ພິທີປິດຊຸດຝຶກອົບຮົມຄົ້ນຄ້ວາຍຸດທະສາດການທະຫານໃຫ້ກອງທັບລາວ
|
ທ່ານພັນເອກພິເສດ ຫງວຽນວັນເທິນ ມອບໃບຢັ້ງຢືນສຳເລັດຊຸດຝຶກອົບຮົມໃຫ້ແກ່ບັນດານາຍທະຫານກອງທັບປະຊາຊົນລາວ. (ພາບ: qdnd.vn)
ໃນ 4 ເດືອນຝຶກອົບຮົມ, ບັນດານາຍທະຫານກອງທັບປະຊາຊົນລາວ ໄດ້ຮ່ຳຮຽນ, ຄົ້ນຄ້ວາທິດສະດີ 31 ຫົວເລື່ອງສະເພາະກ່ຽວກັບຍຸດທະສາດການທະຫານ, ໄປທັດສະນະສຶກສາ, ຄົ້ນຄ້ວາຕົວຈິງທີ່ບັນດາກົມກອງຂອງເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດ, ເຫຼົ່າທັບເຮືອ, ກອງພົນໃຫຍ່ 2, ທະຫານເຂດ 2, ທະຫານເຂດ 9, ວິທະຍາຄານການເມືອງ, ໂຮງຮຽນນາຍທະຫານບົກເລກ 1...
ກ່າວຄຳເຫັນທີ່ພິທີປິດ, ທ່ານພັນເອກພິເສດ ຫງວຽນວັນເທິນ, ຮອງຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດ ຕີລາຄາວ່າ, ດ້ວຍນ້ຳໃຈຮັບຜິດຊອບສູງ ແລະຄວາມມານະພະຍາຍາມຂອງຄູອາຈານ, ນັກສຳມະນາກອນ ແລະບັນດາອົງການຮັບປະກັນ, ຮັບໃຊ້, ຊຸດຝຶກອົບຮົມໄດ້ປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກດ້ວຍຄຸນນະພາບສູງ. ທ່ານເຊື່ອໝັ້ນວ່າ, ຜ່ານໄລຍະຝຶກອົບຮົມຢູ່ ຫວຽດນາມ, ບັນດານາຍທະຫານກອງທັບປະຊາຊົນລາວ ຈະນຳໃຊ້ບັນດາຄວາມຮູ້ທີ່ໄດ້ຮັບການຄົ້ນຄ້ວາ, ຮ່ຳຮຽນຢ່າງຫົວຄິດປະດິດສ້າງ ເພື່ອປະຕິບັດສຳເລັດໜ້າທີ່ເຊິ່ງໄດ້ຮັບມອບໝາຍເປັນຢ່າງດີ.
(ແຫຼ່ງຂໍ້ມູນ: ທູຮັ່ງ/ກປ.ອອນໄລ)