ກອງພັນທີ 2 ຜ່າວົງປິດລ້ອມສັດຕູ ວິລະກຳອັນມະຫັດສະຈັນ ຂອງກອງທັບປະຊາຊົນລາວ
|
(ພາບ: ປະກອບ)
ໂດຍປະຕິບັດຕາມສັນຍາວຽງຈັນ ປີ 1957 ວ່າດ້ວຍການລວມປະ ສົມກຳລັງທະຫານຂອງສອງຝ່າຍ ລະຫວ່າງຝ່າຍແນວລາວຮັກຊາດ ແລະ ລັດຖະບານແຫ່ງລາຊະອະນາຈັກ ກຳລັງປະກອບອາວຸດ ຂອງ ຝ່າຍປະເທດລາວ ຈຳນວນ 1.500 ຄົນ ໄດ້ຮັບການຈັດຕັ້ງມອບໝາຍ ໃຫ້ເຂົ້າຮ່ວມກັບກອງທັບຂອງລາຊະອານາຈັກ ໂດຍກອງພັນທີ 1 ຕັ້ງຢູ່ເມືອງຊຽງເງິນ ແຂວງຫລວງພະບາງ ແລະ ກອງພັນທີ 2 ຕັ້ງຢູ່ທົ່ງໄຫຫີນ ແຂວງຊຽງຂວາງ. ກອງກຳລັງທັງສອງກອງພັນແມ່ນກຳ ລັງທີ່ຈົ່ງຮັກພັກດີຕໍ່ພັກ ແລະ ປະຊາຊົນ ມີມູນເຊື້ອຮັກຊາດທີ່ສູງສົ່ງ ມີນ້ຳໃຈປະຕິວັດສຸດກົກສຸດປາຍມີ ລະບຽບວິໄນທີ່ເຄັ່ງຄັດເຂັ້ມງວດ ເປັນກຳລັງທີ່ເຄີຍສ້າງຜົນງານອັນດີເດັ່ນ ໃນການຕໍ່ສູ້ອັນພິລະອາດຫານ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາຜູ້ຮຸກ. ນັບແຕ່ມື້ທີ່ກອງພັນທີ 2 ໄດ້ເຄື່ອນທັບເຂົ້າ ມາຕັ້ງຢູ່ໃຈກາງທົ່ງໄຫຫີນ ຈັກກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນທີ່ເປັນລູກມື ກໍໄດ້ດຳເນີນກົນອຸບາຍ ເພື່ອຫວັງທັບມ້າງ ແລະ ດັບມອດກຳລັງຂອງກອງພັນ ທີ 2 ຊຶ່ງໃນເບື້ອງຕົ້ນ ພວກເຂົາໄດ້ນຳໃຊ້ເລ່ລ່ຽມກົນອຸບາຍ ດ້ວຍວິທີໂຄສະນາຊວນເຊື່ອຕົວະຍົວະ ຊື້ຈ້າງຈອບອອຍດ້ວຍເງິນຄຳນາງສາວ ແລະ ແບບດຳລົງຊີວິດທີ່ຟຸມເຟືອຍຍົວະເຍົ້າໃຫ້ກອງພັນທີ 2 ຍອມມອບອາວຸດ ແລະ ຮັບເອົາການ ປະດັບຊັ້ນ ເພື່ອຫວັງກືນເອົາກຳລັງຂອງກອງ ພັນທີ 2 ເຂົ້າເປັນກຳລັງ ຂອງກອງທັບລາຊະອານາຈັກ. ແຕ່ ຄະນະພັກ ແລະ ຄະນະບັນຊາ ຂອງກອງພັນທີ 2 ກໍໄດ້ເດັດດ່ຽວນຳພາ ແລະ ອ້າຍນ້ອງພະນັກງານນັກຮົບ ດ້ວຍຄວາມທຸນທ່ຽງໝັ້ນໜຽວສາມາດຮັກສາ ແລະ ສະແດງໃຫ້ເຫັນໄດ້ທາດແທ້ຂອງນັກຮົບປະຕິວັດ ຕໍ່ມາພວກເຂົາໄດ້ຫັນມານຳໃຊ້ວິທີການນາບຂູ່ການບີບບັງຄັບໂດຍທາງອ້ອມເປັນຕົ້ນ ການຈຳກັດເຂົ້າ ປາອາຫານ ເຄື່ອງໃຊ້ສອຍ ແລະ ອື່ນໆ ການກະທຳຂອງພວກເຂົາ ເຖິງວ່າໄດ້ສ້າງຄວາມຫຍຸ້ງຍາກຫລາຍປະການ ໂດຍສະເພາະແມ່ນ ດ້ານຊີວິດການເປັນຢູ່ຂອງພະນັກ ງານນັກຮົບ ແລະ ຄອບຄົວ ແຕ່ພວກເຂົາກໍບໍ່ສາມາດເອົາຊະນະ ມານະຈິດປະຕິວັດຂອງນັກຮົບປະຕິວັດໄດ້ກົງກັນຂ້າມ ທົ່ວກອງພັນຍິ່ງມີຈິດໃຈບຸກບືນນ້ຳ ໃຈຄຽດແຄ້ນສັດ ຕູນັບມື້ນັບສູງ.
