21:00 | 30/09/2021

Hayat-Vax vaccine Covid-19 ທີ່ຜະລິດຢູ່ໃນ UAE ໄດ້ມາຮອດຮ່າໂນ້ຍ

ວັກຊີນຫຼາຍກວ່າ 852.000 ໂດສ ໜູນຊ່ວຍ ຫວຽດນາມ ໂດຍລັດຖະບານເຢຍລະມັນ ໄດ້ມາຮອດຮ່າໂນ້ຍ ແລ້ວ ວັກຊີນຫຼາຍກວ່າ 852.000 ໂດສ ໜູນຊ່ວຍ ຫວຽດນາມ ໂດຍລັດຖະບານເຢຍລະມັນ ໄດ້ມາຮອດຮ່າໂນ້ຍ ແລ້ວ
ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
Hayat-Vax vaccine Covid-19 ທີ່ຜະລິດຢູ່ໃນ UAE ໄດ້ມາຮອດຮ່າໂນ້ຍ
Hayat-Vax vaccine Covid-19 ທີ່ຜະລິດຢູ່ໃນ UAE ໄດ້ມາຮອດຮ່າໂນ້ຍ. ພາບ: vov.vn

ນີ້ແມ່ນການພົວພັນແລກປ່ຽນຄັ້ງທຳອິດທີ່ເປັນຂີດໝາຍບາດກ້າວສຳຄັນໃນການພົວພັນຮ່ວມມືພັດທະນາລະຫວ່າງສອງນິຕິບຸກຄົນຊັ້ນນຳໃນຂົງເຂດການຢາ, ສາທາລະນະສຸກຂອງສອງປະເທດຫວຽດນາມ ແລະ UAE, ເປີດອະນາຄົດອັນສົດໃສ, ມີຄວາມສາມາດບົ່ມຊ້ອນໃນການພົວພັນຕ່າງປະເທດລະດັບຍຸດທະສາດຢູ່ຕາເວັນອອກກາງແລະອາຊີຕາເວັນອອກສ່ຽງໃຕ້ຂອງສອງນິຕິບຸກຄົນນີ້.

ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານນາງ ປທ. ດຣ. ເຈິ່ນໝີລິງ - ຜູ້ອໍານວຍການໃຫຍ່ບໍລິສັດຫຸ້ນສ່ວນການຢາ Vimedimex ໃຫ້ຮູ້ວ່າ ວັກຊີນ Hayat-Vax ໜຶ່ງລ້ານໂດສ ໄດ້ຂົນສົ່ງໃນຖ້ຽວບິນ EY0971 ຈາກສະໜາມບິນ Abu Dhabi, UAE ໃນເວລາ 16:45 ໂມງຂອງວັນທີ 29 ກັນຍາ 2021 ຕາມເວລາທ້ອງຖິ່ນ, ໄດ້ລົງຈອດຢູ່ ສະ ໜາມບິນສາກົນໂນ້ຍບ່າຍ, ນະຄອນຫຼວງຮ່າໂນ້ຍ ໃນເວລາ 2:15 ໂມງຕາມເວລາທ້ອງຖິ່ນ, ນີ້ແມ່ນຜົນສໍາເລັດອັນໂດດເດັ່ນຂອງ Vimedimex ໃນຄວາມພະຍາຍາມໃນການຊອກຫາ ແລະຄັດເລືອກວັກຊີນທີ່ມີຄຸນນະພາບ ແລະມີຄຸນຄ່າດີເດັ່ນ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-11434.html

In bài biết