ສືບຕໍ່ປັບປຸງຍົກລະດັບຄຸນນະພາບປະສິດທິຜົນວຽກງານແນວຄິດທິດສະດີຂອງພັກ
|
ພັກປະຊາຊົນປະຕິວັດລາວ ຖືວ່າວຽກງານແນວຄິດ-ທິດສະດີ ຂອງພັກແມ່ນບັນຫາສຳຄັນທີ່ມີລັກສະນະຍຸດທະສາດ, ທັງແມ່ນໜ້າທີ່ອັນຮີບດ່ວນໃນປັດຈຸບັນ ແລະ ໃນຊຸມປີຕໍ່ໜ້າ.
ສະນັ້ນ, ໜ້າທີ່ຕົ້ນຕໍຂອງວຽກງານແນວຄິດ-ທິດສະດີ ຈຶ່ງຕ້ອງສຸມໃສ່ບັນດາດ້ານຄື: ສືບຕໍ່ຍົກສູງຄວາມສາມາດໃນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງພັກ ເພື່ອສ້າງພື້ນຖານທິດສະດີໃໝ່ທີ່ມີຊີວິດຊີວາ, ແນໃສ່ຍົກສູງສະຕິປັນຍາ, ຄວາມສາມາດນຳພາຂອງພັກ ແລະ ຄວາມສາມາດຫັນທິດສະດີເປັນແນວທາງ-ແຜນນະໂຍບາຍໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດລາວ. ພ້ອມດຽວກັນນັ້ນກໍ່ດຳເນີນການສະຫລຸບຕີລາຄາວຽກງານຄົ້ນຄວ້າທິດສະດີ ແລະ ສະຫລຸບພຶດຕິກຳເພື່ອສືບຕໍ່ປັບປຸງບັນດາເນື້ອໃນການຄົ້ນຄວ້າ, ໂດຍສະເພາະແມ່ນບັນຫາທີ່ພົວພັນເຖິງລັກສະນະຂອງການປະຕິວັດປະເທດລາວໃນໄລຍະໃໝ່ ຫລື ການກຳນົດເສັ້ນທາງ ແລະ ບາດກ້າວການສ້າງປະຖົມປັດໄຈເພື່ອກ້າວຂຶ້ນສັງຄົມນິຍົມຢູ່ປະເທດລາວ; ບັນຫາການຮັກສາ ແລະ ເສີມຂະຫຍາຍທາດແທ້, ລັກສະນະນຳໜ້າຂອງພັກໃນເງື່ອນໄຂພັກກຳອຳນາດ; ບັນຫາການພັດທະນາເສດຖະກິດຕະຫລາດຕາມທິດສັງຄົມນິຍົມ, ຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ຄົ້ນຄວ້າ, ກຳແໜ້ນປະຫວັດສາດ, ມູນເຊື້ອ, ທາດແທ້ຂອງພັກ, ສັງລວມເອົາທັດສະນະແນວຄິດ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ ແລະ ການນຳອື່ນໆ ເພື່ອສ້າງເປັນພື້ນຖານແນວຄິດທິດສະດີຂອງພັກ ແລະ ເອົາເປັນພື້ນຖານສຳລັບການສິດສອນ, ສຶກສາອົບຮົມ ແລະ ຝຶກຝົນຫລໍ່ຫລອມໃຫ້ແກ່ສະມາຊິກພັກ-ພະນັກງານ. ພ້ອມດຽວກັນກໍ່ຕ້ອງສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຄົ້ນຄວ້າທິດສະດີ ແລະ ພຶດຕິກຳຕາມຫົວຂໍ້ໃຫຍ່ລະດັບຊາດທີ່ໄດ້ຮັບຮອງເອົາແລ້ວໃຫ້ສຳເລັດຕາມຄາດໝາຍ, ພ້ອມທັງປັບປຸງການຈັດຕັ້ງຂອງພາກສ່ວນທີ່ເຮັດວຽກຄົ້ນຄວ້າທິດສະດີ ແລະ ພຶດຕິກຳຄືນໃໝ່, ນັບທັງການສັບຊ້ອນບຸກຄະລາກອນ ແລະ ສະໜອງດ້ານງົບປະມານໃຫ້ມີຄວາມເໝາະສົມ ເພື່ອຮັບປະກັນດ້ານຄຸນນະພາບຂອງວຽກງານດັ່ງກ່າວ. ສືບຕໍ່ຍົກສູງຄຸນນະພາບຂອງວຽກງານແນວຄິດເພື່ອບັນລຸເຖິງການສ້າງສະຕິບຸກຄົນ ແລະ ສະຕິສັງຄົມ ໃຫ້ສອດຄ່ອງກັບແນວທາງປ່ຽນແປງໃໝ່ຂອງພັກ, ທັງສ້າງໃຫ້ໄດ້ສະຕິຕື່ນຕົວ ແລະ ຄວາມຮູ້ດ້ານການເມືອງ; ສ້າງຄວາມເຊື່ອໝັ້ນຕໍ່ແນວທາງ ແລະ ການນຳພາຂອງພັກ, ຄວາມຕື່ນຕົວເປັນເຈົ້າການໃນການເຂົ້າຮ່ວມພາລະກິດປ່ຽນແປງໃໝ່ກໍ່ຄືການປົກປັກຮັກສາ ແລະ ພັດທະນາປະເທດ, ຕ້ານບັນດາແນວຄິດ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ໃນສັງຄົມ.
