00:54 | 15/05/2019

ສະພາ ສະຫຼຸບການກໍ່ສ້າງຮາກຖານພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

ສະພາ ສະຫຼຸບການກໍ່ສ້າງຮາກຖານພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

ສະພາ ສະຫຼຸບການກໍ່ສ້າງຮາກຖານພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

ພາຍໃຕ້ການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານພັກສະພາແຫ່ງຊາດ, ມີພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະ ຊຸມແມ່ນ ຮັບຟັງບົດສະຫຼຸບການກໍ່ສ້າງຮາກຖານພັກໃນໄລຍະທີ່ຜ່ານມາ ພ້ອມທັງຜ່ານທິດທາງປີ 2019; ເພື່ອເປັນການສຶກສາອົບຮົມ, ໂຄສະນາເຜີຍແຜ່, ປຸກລະດົມໃຫ້ສະມາຊິກພັກ ພະນັກງານເຫັນໄດ້ເຖິງມູນ ເຊື້ອການເຕີບໃຫຍ່ຂະຫຍາຍ ຕົວ, ຜົນງານການຊີ້ນຳ-ນຳພາຂອງພັກ, ລະນຶກເຖິງຄຸນ ງາມຄວາມດີຂອງນັກຮົບປະ ຕິວັດ, ວິລະຊົນຜູ້ທີ່ເສຍສະຫຼະຊີວິດເລືອດເນື້ອ ເພື່ອຊາດ ແລະ ປະຊາຊົນ ໃນສະໄໝຕໍ່ສູ້ ກູ້ຊາດ.

ໃນກອງປະຊຸມ ສະຫາຍ ສົມພູ ດວງສະຫວັນ ຄະນະປະຈຳພັກ ເລຂາໜ່ວຍພັກຮາກຖານກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດ ໄດ້ຂຶ້ນສະເໜີບົດສະຫຼຸບ, ຊຶ່ງທ່ານ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ ແລະ ບົດຮຽນຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງກົມການເມືອງສູນກາງພັກ ກ່ຽວກັບ ການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຊຶ່ງໄດ້ກໍານົດແຜນການ ແລະ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຊຸກຍູ້ບັນດາຮາກຖານພັກ ຈັດຕັ້ງປະຕິບັດຂະບວນການແຂ່ງຂັນຢ່າງຕໍ່ເນື່ອງ, ສະແດງອອກດ້ານການກໍ່ສ້າງ-ປັບປຸງພັກ, ໄດ້ປະຕິບັດແບບແຜນນຳພາ ຕາມຫຼັກການລວມສູນປະຊາທິປະໄຕຂອງພັກຢ່າງເຂັ້ມງວດ, ມີການແບ່ງງານ ແບ່ງຄວາມຮັບຜິດຊອບ, ຕົກລົງບັນຫາສຳຄັນຕ່າງໆເປັນໝູ່ຄະນະ ໂດຍສະເພາະວຽກງານຂະຫຍາຍພັກ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ. ປັດຈຸບັນທົ່ວອົງຄະນະພັກສະພາແຫ່ງຊາດ ມີສະມາຊິກພັກທັງໝົດ 232 ສະຫາຍ, ຍິງ 79 ສະຫາຍ, ກວມ 53,57%ຂອງຈຳນວນພະນັກງານ-ລັດຖະກອນທັງໝົດ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

Link: https://huunghivietlao.thoidai.com.vn/detail-article-1149.html

In bài biết