ສະຫວັນນະເຂດ ປະຕິບັດວິໄນ ສະມາຊິກພັກ 40 ຄົນ ລຶບຊື່ອອກຈາກພັກ 19 ຄົນ ແກ້ໄຂລົດເຖື່ອນໄດ້ 1.366 ຄັນ
![]() |
ທ່ານ ປອ ໂພໄຊ ໄຊຍະສອນ ກໍາມະການ ສໍາຮອງສູນກາງພັກ ຮອງເລຂາພັກແຂວງ ຮອງເຈົ້າ ແຂວງສະຫວັນນະເຂດ, ທ່ານ ໄຊຄໍາ ອຸ່ນມີໄຊ ຮອງປະທານ ກວດກາສູນກາງພັກ, ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈໍາພັກແຂວງປະທານກວດກາພັກ-ລັດແຂວງ ສະຫວັນນະເຂດ.
ໃນໂອກາດນີ້, ທ່ານ ແສງ ອາລຸນ ສີລະປັນຍາ ຮອງປະ ທານກວດກາພັກ-ລັດແຂວງ ສະຫວັນນະເຂດ ກໍ່່ໄດ້ຂຶ້ນຜ່ານ ບົດສະຫຼຸບການເຄື່ອນໄຫວວຽກງານກວດກາປະຈໍາປີ 2018 ເຊິ່ງໃຫ້ຮູ້ວ່າ: ຜ່ານມາ ໄດ້ມີການລົງຕິດຕາມກວດກາ ໃນພະແນກການອ້ອມຂ້າງ ແຂວງ ແລະພາກສ່ວນອື່ນໆສາ ມາດພົບເຫັນການກະທໍາຜິດ ແລະສາມາດປະຕິບັດວິໄນ ພາຍໃນພັກ ເຊິ່ງແມ່ນສະມາ ຊິກພັກລວມມີ 40 ສະຫາຍ, ໃນນັ້ນປະຕິບັດຂັ້ນກ່າວເຕື່ອນ ມີ 7 ສະຫາຍ, ພະນັກງານຂັ້ນ ສູນກາງຄຸ້ມຄອງ 6 ສະຫາຍ, ໂຈະຮ່ວມຊີວິດພັກ 14 ສະ ຫາຍ, ລຶບຊື່ອອກຈາກພັກ 19 ສະຫາຍ, ພະນັກງານຂັ້ນ ແຂວງຄຸ້ມຄອງ 16 ສະຫາຍ, ຂັ້ນເມືອງຄຸ້ມຄອງ 18 ສະຫາຍ. ໃນນັ້ນມີຄະນະພັກແຂວງ 6 ສະຫາຍ, ຄະນະໜ່ວຍພັກຢູ່ຂັ້ນ ເມືອງ 3 ສະຫາຍເປັນເລຂາ ໜ່ວຍພັກ 2 ສະຫາຍ, ຮອງ ເລຂາໜ່ວຍພັກ 1 ສະຫາຍ.
ຕິດຕາມແກ້ໄຂລົດນໍາເຂົ້າບໍ່ຖືກ ຕ້ອງມາຮອດປະຈຸບັນແກ້ໄຂ ແລ້ວ ຈໍານວນລົດ 1.366 ຄັນ (ສະເພາະປະເພດລົດຈີບ, ລົດກະບະ) ມູນຄ່າແຈ້ງພາສີ 36.4 ຕື້ກວ່າກີບ, ມູນຄ່າພາ ສີລວມອາກອນ 45.8 ຕື້ ກວ່າກີບ ແລະມູນຄ່າປັບໄໝ 2.7 ຕື້ກວ່າກີບ, ຕິດຕາມກວດ ກາພົບເຫັນການລະເມີດຄໍາ ສັ່ງເລກທີ 15/ນຍ ພະນັກງານ ລັດຖະກອນ ແລະຜູ້ປະກອບ ການມີ 2 ກໍລະນີຄື: ກໍລະນີທີ 1 ການຢັ້ງຢືນເອົາຜະລິດຕະພັນ ໄມ້ຂຶ້ນລົດເພື່ອສົ່ງອອກ ສ.ສ ຫວຽດນາມ ຂອງໂຮງງານປຸງ ແຕ່ງໄມ້ຄູນຄໍາ ຈໍານວນ 308,941 ແມັດກ້ອນ ທີ່ກ່ຽວ ພັນກັບພະນັກງາມ 3 ພາກສ່ວນ ລວມມີ 8 ຄົນ, ຍິງ 1 ຄົນ ປະ ຈຸບັນຄະນະກໍາມະການ 0430 ໄດ້ລົງວິໄນຕາມກົດໝາຍວ່າ ດ້ວຍພະນັກງານລັດຖະກອນ ມາດຕາ 73, ຂັ້ນ 2 ແລະຂັ້ນ 3 , ກໍລະນີທີ 2 ແມ່ນການ ຢັ້ງ ຢືນເອົາຜະລິດຕະພັນໄມ້ຂຶ້ນ ລົດເພື່ອສົ່ງອອກ ສ.ສ ຫວຽດ ນາມ ຂອງໂຮງງານປຸງແຕ່ງໄມ້ ຊັນໄຊຈໍານວນ 208,174 ແມັດກ້ອນ ຊຶ່ງກ່ຽວພັນກັບ ພະນັກງານ 3 ພາກສ່ວນ ລວມມີ 13 ຄົນ, ຍິງ 2 ຄົນ ປະ ຈຸບັນຢູ່ໃນຂັ້ນຕອນການສືບ ສວນຂອງພະແນກກວດກາ ລັດ, ສ່ວນຜູ້ປະກອບການທັງ 2 ໂຮງງານແມ່ນໄດ້ປະຕິບັດແກ້ໄຂຕາມກົດໝາຍພາສີສໍາເລັດແລ້ວ.
