ແປກແຕ່ປະໂຫຍດຕໍ່ຄົນລາວທີ່ກຳລັງດຳລົງຊີວິດ ແລະ ຄົ້ນຄວ້າຮ່ຳຮຽນ ຢູ່ຫວຽດນາມ
ທ່ານ ເກດແກ້ວ ມະນີວົງ, ເລຂາ ສອງ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຫວຽດນາມ; ທ່ານ ສົມສັກ ແສງສັກດາ, ຮອງນວຍການ ໂຮງຮຽນການເມືອງການປົກຄອງ ແຂວງຈຳປາສັກ, ປະຈຸບັນເປັນນັກຄົ້ນຄວ້າຂອງ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ໋ມິງ; ທ່ານ ອຸດົມພອນ ສີວົງສາ ພະນັກງານ ວິຊາການ-ຫ້ອງວ່າການປົກຄອງແຂວງ ເຊກອງ, ລາວ ປະຈຸບັນເປັນນັກຄົ້ນຄວ້າ ຢູ່ມະຫາວິທະຍາໄລ ເສດຖະສາດ ແຫ່ງຊາດ ຮ່າໂນ້ຍ ແລະ ທ່ານ ພານິດ ສີລາວີ, ຫົວໜ້າຂະແໜງ ອຸດສາຫະກຳ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ປະຈຸບັນກຳລັງສຶກສາຂັ້ນປະລິນຍາໂທ ຢູ່ມະຫາວິທະຍາໄລ ເສດຖະສາດ ແຫ່ງຊາດ ຮ່າໂນ້ຍ ໄດ້ມີການແລກປ່ຽນຄວາມສຶກກ່ຽວກັບເນື້ອໃນການທູດປະຊາຊົນຢູ່ໃນໜ້າໜັງສືພິມ ເທີ່ຍດ້າຍ ພາກພາສາລາວ.
| |
ທ່ານ ເກດແກ້ວ ມະນີວົງ ເລຂາ ສອງ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຫວຽດນາມ.
ນັກຂ່າວ: ທ່ານຮູ້ສຶກແນວໃດເມື່ອທ່ານໄດ້ອ່ານໜັງສືພິມ ເທີ່ຍດ້າຍ ພາກພາສາລາວ?
ທ່ານ ເກດແກ້ວ ມະນີວົງ: ຕອນທຳອິດທີ່ເຂົ້າເບິ່ງ ຂ້າພະເຈົ້າເຫັ້ນໜ້າໜັ້ງສືພິມນີ້ແປກໆດີ. ແຕ່ເມືອເຂົ້າໄປອ່ານຮູ້ສຶກວ່າໂຄງສ້າງຂອງໜ້າໜັງສຶພິມມີຄວາມອຸດົມສົມບູນ ແລະ ເນຶ້ອໃນກໍ່ຫຼາກຫຼາຍ, ຮູບພາບແຈ່ມແຈ້ງ. ແລະ ຂ້ອຍຮູ້ສຶກວ່າໜັງສືພິມເອເລັກໂຕນິກນີ້ ຈະເປັນໜ້າທີ່ຂ້ອຍຈະອ່ານແລະຕິດຕາມ ນອກຈາກໜ້າໜັງສືພິມຂອງລາວແທ້ແລ້ວ.
ທ່ານ ສົມສັກ ແສງສັກດາ: ຄັກ! ອ້າຍຮູ້ສຶກວວ່າ ຫົວຂໍ້ທີ່ແປມາຈາກພາສາຫວຽດແມ່ນບໍ່? ເມື່ອອ່ານ ອ້າຍມັກອ່ານຄຳສັບໃໝ່ທີ່ໜັງສືພິມແປມາຈາກພາສາຫວຽດ ເພາະມັນເຮັດໃຫ້ອ້າຍໄດ້ຮູ້ຄຳສັບຫຼາຍຂື້ນ.
ທ່ານ ອຸດົມພອນ ສີວົງສາ: ໃນນາມເປັນພະນັກງານມາຮຽນ ດັ່ງນັ້ນການຊອກຫາຂໍ້ມູນຂ່າວສານ ແມ່ນມີຄວາມໝາຍສຳຄັນ, ພິເສດແມ່ນຂໍ້ມູນທີ່ເປັນທັງພາສາຫວຽດ-ລາວ. ເທື່ອທຳອິດເຂົ້າອ່ານ ໜັງສືພິມພາກພາສາລາວ ຂອງໜ້າໜັງສືພິມເທີ່ຍດ້າຍ ແມ່ນຍ້ອນໝູ່ສົ່ງ ລິງມາໃຫ້. ເມື່ອອ່ານ ໜັງສືພິມດັ່ງກ່າວມີຂໍ້ມູນຂ່າວສານທີ່ມີຄວາມຫຼາກຫຼາຍ ແລະ ອັບເດໄວ. ແຕ່ລະມື້ຕອນເຊົ້າຂ້ອຍມັກເປີດໂທລະສັບອອກມາອ່ານ.
