11:30 | 01/10/2021

UNICEF ຕີລາຄາສູງກ່ຽວກັບການປະກາດໃຊ້ການແນະນໍາບຸລິມະສິດໃນການເບິ່ງແຍງດູແລ ເດັກກ່ຳພ້າຍ້ອນໂຄວິດ-19

ຍູ້ແຮງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ UNICEF ຍູ້ແຮງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ UNICEF
ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19 ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19
UNICEF ຕີລາຄາສູງກ່ຽວກັບການປະກາດໃຊ້ການແນະນໍາບຸລິມະສິດໃນການເບິ່ງແຍງດູແລ ເດັກກ່ຳພ້າຍ້ອນໂຄວິດ-19
ພາບປະກອບ

ຜູ້ຕາງໜ້າອົງການ UNICEF ຢືນຢັນວ່າ ອົງການດັ່ງກ່າວ ພ້ອມກັບລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ມີຄວາມເປັນຫ່ວງເປັນໄຍ ແລະ ປາດຖະໜາທີ່ຈະໃຫ້ການສະໜັບສະໜູນຫຼາຍທີ່ສຸດໃຫ້ແກ່ເດັກນ້ອຍຫຼາຍກວ່າ 1,500 ຄົນໃນນະຄອນໂຮ່ຈີມິນ ທີ່ສູນເສຍພໍ່ແມ່ ຍ້ອນການລະບາດຂອງພະຍາດໂຄວິດ -19. ຄາດວ່າຕົວເລກນີ້ ຈະເພີ່ມຂຶ້ນເມື່ອມີຂໍ້ມູນເພີ່ມເຕີມຈາກແຂວງ ແລະ ນະຄອນອື່ນໆ.

ໃນວັນທີ 23 ກັນຍາ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ໄດ້ສົ່ງໜັງສືທາງການ ໄປຫາຄະນະກຳມະການປະຊາຊົນຂອງບັນດາແຂວງ ແລະ ນະຄອນທີ່ຂຶ້ນກັບສູນກາງ ເພື່ອຊີ້ນຳ ການຈັດຕັ້ງປະຕິບັດການດູແລສຳລັບເດັກກ່ຳພ້າຍ້ອນການລະບາດຂອງພະຍາດໂຄວິດ-19; ບຸລິມະສິດຈັດວາງ ແລະ ໜູນຊ່ວຍໃຫ້ເດັກນ້ອຍ ໄດ້ຮັບການດູແລເບິ່ງແຍງຈາກຍາດພີ່ນ້ອງ, ບຸກຄົນ ແລະ ຄອບຄົວ ເພື່ອໃຫ້ເດັກນ້ອຍສາມາດດຳລົງຊີວິດຢູ່ໃນສະພາບແວດລ້ອມຄອບຄົວ ແລະ ຮັບປະກັນຜົນປະໂຫຍດອັນດີທີ່ສຸດໃຫ້ເດັກນ້ອຍ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-11438.html

In bài biết