ຄະນະພັກ ຄະນະບັນຊາ ໄດ້ອອກ ແຮງປຸກລະດົມຂະບວນການ ເພີ່ມພູນຜະລິດຜົນປະຢັດມັດທະຍັດບັນ ດາກົມກອງໄດ້ເປັນເຈົ້າການ ເຮັດວຽກງານໂຄສະນາຂົນຂວາຍເປີດ ກ້ວາງການພົວພັນລະຫວ່າງທະ ຫານ ກັບປະຊາຊົນຢູ່ໃນເຂດອ້ອມ ແອ້ມທີ່ຕັ້ງຂອງກອງພັນ ສະນັ້ນ ພຽງແຕ່ໄລຍະສັ້ນໆ ພະນັກງານນັກຮົບກອງພັນທີ 2 ກໍໄດ້ຮັບຄວາມ ເຊື່ອຖື ຮັກແພງ ແລະ ເຊື່ອໝັ້ນຈາກປະຊາຊົນຢ່າງກ້ວາງຂວາງ ຈາກນັ້ນ ປະຊາຊົນທີ່ຢູ່ບໍລິເວນນັ້ນ ກໍໄດ້ ໃຫ້ຄວາມຊ່ວຍເຫລືອເບິ່ງແຍງຊີວິດ ການເປັນຢູ່ຂອງພະນັກງານນັກຮົບ ກອງພັນທີ 2 ຄືກັບລູກຫລານຄີງຂອງຕົນເອງ. ເມື່ອເຮັດແນວໃດນັກ ຮົບປະຕິວັດກອງພັນທີ 2 ກໍບໍ່ຍອມ ຈຳນົນ ກົງກັນຂ້າມຊ້ຳພັດມີຄວາມ ທຸນທ່ຽງບໍ່ຢ້ານກົວຕໍ່ການກະທຳ ແລະ ສະຖານະການໃດໆ ພວກເຂົາ ກໍໄດ້ບືນເລິກເຂົ້າ ໂດຍໃຊ້ກຳລັງທະຫານລາຊະອະນາຈັກ ຈຳນວນ 3 ກອງພັນ ໂດຍມີກອງກຳລັງປືນໃຫຍ່ ລົດຫຸ້ມເກາະ ແລະ ເຮືອບິນທຳການປິດລ້ອມ ກອງພັນທີ 2 ໃຊ້ ຖ້ອຍຄຳນາບຂູ່ເພື່ອບັງຄັບໃຫ້ກອງ ພັນທີ 2 ມອບຕົວ. ຢືນຢູ່ຕໍ່ໜ້າສະ ພາບການທີ່ເຄັ່ງຕຶງ ແລະ ສ່ຽງເປັນ ສ່ຽງຕາຍດັ່ງກ່າວ ຄະນະພັກຄະ ນະບັນ-ຊາກອງພັນ ໄດ້ເປີດກອງປະ ຊຸມປຶກສາຫາລືກັນຢ່າງເຄັ່ງຮ້ອນ ລະອຽດຮອບຄອບຖີ່ຖ້ວນ ບົນພື້ນ ຖານຄວາມເປັນເອກະພາບມີຄວາມ
ຕັດສິນໃຈທີ່ໝັ້ນແກ່ນ ຂອງພະນັກ ງານນັກຮົບທົ່ວກອງພັນ ແລະ ດ້ວຍ ການອູ້ມຊູຊ່ວຍເຫລືອຂອງປະຊາ ຊົນເຂດຊຽງຂວາງ ກອງພັນທີ 2 ໄດ້ສ້າງວິລະກຳດ້ວຍການຕັດສິນໃຈບັນຊາກອງທະຫານ ຜ່ານວົງລ້ອມອັນແໜ້ນໜາຂອງສັດຕູ ອອກໄປສູ່ເຂດທີ່ໝັ້ນປະຕິວັດ ໃນວັນທີ 18 ພຶດສະພາ (5) 1959 ດ້ວຍຄວາມພິລະອາດຫານ ແລະ ມີໄຊ. ໄຊຊະນະຂອງກອງພັນທີ 2 ໃນ ການຜ່າ ວົງລ້ອມຂອງສັດຕູບໍ່ພຽງ ແຕ່ເປັນການທັບມ້າງເລ່ລ່ຽມກົນ ອຸບາຍ ແລະການກະທຳຝືນປະຕິວັດ ຂອງພວກຈັກກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນ ທີ່ເປັນຕີນ ມືເທົ່ານັ້ນແຕ່ມັນຍັງເປັນການປຸກ ລະດົມ ແລະ ເປີດສາກໃຫ້ແກ່ການຫັນທິດຕໍ່ສູ້ປະຕິວັດ ໃຫ້ກ້າວໄປສູ່ໄລຍະ ແລະ ຄຸນນະພາບໃໝ່ພ້ອມ ດຽວກັນນີ້ ກໍໄດ້ເປັນການປະກອບ ສ່ວນ ຂຽນປະຫວັດສາດແຫ່ງການຕໍ່ສູ້ທີ່ຮຸ່ງເຮືອງເຫລືອງເຫລື້ອມ ຂອງປະຊາຊົນລາວໃນໄລຍະຕໍ່ມາ.
(ແຫຼ່ງຂໍ້ມູນ: ຂປລ)