09:51 | 01/09/2021

ສະຖານທູດລາວ ປະຈຳ ຫວຽດນາມ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ

ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ມີການຕ້ອນຮັບທ່ານ ຊຸງປົວ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ມີການຕ້ອນຮັບທ່ານ ຊຸງປົວ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ

ວາລະສານ ຍຸກສະໄໝ ຂໍຖືເປັນກຽດນໍາສະເໜີເນຶ້ອໃນຂອງສານຄືດັ່ງຕໍ່ໄປນີ້:

ສະຖານທູດລາວ ປະຈຳ ຫວຽດນາມ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ

ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສສ ຫວຽດນາມ

"ຂ້າພະ​ເຈົ້າ​ຂໍຕາງໜ້າຄະນະນຳ, ພະນັກງານຂອງສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ແລະ ໃນນາມສ່ວນຕົວ, ຂໍສົ່ງ​ຄຳຊົມ​ເຊີຍ​ອັນອົບ​ອຸ່ນ ​ແລະ ອວຍພອນໄຊອັນປະເສີດ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍ ອ້າຍນ້ອງມາຍັງຄະນະນໍາ, ພະນັກງານຂອງສະມາຄົມ​ມິດຕະພາບຫວຽດນາມ-ລາວ ຂັ້ນ​ສູນ​ກາງ ທຸກຖ້ວນໜ້າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 76 ປີ (2/9/1945 - 2/9/2021).

ຂ້າພະເຈົ້າ ມີຄວາມປິ​ຕິ​ຍິນ​ດີເປັນຢ່າງຍິ່ງ ທີ່​ເຫັນ​ໄດ້​ວ່າ ​ໄລຍະຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດ ສ່ອງໃສຂອງພັກຄອມມູນິດຫວຽດນາມ, ປະຊາຊົນຫວຽດນາມວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ໄດ້ຮັບຜົນສຳເລັດ ແລະ ໄຊຊະນະອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົກປັກຮັກສາຄວາມເປັນເອກະລາດ ແລະ ຕໍ່ສູ້ເພື່ອທ້ອນໂຮມປະເທດຊາດເປັນເອກະພາບ ກໍຄືໄລຍະສ້າງສາພັດທະນາປະເທດຊາດຫວຽດນາມ, ພິເສດ​ໃນ​ໄລຍະແຫ່ງການປ່ຽນແປງໃໝ່ ຊຶ່ງໄດ້ເຮັດໃຫ້ປະເທດຫວຽດນາມມີສະຖຽນລະພາບທາງການເມືອງຢ່າງໜັກ​ແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ມີຄວາມເຂັ້ມແຂງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນ​ເປັນ​ກ້າວໆ, ບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງໃນເວທີ ພາກພື້ນ ແລະ ສາກົນ.

ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ເຫັນວ່າການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະລະຫວ່າງສອງສະມາຄົມ​ມິດຕະພາບ​ລາວ-​ຫວຽດນາມ ​ແລະ ຫວຽດນາມ-​ລາວ​, ພິ​ເສດລະຫວ່າງ ສະຖານທູດ ກັບສະມາຄົມ​ມິດຕະພາບຫວຽດນາມ-ລາວຂັ້ນ​ສູນ​ກາງ ແມ່ນມີຄວາມໜັກແໜ້ນ ແລະ ມີປະສິດທິຜົນ ຊຶ່ງ​ໄດ້ ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງ ແລະ ຈະເລີນງອກງາມເລື້ອຍໄປ.

ເນື່ອງໃນໂອກາດນີ້, ຂ້າພະ​ເຈົ້າຂໍຕາງໜ້າພັກ, ລັດ ​ແລະ ປະຊາຊົນລາວ ຂໍສະແດງຄວາມຮູ້​ບຸນຄຸນ ​ແລະ ຂອບ​ໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ​ນ້ອງ ທີ່​ຍາມ​ໃດ​ກໍ​ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ​ແກ່ ສປປ ລາວ ຂອງ​ພວກ​ຂ້າພະ​ເຈົ້າ​ຕະຫຼອດ​ມາບໍ່​ວ່າ​ໃນ​ສະ​ໄໝຕໍ່ສູ້​ປົດປ່ອຍຊາດ ​ໃນເມືອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ, ​ໂດຍ​ສະ​ເພາະ ການ​ຊ່ວຍ​ເຫຼືອ​ອັນ​ລໍ້າ​ຄ່າ ​ແລະ ທັນ​ການ​ຂອງ ສສ ຫວຽດນາມ​ໃຫ້​ແກ່ ສປປ ລາວ ​ໃນ​ການ​ຮັບ​ມື​ກັບ​ການລະບາດ​ເຊື້ອ​ພະຍາດ​ໂຄ​ວິດ-19, ຊຶ່ງ​ເປັນ​ການ​ຊ່ວຍ​ເຫຼືອ​ທີ່​ມີ​ປະສິດທິ​ຜົນ​ສູງ​ປະກອບສ່ວນ​ເຮັດ​ໃຫ້ ສປປ ລາວ ສາມາດ​ຄວບ​ຄຸມ​ເຊື້ອ​ພະຍາດ​ດັ່ງກ່າວ​ໄດ້​ໃນ​ລະດັບ​ແນ່ນອນ.

ອວຍພອນໃຫ້ສະຫາຍ ​ແລະ ຜ່ານສະຫາຍໄປຍັງຄະນະນຳ, ພະນັກງານຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ-ລາວ ຂັ້ນ​ສູນ​ກາງ ທຸກຖ້ວນໜ້າ ຈົ່ງມີສຸຂະພາບ ພາລະນາໄມເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ.

ອວຍພອນ​ໃຫ້ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ-​ຫວຽດນາມ ຈົ່ງ​ຂຽວສົດ​ງົດ​ງາມ ​ແລະ ໝັ້ນຄົງ​ຂະ​ໜົງ​ແກ່ນ​ຕະຫຼອດ​ກາລະ​ນາ".

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-10929.html

In bài biết