ທ່ານ ພານິດ ສີລາວີ: ຂ້ອຍເຫັນວ່າ ໜ້າໜັງສືພິມ ພາກພາສາລາວ ໂດຍໜັງສືພິມ ເທີ່ຍດ້າຍສ້າງຂື້ນມາເປັນເວບໄຊ ທີ່ມີນ້ອງນັກຮຽນລາວເລືອກທີ່ຈະອ່ານແລະ ຊອກຫາຂໍ້ມູນທີ່ມີປະໂຫຍດ. ໃນນັ້ນພວກເຮົາຊອກຫາຂໍ້ມູນກ່ຽວກັບວັດທະນະທຳ, ພູມສັນຖານ ແລະ ປະຊາຊົນຊາວຫວຽດນາມ. ເຂົ້າໄປກິກເບິ່ງໃນເວບໄຊເພື່ອຊອກຫາຂໍ້ມູນ ຂ້ອຍຮູ້ສຶກວ່າມີຂໍ້ມູນທີ່ອຸດົມສົມບູນ ຫຼາກຫຼາຍ ແລະ ຂໍ້ມູນອັບເດດໄວ. ມັນສ້າງຄວາມສະດວກໃຫ້ພວກເຮົາ ໃນການຊອກອ່ານຂໍ້ມູນ ພິເສດ ຂໍ້ມູນກ່ຽວກັບກົດໝາຍ, ວັດທະນະທຳ ເພື່ອໃຫ້ພວກເຮົາ ດຳລົງຊີວິດ, ຮ່ຳຮຽນ ຢູ່ປະເທດຫວຽດນາມ.
|
ທ່ານ ສົມສັກ ແສງສັກດາ ຮອງອຳນວຍການ ໂຮງຮຽນການເມືອງການປົກຄອງ ຈຳປາສັກ.
ນັກຂ່າວ: ຖ້າທຽບໃສ່ໜັງສືພິມພາສາລາວ ຂອງໜັງສືພິມ ເທີ່ຍດ້າຍ ກັບ ໜັງສືພິມລາວຂອງແທ້ ທ່ານເຫັນວ່າມີຄວາມແຕກຕ່າງແນວໃດ?
ທ່ານ ເກດແກ້ວ ມະນີວົງ: ຕ່າງຢູ່ບ່ອນຫົວຂໍ້ ມິດຕະພາບ ແລະ ບັນດາຫົວຂໍ້ນ້ອຍ ສ່ວນເນື້ອໃນຂ້ອຍຮູ້ສຶກວ່າມັນອັບເດດຕາມວັນເວລາໄວກວ່າຂອງລາວ.
ທ່ານ ສົມສັກ ແສງສັກດາ: ຊື້ຂອງຫົວຂໍ້ກໍ່ບໍ່ຕ່າງຫຍັງກັບໜັງສືພິມລາວ. ທາງດ້ານເນື້ອໃນ ຂ້ອຍເຫັນວ່າອັບເດດໄວກວ່າ ແລະ ລະອຽດກວ່າກ່ຽວກັບການເຄື່ອນໄຫວມິດຕະພາບ ແລະ ຮ່ວມມື ຫວຽດນາມ-ລາວ. ຂ້ອຍມັກອ່ານສະພາບການບ້ານເມືອງ ສັງຄົມ ຂອງຫວຽດນາມ ຜ່ານເວບນີ້.
ທ່ານ ອຸດົມພອນ ສີວົງສາ: ຂ້ອຍເຫັນວ່າມີຄວາມຄ້າຍຄືກັນຫຼາຍກັບໜ້າໜັງສືພິມລາວ
ທ່ານ ພານິດ ສີລາວີ: ຂ້ອຍເຫັນວ່າໜ້າໜັງສືພິມເອເລັກໂຕນິກພາກພາສາລາວນີ້ຄືກັນທາງດ້ານໂຄງສ້າງ ແລະ ເນື້ອ້ໃນ, ມີພຽງສ່ວນໜ້ອຍຄືຊື່ຂອງຫົວຂໍ້ຂ່າວ ແລະ ຟ້ອນທີ່ໃຊ້ມັນຕ່າງ. |
ທ່ານ ອຸດົມພອນ ສີວົງສາ ວິຊາການ ຫ້ອງວ່າການປົກຄອງແຂວງ-ແຂວງສາລະວັນ.