ເພື່ອໃຫ້ບັນລຸເປົ້າໝາຍຂອງວຽກງານແນວຄິດ, ຕ້ອງສືບຕໍ່ປ່ຽນແປງດ້ານເນື້ອໃນ ແລະ ຮູບການໃນ ການເຄື່ອນໄຫວວຽກງານແນວຄິດໃຫ້ມີຄຸນນະພາບໃໝ່, ໂດຍສະເພາະແມ່ນການຮ່ຳຮຽນທິດສະດີມາກ-ເລນິນ, ທັດສະນະຂອງພັກ, ແນວທາງ, ແຜນນະໂຍບາຍ ແລະ ກົດໝາຍຂອງລັດ; ສຶກສາອົບຮົມມູນເຊື້ອຮັກຊາດ, ໂຄສະນາເຜີຍແຜ່-ຜັນຂະຫຍາຍບັນດາປັດໄຈໃໝ່, ຕົວແບບທີ່ກ້າວໜ້າ, ບຸກຄົນແບບຢ່າງ, ວຽກດີຄົນເດັ່ນໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໄດ້ຮຽນຮູ້. ສ້າງຂໍ້ກຳນົດໃຫ້ສະມາຊິກພັກແຕ່ລະສະຫາຍໃຫ້ມີຄວາມຮັບຜິດຊອບຕໍ່ວຽກງານແນວຄິດໂດຍກົງເພື່ອກຳແໜ້ນສະພາບແນວຄິດ ແລະ ມີວິທີແກ້ໄຂທັນເວລາ, ເຮັດໃຫ້ວຽກງານສຶກສາອົບຮົມການເມືອງ- ແນວຄິດຕິດແໜ້ນ ແລະ ສອດຫ້ອຍໄປນຳທຸກຂົງເຂດວຽກງານຂອງພັກ ແລະ ລັດ, ແນໃສ່ເຮັດໃຫ້ພະນັກງານ-ສະມາຊິກພັກ, ໂດຍສະເພາະແມ່ນພະນັກງານຫລັກແຫລ່ງກຳແໜ້ນແນວທາງນະໂຍບາຍຂອງພັກມີຫລັກໝັ້ນທັດສະນະ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຮັບຜິດຊອບສູງ ໃນການປະຕິບັດໜ້າທີ່ດ້ວຍຄວາມປອດໃສ, ທັງເປັນເຈົ້າການປົກປ້ອງແນວທາງ ແລະ ອຸດົມການຂອງພັກ, ຕີຖອຍສິ່ງຫຍໍ້ທໍ້ທີ່ເກີດຂຶ້ນຢູ່ ໃນຖັນແຖວສະມາຊິກພັກ, ພະນັກງານ ແລະ ຢູ່ໃນສັງຄົມ.
ປັບປຸງວຽກງານໂຄສະນາອົບຮົມຂອງພັກໃຫ້ມີຄຸນນະພາບ, ມີຊີວິດຊີວາ, ສອດຄ່ອງ ແລະ ທົ່ວເຖິງ ເປົ້າໝາຍຕ່າງໆ; ປ່ຽນແປງໃໝ່ແບບວິທີກໍ່ສ້າງ ແລະ ຝຶກອົບຮົມຍົກລະດັບທິດສະດີການເມືອງໃຫ້ແກ່ພະນັກງານ, ສະມາຊິກພັກຢູ່ໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂຮງຮຽນການເມືອງ- ການປົກຄອງທ້ອງຖິ່ນ, ໃນລະບົບການສຶກສາຂອງລັດ ແລະ ເອກະຊົນ, ບັນດາສະຖາບັນການສຶກສາໃນກຳລັງປະກອບອາວຸດ. ສືບຕໍ່ປັບປຸງຫລັກສູດ, ເນື້ອໃນການຮຽນ, ການສິດສອນທິດສະດີການເມືອງຢູ່ໂຮງຮຽນການເມືອງ-ການປົກຄອງໃນທົ່ວປະເທດ, ລວມທັງປຶ້ມຫລັກສູດວິຊາການເມືອງຢູ່ໃນໂຮງຮຽນຊັ້ນຕ່າງໆໃຫ້ແທດເໝາະກັບຕົວຈິງ. ເອົາໃຈໃສ່ບຳລຸງສ້າງ ແລະ ຍົກລະດັບຄວາມຮູ້ຂອງຖັນແຖວຄູອາຈານສອນວິຊາການເມືອງໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ; ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການບຳລຸງຍົກລະດັບໃຫ້ແກ່ຖັນແຖວພະນັກງານໂຄສະນາອົບຮົມ ແລະ ນັກປາຖະກະຖາ, ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ, ໂດຍຕິດພັນກັບການປັບປຸງກົງຈັກການຈັດຕັ້ງ, ສະໜອງງົບປະມານ, ພາຫະນະ ແລະ ພື້ນຖານວັດຖຸເຕັກນິກທີ່ທັນສະໄໝ ໃຫ້ມີຄວາມເໝາະສົມ ເພື່ອສາມາດຮອງຮັບກັບຄວາມຮຽກຮ້ອງຕ້ອງການຂອງວຽກງານແນວຄິດໃນໄລຍະໃໝ່.
(ແຫຼ່ງຂໍ້ມູນ: ຂປລ)