08:07 | 28/09/2021

ຫວຽດນາມ ມີ “ໂຮງຮຽນ Microsoft ທີ່ພົ້ນເດັ່ນ ” ສາມແຫ່ງ

ຍີ່ປຸ່ນ ຊ່ວຍປັບປຸງສະຖານບໍລິການສາທາລະນະສຸກ ແລະ ໂຮງຮຽນ ຍີ່ປຸ່ນ ຊ່ວຍປັບປຸງສະຖານບໍລິການສາທາລະນະສຸກ ແລະ ໂຮງຮຽນ
ລາວ - ຫວຽດນາມ ມີ ດ່ານຊາຍແດນສາກົນ ມີ 08 ແຫ່ງ ລາວ - ຫວຽດນາມ ມີ ດ່ານຊາຍແດນສາກົນ ມີ 08 ແຫ່ງ
ນັກຮຽນຢູ່ໂຮງຮຽນປະຖົມສຶກສາ-ມັດທະຍົມຕອນຕົ້ນ-ມັດທະຍົມຕອນປາຍ Sky-Line (ດ່ານັ້ງ) ມີໜ້າຢູ່ວິດີໂອເຊີດຊູຂອງ Microsoft. ພາບ: qdnd.vn.
ນັກຮຽນຢູ່ໂຮງຮຽນປະຖົມສຶກສາ-ມັດທະຍົມຕອນຕົ້ນ-ມັດທະຍົມຕອນປາຍ Sky-Line (ດ່ານັ້ງ) ມີໜ້າຢູ່ວິດີໂອເຊີດຊູຂອງ Microsoft. ພາບ: qdnd.vn.

ໂຮງຮຽນທີ່ໄດ້ຮັບໃບຢັ້ງຢືນລວມມີ: ໂຮງຮຽນມັດທະຍົມສົມບູນສອງພາສາ Wellspring (ຮ່າໂນ້ຍ), ໂຮງຮຽນມັດທະຍົມຕອນປາຍ ຫວໍແທ່ງຈິງ (ອານຢາງ), ໂຮງຮຽນປະຖົມສຶກສາ-ມັດທະຍົມຕອນຕົ້ນ-ມັດທະຍົມຕອນປາຍ Sky-Line (ດ່ານັ້ງ). ໃບຢັ້ງຢືນ “ໂຮງຮຽນ Microsoft ທີ່ພົ້ນເດັ່ນ” ໄດ້ມອບໃຫ້ໂຮງຮຽນທີ່ມີຄວາມໂດດເດັ່ນໃນການປະຕິບັດການຫັນປ່ຽນດີຈີຕອນ ແລະນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອຍົກສູງໝາກຜົນຂອງການຮໍ່າຮຽນ ແລະສິດສອນ, ຈາກນັ້ນສ້າງພື້ນຖານການສຶກສາທີ່ກ້າວໜ້າ. ໂຮງຮຽນສາມແຫ່ງຂອງຫວຽດນາມ ສາມາດຕອບສະໜອງມາດຖານລວມມີ: ໃຫ້ຄໍາໝັ້ນສັນຍາຫັນປ່ຽນ; ສ້າງວັດທະນະທໍາການຮຽນ ແລະພັດທະນາ; ຫັນການຮຽນເປັນຂອງສ່ວນຕົວໃຫ້ແກ່ທຸກເປົ້າໝາຍ; ປະກອບຄວາມຮູ້ໃຫ້ແກ່ນັກຮຽນກ່ຽວກັບທັກສະກຽມຄວາມພ້ອມໃຫ້ແກ່ອະນາຄົດ... ເພື່ອມີຊື່ໃນບັນຊີລາຍຊື່ອົງການສຶກສາ-ກໍ່ສ້າງ Microsoft Showcase School ກວ່າ 400 ແຫ່ງໃນທົ່ວໂລກ.

Link: https://huunghivietlao.thoidai.com.vn/detail-article-11382.html

In bài biết