ທ່ານ ເກດແກ້ວ ມະນີວົງ: ຕາມຂ້ອຍໂຄງສ້າງ ແລະ ເນື້ອໃນແມ່ນໄດ້ແລ້ວ. ຜູ່ອ່ານເຂົ້າໃຈເນື້ອໃນຂ່າວທີ່ ໜັງສືພິມຕ້ອງການນຳສະເໜີ.
ທ່ານ ສົມສັກ ແສງສັກດາ: ໃນນາມສ່ວນຕົວຂອງເຫັນວ່າ: ຊື່ຫົວຂໍ້ຂ່າວຄວນມີການຂີດໜ້າເພື່ອງ່າຍໃນການເບິ່ງ, ສ່ວນອື່ນໆແມ່ນເຫັນວ່າດີແລ້ວ.ທ່ານ ອຸດົມພອນ ສີວົງສາ: ສ່ວນໂຕຂ້າພະເຈົ້າ ເມື່ອອ່ານແລ້ວຂ້ອຍຕ້ອງການຮູ້ຈຳນວນພົນທີເຂົ້າອ່ານວ່າມີຈັກຄົນ ແລະ ມີຈັກຄົນທີ່ສົນໃຈກ່ຽວກັບຂ່າວດັ່ງກ່າວ.
ທ່ານ ພານິດ ສີລາວີ: ຂ້ອຍວ່າຄວນປັບປຸງຟ້ອນໃຫ້ຖຶກຕາມາດຕະຖານຂອງຟ້ອນລາວ.
|
ທ່ານ ພານິດ ສີລາວີ ຫົວໜ້າຂະແໜງອຸດສາຫະກຳ -ພະແນກອຸດສາຫະກຳ ແລະ ການຄ້າ ເຊກອງ.
ນັກຂ່າວ:ຄັນຊັ້ນທ່ານມັກອ່ານຂ່າວກ່ຽວກັບຫຍັງ? ທ່ານ ເກດແກ້ວ ມະນີວົງຂ້ອຍອ່ານທຸກຂ່າວທີ່ກ່ຽວຂ້ອງກັບການພົວພັນ ຫວຽດ-ລາວ. ອ່ານຂ່າວສານກ່ຽວກັບທູດປະຊາຊົນ, ນອກນັ້ນກໍ່ຍັງອ່ານ ຂ່າວເສດຖະກິດ-ການເມືອງ-ສັງຄົມ ແລະ ທ່ອງທ່ຽວຫວຽດນາມ. ພິເສດ ຂ້ອຍມັກອ່ານກ່ຽວກັບການເຄື່ອນໄຫວຮ່ວມມືຂອງສອງປະເທດ ເພາະມັນຕິດພັນກັບວຽກງານຂອງຂ້າພະເຈົ້າ ທີ່ກຳລັງເຮັດຢູ່ຫວຽດນາມປະຈຸບັນ. ທ່ານ ສົມສັກ ແສງສັກດາ:ຂ້ອຍມັກອ່ານຂ່າວທີ່ກ່ຽວຂ້ອງກັບ ກິລາ ແລະ ສຸຂະພາບ. ຍ້ອນປະຈຸບັນ ຂໍ້ມູນກ່ຽວກັບ ສຸຂະພາບ ເປັນສ່ວນໜຶ່ງຂອງຊີວິດການເປັນຢູ່ຂອງປະຊາຊົນລາວປະຈຸບັນໃຫ້ຄວາມສົນໃຈ. ທ່ານ ອຸດົມພອນ ສີວົງສາ:ຂ້ອຍມັກອ່ານ ຂ່າວເສດຖະກິດ-ການເມືອງ-ສັງຄົມ. ຍ້ອນວ່າມັນກ່ຽວຂ້ອງໂດຍກົງກັບການຄົ້ນຄວ້າ ແລະ ຮ່ຳຮຽນຂອງຂ້ອຍຢູຫວຽດນາມ. ນອກນັ້ນ ຂ້ອຍມັກໄປທ່ອງທ່ຽວ ແລະ ພະຈົນໄພ ສະນັ້ນຂ້ອຍກໍ່ຕິດຕາມສະຖານທີ່ທ່ອງທ່ຽວ, ອາຫານ ແລະ ບ່ອນຫຼິ້ນຂອງຫວຽດນາມ ຜ່ານເວບນີ້ ນັກຂ່າວ: ຂໍຂອບໃຈ.
(ຫັດທະບູນ)