ນອກຈາກນີ້, ຍັງ ໄດ້ຕິດຕາມກວດກາປະກົດ ການຫຍໍ້ທໍ້ທີ່ເປັນພຶດຕິກໍາການ ສໍ້ລາດບັງຫຼວງທີ່ເກີດຂຶ້ນ 2 ເມືອງຄື: ການຍັກຍອກຊັບສິນຂອງລັດຂອງພະນັກງານການເງິນເມືອງພະລານໄຊ ຈໍານວນ 2 ຄົນ ຜົນເສຍຫາຍ 297 ລ້ານກວ່າກີບ, ເກັບຄືນໄດ້ 185 ລ້ານກີບ, ຍັງຄ້າງ 112 ລ້ານກວ່າກີບ, ຖືກລົງວິໄນຕາມ ກົດໝາຍວ່າດ້ວຍພະນັກງານ ລັດຖະກອນ ຂັ້ນ 3 ມີ 1 ຄົນ ແລະຂັ້ນ 4 ມີ 1 ຄົນ; ເມືອງ ສອງຄອນກ່ຽວກັບການເອົາ ເງິນລວມຫ້ອງການໄປນໍາໃຊ້ ສ່ວນຕົວຈໍານວນ 2 ຄົນ, ໃນ ນີ້ພະນັກງານອາສາສະໝັກ 1 ຄົນ ຜົນເສຍຫາຍ 567ລ້ານ ກວ່າກີບປະຈຸບັນຢູ່ໃນຂັ້ນຕອນ ການພິຈາລະນາປະຕິບັດຕາມ ລະບຽບກົດໝາຍ. ດໍາເນີນ ການສືບສວນ-ສອບສວນ ພະນັກງານອາກອນເມືອງໄຊ ບູລີ ຈໍານວນ 5 ຄົນ ທີ່ຍັກຍອກ ເງິນຂອງລັດໄປນໍາໃຊ້ສ່ວນຕົວ ເປັນເງິນຈໍານວນ 3,3 ຕື້ກວ່າ ກວ່າກີບ, ຍັງຄ້າງ 410 ລ້ານ ກີບ (ປະຈຸບັນຢູ່ໃນຂັ້ນຕອນສະ ຫຼຸບສໍານວນສົ່ງໄອຍະການ ແຂວງເພື່ອສັ່ງຟ້ອງຕາມກົດ ໝາຍ.
ສ່ວນທິດທາງແຜນການ ເຄື່ອນໄຫວວຽກງານກວດກາ ປີ 2019 ແມ່ນຈະສືບຕໍ່ສູ້ຊົນ ຄົ້ນຄວ້າປັບປຸງ, ສ້າງລະບອບ-ລະບຽບ, ກົນໄກການຕິດຕາມ, ກວດກາພັກ-ລັດ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ໃຫ້ໄດ້ຕາມແຜນທີ່ວາງໄວ້,ສືບ ຕໍ່ກວດກາຄວາມຮັບຜິດຊອບ ຂອງການຈັດຕັ້ງ, ບຸກຄົນພະ ນັກງານ, ນິຕິບຸກຄົນໃນເມື່ອມີ ປະກົດການລະເມີດກົດໝາຍ ດໍາລັດ, ຄໍາສັ່ງ, ຂໍ້ກໍານົດ, ແຈ້ງການ ແລະລະບຽບການ ຂອງລັດ, ການຊໍາລະໜີ້ມີສ່ວນ ຫຼຸດ ແລະການແກ້ໄຂຜົນຂອງ ການກວດກາ. ພາບ-ຂ່າວ: ນສພ ສະຫວັນພັດທະນາ
(ແຫຼ່ງຂໍ້ມູນ: ABC LAOS NEWS)