00:54 | 13/05/2019

ປະດັບຫລຽນໄຊ ຫລຽນກາແຮງງານ ໃຫ້ນັກກິລາທີມຊາດລາວ

ປະດັບຫລຽນໄຊ ຫລຽນກາແຮງງານ ໃຫ້ນັກກິລາທີມຊາດລາວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍ ໃຫ້ນັກກິລາທີມຊາດ ລາວ.

​ໂອ​ກາດ​ດັ່ງກ່າວ, ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ລາຍງານໂດຍຫຍໍ້ຄວາມເປັນມາ ຂອງແຕ່ລະສະຫະພັນ ໃນການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ທີ່ສາມາດຍາດໄດ້ຫລຽນລາງວັນ ມາໃຫ້ປະເທດຊາດ ເປັນຕົ້ນແມ່ນສຳເລັດ ການເຂົ້າຮ່ວມແຂ່ງຂັນງານກິລາເອຊຽນເກມ ຄັ້ງທີ 18 ທີ່ປະເທດອິນໂດເນເຊຍ ສາ ມາດຍາດໄດ້ 2 ຫລຽນເງິນ ແລະ 3 ຫລຽນທອງ, ເອຊຽນພາລາເກມ ຄັ້ງທີ 12 ປີ 2018 ທີ່ປະເທດອິນໂດເນເຊຍ ສາມາດຍາດໄດ້ 1 ຫລຽນຄຳ ຈາກປະເພດກິລາຍົກນ້ຳໜັກດ່ຽວຊາຍ, ເຂົ້າຮ່ວມແຂ່ງຂັນ ກິລາໂວ ວີນາມຊີງ ແຊັມ ອາຊຽນ ຄັ້ງທີ 5 ທີ່ນະຄອນເນປີດໍ ປະເທດມຽນມາ ສາມາດຍາດໄດ້ 1ຫລຽນຄຳ, 3 ຫລຽນເງິນ ແລະ 1 ຫລຽນທອງ, ເຂົ້າຮ່ວມແຂ່ງຂັນກິລາກະຕໍ້ຊີງແຊັມໂລກ ຄັ້ງທີ 33 ທີ່ປະເທດໄທ ສາມາດຍາດໄດ້ 2 ຫລຽນຄຳ, 1 ຫລຽນເງິນ ແລະ 1 ຫລຽນທອງ. ຕໍ່ກັບຜົນງານດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ປະດັບຫລຽນໄຊແຮງງານ ຊັ້ນ I ໃຫ້ 14 ທ່ານ ແລະ 2 ກົມກອງ ທີ່ໄດ້ຈາກການເຂົ້າຮ່ວມແຂ່ງຂັນກິລາກະຕໍ້ຊີງແຊັມໂລກ ຄັ້ງທີ 33 ແລະ ກິລາເອຊຽນພາຣາເກມ ຄັ້ງທີ 12; ປະດັບຫລຽນໄຊແຮງງານຊັ້ນ II ໃຫ້ 26 ທ່ານ ແລະ4 ກົມກອງ ທີ່ໄດ້ຈາກການເຂົ້າຮ່ວມແຂ່ງຂັນກິລາເອຊຽນເກມ ຄັ້ງທີ 18, ປະດັບຫລຽນໄຊແຮງງານຊັ້ນ III ໃຫ້ 26 ທ່ານ ແລະ 1 ກົມກອງ, ປະດັບຫລຽນກາແຮງງານ ໃຫ້ 26 ທ່ານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ 2 ທ່ານ ແລະ 21 ກົມກອງ.

​ໃນ​​ໂອກາດ​ດຽວ​ກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດອັນໃຫຍ່ຫລວງ ຂອງຄະນະນຳຄູຝຶກ ແລະ ນັກກິລາ ທຸກຄົນ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອ ແຮງຂອງຕົນ ຈົນສາມາດ ສ້າງຊື່ສຽງມາໃຫ້ປະເທດຊາດ. ພ້ອມ​​ເນັ້ນ​ໃຫ້ຄະນະພັກ, ຄະນະນຳ ກະຊວງສຶກສາທິການ ແລະ ກິລາ ເອົາໃຈໃສ່ຊີ້ນຳວຽກງານແນວຄິດການເມືອງ ໃຫ້ບັນດາສະຫະພັນກິລາແຫ່ງຊາດລາວ, ຄູຝຶກ ແລະ ນັກກິລາ ໃຫ້ໄປຕາມທິດ ຫັນປ່ຽນໃໝ່ຂອງພັກ-ລັດ, ໃຫ້ສືບຕໍ່ມູນເຊື້ອທີ່ດີງາມໃນການສ້າງ ແລະ ພັດທະນາວຽກງານກິລາ ທີ່ມີແລ້ວນັ້ນໃຫ້ດີຂຶ້ນກວ່າເກົ່າ; ສ້າງນັກກິລາ ໃນລະດັບເຍົາວະຊົນໄວ້ເປັນພື້ນຖານ; ສ້າງທຸກເງື່ອນໄຂໃຫ້ມີການ ພັດທະນາກິລາ ແບບຕໍ່ເນື່ອງ ເພື່ອເຮັດໃຫ້ນັກກິລາຂອງລາວເຮົາ ເປັນທີ່ຍອມຮັບຂອງນາໆຊາດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-1067.html

In bài biết