ, ຜູ້ຊົມໃຊ້ ຕາມລະບຽບກົດໝາຍ ແລະມາດຕາ 8 ໄດ້ລະບຸວ່າ: ພຶດຕິກໍາທີ່ເປັນອາຊະ ຍາກໍາທາງລະບົບຄອມພີວເຕີມີຄື: ການເປີດເຜີຍມາດຕະການປ້ອງກັນການເຂົ້າເຖິງລະບົບຄອມພີວເຕີ, ການເຂົ້າເຖິງລະບົບທີ່ບໍ່ໄດ້ຮັບອະນຸຍາດ, ການຕັດຕໍ່ເນື້ອໃນ, ຮູບ, ພາບການເຄື່ອນໄຫວ, ສຽງ ແລະ ວີດີໂອຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດ, ການສ້າງຄວາມເສຍຫາຍຜ່ານສື່ ອອນລາຍ ລວມເຖິງການເຜີຍແຜ່ສິ່ງລາມົກອານາຈານຕ່າງໆຜ່ານລະບົບຄອມພີວເຕີ ແລະ ມາດຕາ 57 ລະບຸວ່າ: ຜູ້ລະເມີດ ຫລື ກະທໍາຜິດ ຈະຖືກດໍາເນີນຄະດີທາງແພ່ງ ແລະ ອາຍາ, ພ້ອມທັງປັບໃໝແຕ່ 1-50 ລ້ານກີບຕາມກົດໝາຍກໍານົດ.
(ແຫຼ່ງຂໍ້ມູນ: ຂປລ)