ປະກາດການສະເໜີຊື່ລາງວັນ ບູຍຊວນຝ້າຍ - ເພື່ອຄວາມຮັກຫອມຮ່າໂນ້ຍ ຄັ້ງທີ 14-2021
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021 | |
ກອງປະຊຸມ ອອນລາຍ ກອງບັນຊາການກອງທັບເຮືອ ບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 14 |
ໃນປີນີ້, ຄະນະຈັດຕັ້ງ ຍັງບໍ່ທັນໄດ້ປະກາດການສະເໜີຊື່ເຂົ້າຊິງລາງວັນໃຫຍ່ - ລາງວັນທີ່ສຳຄັນທີ່ສຸດຂອງລາງວັນບູຍຊວນຝ້າຍ, ແຕ່ຈະປະກາດການສະເໜີຊື່ໃນພິທີມອບລາງວັນ.
ໃນບັນດາລາຍການທີ່ຍັງເຫຼືອ, ການສະເໜີຊື່ເຂົ້າໃນລາງວັນ “ຜົນງານ - ເພື່ອຄວາມຮັກຫອມຮ່າໂນ້ຍ” ປະກອບມີ: ປຶ້ມ ແລະ ງານວາງສະແດງຮູບພາບ “ຮ່າໂນ້ຍ 1967-1975” ຂອງນັກຖ່າຍຮູບຊາວເຢຍລະມັນ Thomas Billhardt ຈັດໂດຍສະຖາບັນ Goethe ຫວຽດນາມ, ບໍລິສັດ Nha Nam ແລະ Manzi Space Art; ຊຸດປຶ້ມ “Thang Long Kinh Ky - Ke Cho” (ສຳນັກພິມ Kim Dong) ຂອງ ຜູ້ຂຽນ ຫງວຽນຮູຍຖັ້ງ - ຫງວຽນກວັກຕິ໋ນ; ປຶ້ມ “Tay chơi” (ສຳນັກພິມໜຸ່ມ) ໂດຍ ຜູ້ຂຽນ ມ່າຍເລຶມ;
ປະກາດການສະເໜີຊື່ລາງວັນ ບູຍຊວນຝ້າຍ - ເພື່ອຄວາມຮັກຫອມຮ່າໂນ້ຍ ຄັ້ງທີ 14-2021 |
ລາຍຊື່ສະເໜີເຂົ້າໃນລາງວັນ “ແນວຄວາມຄິດ - ເພື່ອຄວາມຮັກຫອມຮ່າໂນ້ຍ” ປະກອບມີ: ໂຄງການ “ກໍ່ສ້າງສະຖາປັດຕະຍະກຳຄືນໃໝ່ຂອງວັດ ຢ້ຽນເຫິວ - ເສົາດຽວ ດ້ວຍເຕັກໂນໂລຍີ VR”; ແນວຄວາມຄິດສ້າງທາງດ່ວນໃຕ້ດິນ ແລະ ປັບປຸງແມ່ນ້ຳ ໂຕລິກ ໃຫ້ກາຍເປັນສວນສາທາລະນະປະຫວັດສາດ, ວັດທະນະທຳ ແລະ ຈິດວິນຍານ; ໂຄງການແຜນຜັງແບ່ງເຂດຕົວເມືອງຂອງແມ່ນໍ້າແດງ.
ລາຍຊື່ສະເໜີເຂົ້າໃນລາງວັນ “ວຽກເຮັດງານທຳ - ເພື່ອຄວາມຮັກຫອມຮ່າໂນ້ຍ” ປະກອບມີ: ການປະກວດການອອກແບບ ພື້ນທີ່ສ້າງສັນຮ່າໂນ້ຍ; ການແຂ່ງຂັນແຕ້ມຮູບ “ຮ່າໂນ້ຍແມ່ນ... ” ແລະ ຊຸດກິດຈະກຳຂອງໂຄງການ “ຮ່າໂນ້ຍ Rethink”; ບັ້ນການສັກຢາກັນພະຍາດຢູ່ຮ່າໂນ້ຍ ບັນລຸລະດັບຄວາມຄືບໜ້າ ພ້ອມກັບຄວາມມານະພະຍາຍາມຂອງກໍາລັງປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ເພື່ອຊ່ວຍໃຫ້ນະຄອນຫຼວງ ມີຄວາມເຂັ້ມແຂງໃນໄລຍະໂລກລະບາດ.
ລາງວັນ ບູຍຊວນຝ້າຍ - ເພື່ອຄວາມຮັກຫອມຮ່າໂນ້ຍ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2008 ໂດຍໜັງສືພິມກິລາ ແລະ ວັດທະນະທໍາ (TTXVN) ແລະ ຄອບຄົວຂອງນັກຈິດຕະກອນ ບູຍຊວນຝ້າຍ, ເພື່ອມອບໃຫ້ລາງວັນໃຫ້ແກ່ຜູ້ຂຽນ, ຜົນງານ, ແນວຄວາມຄິດ ແລະ ວຽກງານທີ່ມີຄຸນຄ່າວິທະຍາສາດ ແລະ ສິລະປະສູງ, ຊິມຊັບໄປດ້ວຍຄວາມຮັກຮ່າໂນ້ຍ. ຕະຫຼອດ 13 ລະດູການ, ລາງວັນດັ່ງກ່າວ ໄດ້ຮັບເກືອບ 150 ລາຍການ ແລະ ໄດ້ມອບໃຫ້ລາງວັນປະມານ 50 ລາງວັນໃນ 4 ປະເພດຄື: ລາງວັນໃຫຍ່, ລາງວັນຜົນງານ, ລາງວັນແນວຄວາມຄິດ ແລະ ລາງວັນວຽກເຮັດງານທຳ.
ຄຳຮຸ່ງ