21:28 | 17/12/2018

ທະຫານຊາຍແດນແຂວງກວ້າງຈິ ຈັດການ ກວດພະຍາດ ແລະ ແຈກຢາໂດຍບໍ່ເສຍຄ່າໃຫ້ ປະຊາຊົນລຽບຕາມສອງຝັ່ງຊາຍແດນ ຫວຽດ-ລາວ

ທະຫານຊາຍແດນແຂວງກວ້າງຈິ ຈັດການ ກວດພະຍາດ ແລະ ແຈກຢາໂດຍບໍ່ເສຍຄ່າໃຫ້ ປະຊາຊົນລຽບຕາມສອງຝັ່ງຊາຍແດນ ຫວຽດ-ລາວ

ທ່ານພັນເອກພິເສດ ຫງວ໋ຽນ ຮົ່ງຟອງ, ຮອງຜູ້ບັນຊາການທະຫານຊາຍແດນແຂວງກວາງຈິ ມອບຂອງຂວັນໃຫ້ແກ່ຄອບຄົວຫຍຸ້ງຍາກຢູ່ບ້ານລາໄລອາຊອຍ, ເມືອງຕຸ້ມລານ, ແຂວງສາລະວັນ. (ພາບ: bienphong.com.vn)

ເພື່ອຊ່ວຍເຫຼືອ ແລະ ເອົາໃຈໃສ່ ພໍ່ແມ່ປະຊາຊົນ ທີ່ມີຄວາມຫຍຸ້ງຍາກ ຍ້ອນອາກາດໜາວ ແລະ ຝົນຕົກໜັກ ພະນັກງານແພດ, ໝໍ ແລະ ເຕັກນິກວິຊາການຕ່າງໆ ໄດ້ລົງກວດພະຍາດ ໃຫ້ແກ່ປະຊາຊົນຈຳນວນ 535 ຄົນ( ໃນນັ້ນມີປະຊາຊົນລາວ : 175 ຄົນ ແລະ ຫວຽດນາມ: 360 ຄົນ); ພະນັກງານແພດໝໍ ໄດ້ຖ່າຍ ເອັກສະເລ ກວດພະຍາດວັນນະໂລກ ແລະ ພະຍາດປອດ ໃຫ້ ປະຊາຊົນຫຼາຍກວ່າ 100 ຄົນ...

ຜ່ານການກວດພະຍາດ ພົບວ່າ ມີ 7 ຄົນ ມີພະຍາດກ່ຽວຂ້ອງກັບ ປອດ, ຫົວໃຈ ແລະ ກະດູກ(ໄຂຂໍ້) ຕ້ອງໄດ້ຮັບການຮັກສາຈາກ ພະແນກສາທາລະນະສຸກ.

ໃນການກວດກາຄັ້ງນີ້ ກອງບັນຊາການທະຫານແຂວງ ກວ້າງຈິ ໄດ້ມອບຂອງຂວັນ ຈຳນວນ 15 ຊຸດ ໃຫ້ແກ່ຄອບຄົວທຸກຍາກພິເສດ ຂອງທັງສອງຟາກຊາຍແດນ. ມູນຄ່າຂອງການຊ່ວຍເຫຼືອຄັ້ງນີ້ ຈຳນວນ 55 ລ້ານດົ່ງ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-111.html

In bài biết