11:53 | 16/08/2021

ສືບຕໍ່ນຳເອົາພົນລະເມືອງຫວຽດນາມຢູ່ມຽນມາ ແລະ ບຣູໄນກັບຄືນບ້ານຢ່າງປອດໄພ

ຖ້ຽວບິນໄດ້ນຳສົ່ງພົນລະເມືອງຫວຽດນາມ ເກືອບ 240 ຄົນຈາກຟີລິບປິນ ກັບຄືນບ້ານຢ່າງປອດໄພ ຖ້ຽວບິນໄດ້ນຳສົ່ງພົນລະເມືອງຫວຽດນາມ ເກືອບ 240 ຄົນຈາກຟີລິບປິນ ກັບຄືນບ້ານຢ່າງປອດໄພ
ນຳສົ່ງພົນລະເມືອງຫວຽດນາມເກືອບ 500 ຄົນ ຈາກຍີ່ປຸ່ນ ແລະ ສ.ເກົາຫຼີ ກັບຄືນບ້ານຢ່າງປອດໄພ ນຳສົ່ງພົນລະເມືອງຫວຽດນາມເກືອບ 500 ຄົນ ຈາກຍີ່ປຸ່ນ ແລະ ສ.ເກົາຫຼີ ກັບຄືນບ້ານຢ່າງປອດໄພ

ສາຍການບິນ Bamboo Airways ໄດ້ປະຕິບັດມາດຕະການກ່ຽວກັບການ​ປ້ອງ​ກັນູ​ວາ​ມ​ສະ​ຫງົບ, ຄວາມປອດໄພ ແລະ ຫຼັກສຸຂາອະນາໄມ ໃນຕະຫຼອດຖ້ຽວບິນຢ່າງ​ເຂັ້ມ​ງວດ. ພະນັກງານ ແລະ ຂ້າລັດຖະການຂອງສະຖານທູດທັງໝົດ ໄດ້ໄປສະໜາມບິນເພື່ອຈັດແຈງ ແລະ ໜູນຊ່​ວຍພົນລະເມືອງຈົນເຖິງກໍລະນີສຸດທ້າຍ.

ສືບຕໍ່ນຳເອົາພົນລະເມືອງຫວຽດນາມຢູ່ມຽນມາ ແລະ ບຣູໄນກັບຄືນບ້ານຢ່າງປອດໄພ
ສືບຕໍ່ນຳເອົາພົນລະເມືອງຫວຽດນາມຢູ່ມຽນມາ ແລະ ບຣູໄນກັບຄືນບ້ານຢ່າງປອດໄພ.

ປະຈຸບັນ ມຽນມາ ເປັນປະເທດທີ່ມີ​ສອງວິກິດການ, ສະ​ພາບການຂອງຄົນຫວຽດນາມຢູ່ທີ່ນີ້ ຍິ່ງປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າອ​ີກ. ນັບແຕ່ເດືອນມີນາ 2020 ເປັນຕົ້ນມາ, ເມື່ອມີການລະບາດຂອງພະຍາດໂຄວິດ -19 ຢູ່ມຽນມາ, ​ມີພົນລະເມືອງຫວຽດນາມ ຈຳນວນ 1,928 ຄົນ ໄດ້ກັບຄືນ​ປະ​ເທດດ້ວຍຖ້ຽວບິນສະເພາະ ໂດຍລັດຖະບານ, ກະຊວງການຕ່າງປະເທດ, ບັນດາກະຊວງ ແລະ ຂະແໜງການຈັດ​ແຜນ.

ໃນວັນດຽວກັນ, ອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມປະຈຳ ບຣູໄນ, ບໍລິສັດ LILAMA SEA Brunei (​ຂຶ້ນ​ກັບບໍລິສັດປະກອບເຄື່ອງຈັກຫວຽດນາມ) ແລະ ບໍລິສັດການບິນ Vietjet ໄດ້ປະສານສົມທົບກັບ ອົງການທີ່ມີໜ້າທີ່ ບຣູໄນ ພາພົນລະເມືອງຫວຽດນາມ 154 ຄົນ ກັບເມືອປະເທດຢ່າງປອດໄພດ້ວຍຖ້ຽວບິນຖ້ຽວບິນໂດຍສານເໝົາ​ລ​ຳຂອງ LILAMA.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-10710.html

In bài biết