16:40 | 17/09/2021

UNESCO ຮັບຮອງເອົາເຂດອະນຸລັກຊີວະນາໆພັນໂລກ ສອງແຫ່ງ ຂອງຫວຽດນາມ ຕື່ມອີກ

ພິທີມອບຫຼຽນກາລະນຶກ ໃຫ້ຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ ພິທີມອບຫຼຽນກາລະນຶກ ໃຫ້ຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ
ວັກຊິນ AstraZeneca ກວ່າ 592.000 ໂດສໄດ້ສົ່ງມາຮອດນະຄອນໂຮ່ຈີມິນ ຕື່ມອີກ ວັກຊິນ AstraZeneca ກວ່າ 592.000 ໂດສໄດ້ສົ່ງມາຮອດນະຄອນໂຮ່ຈີມິນ ຕື່ມອີກ

ທີ່ກອງປະຊຸມຄັ້ງທີ 33 ຂອງສະພາປະສານງານສາກົນ ກ່ຽວກັບໂຄງການມະນຸດ ແລະ ຊີວະນາໆພັນ (MAB/ICC - International Coordinating Council of the Man and the Biosphere Programme) ໃນລະຫວ່າງວັນທີ 13 - 17 ກັນຍາ, ຢູ່ Abuja, ນີເຊເຣຍ, ສອງເຂດອະນຸລັກຮັກສາຊີວະນາໆພັນ ພູຈົົ່ວ ແລະ ພູພຽງ ກອນຮ່ານຶ່ງ ຂອງຫວຽດນາມ ໄດ້ຮັບການຮັບຮອງເປັນເຂດອະນຸລັກຮັກສາຊີວະນາໆພັນໂລກ ຈາກອົງການ UNESCO.

ເປັນອັນວ່າ ໃນໄລຍະແຕ່ປີ 2000 ຫາ 2020, ຫວຽດນາມ ມີທັງໝົດ 11 ແຫ່ງ ທີ່ໄດ້ຮັບການຮັບຮອງເປັນເຂດອະນຸລັກຮັກສາຊີວະນາໆພັນໂລກ, ກາຍເປັນປະເທດທີ່ມີຈຳນວນເຂດອະນຸລັກຮັກສາຊີວະນາໆພັນຫຼາຍອັນດັບ 2 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຖັດຈາກ ອິນໂດເນເຊຍ.
ພາບປະກອບ

ເຂດອະນຸລັກຮັກສາຊີວະນາໆພັນ ພູຈົ່ວ ມີເນື້ອທີ່ທັງໝົດກວ່າ 106.000 ເຮັກຕາ, ແມ່ນແບບຢ່າງໜຶ່ງທີ່ບັນລຸມາດຕະຖານກ່ຽວກັບລະບົບຊີວະພາບປ່າແຫ້ງແລ້ງ ທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງແມ່ນໜຶ່ງໃນຈຳນວນເຂດຊີວະພາບ 200 ແຫ່ງທີ່ສຳຄັນຂອງໂລກ ແລະ ໄດ້ຮັບການເລືອກເຟັ້ນວ່າ ແມ່ນໜຶ່ງໃນບັນດາເຂດໃຫ້ບູລິມະສິດອະນຸລັກຮັກສາສູງສຸດຂອງຊີວະນາໆພັນທັງໝົດໃນໂລກ.

ສ່ວນເຂດອະນຸລັກຮັກສາຊີວະນາໆພັນ ພູພຽງ ກອນຮ່ານຶ່ງ ມີເນື້ອທີ່ ປະມານ 413 ພັນ ເຮັກຕາ, ມີລັກສະນະຊີວະສາດສູງທີ່ເປັນເອກະລັກສະເພາະຂອງລະບົບຊີວະພາບປ່າ, ລະບົບພືດພັນຕ່າງໆໃນປ່າ ແລະ ລະບົບສັດປ່າຢູ່ເຂດໄຕງວຽນ ຂອງ ຫວຽດນາມ. ເຂດດັ່ງກ່າວຍັງມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ຮັກສາຄວາມດຸ່ນດ່ຽງຊີວະພາບຂອງເຂດໄຕງວຽນ ແລະ ນັບທັງຕອນກາງເຂດພາກກາງ ແລະ ຕອນໃຕ້ຂອງພາກຕາເວັນອອກ ອີກດ້ວຍ.

ສອງເຂດອະນຸລັກຮັກສາຊີວະນາໆພັນ ພູຈົ່ວ ແລະ ພູພຽງ ກອນຮ່ານຶ່ງ ຕ່າງກໍໄດ້ມີຈຸດທີ່ເປັນເອກະລັກສະເພາະພົ້ນເດັ່ນຫຼາຍຢ່າງ ກ່ຽວກັບຄຸນຄ່າວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ທີ່ພວມດຳລົງຊີວິດຢູ່ທີ່ນີ້ອີກດ້ວຍ.

ໃນການໃຫ້ສຳພາດຕໍ່ນັກຂ່າວເນື່ອງໃນເຫດການນີ້, ທ່ານ ນາງ ເລຖີ້ໂຮ່ງເວິນ, ເອກອັກຄະລັດຖະທູດ - ຫົວໜ້າຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ປະຈຳ UNESCO ໄດ້ຢືນຢັນວ່າ ນີ້ເປັນການຮັບຮອງຂອງສາກົນຕໍ່ກັບການພັດທະນາທີ່ເປັນເອກະລັກ ແລະ ຫຼາກຫຼາຍທາງດ້ານ ຄຸນຄ່າຂອງທຳມະຊາດ, ຊີວະວິທະຍາ, ສັດ ແລະ ພືດ, ຄຸນຄ່າທາງດ້ານວັດທະນະທໍາຂອງຊຸມຊົນຢູ່ໃນສອງເຂດອະນຸລັກຮັກສາຊີວະນາໆພັນຢູ່ຫວຽດນາມ; ບັນດາຄວາມມານະພະຍາຍາມຂອງທ້ອງຖິ່ນ ແລະ ປະຊາຊົນໃນການອະນຸລັກຊີວະນາໆພັນທີ່ຍືນຍົງ.

ເປັນອັນວ່າ ໃນໄລຍະແຕ່ປີ 2000 ຫາ 2020, ຫວຽດນາມ ມີທັງໝົດ 11 ແຫ່ງ ທີ່ໄດ້ຮັບການຮັບຮອງເປັນເຂດອະນຸລັກຮັກສາຊີວະນາໆພັນໂລກ, ກາຍເປັນປະເທດທີ່ມີຈຳນວນເຂດອະນຸລັກຮັກສາຊີວະນາໆພັນຫຼາຍອັນດັບ 2 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຖັດຈາກ ອິນໂດເນເຊຍ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-11198.html

In bài biết