ທະຫານໜຸ່ມທີ່ປຽບເໝືອນມິ່ງຂວັນຂອງ ຊາວປະໂມງ
|
ຮ້ອຍໂທ ຮຸ່ງ (ຜູ້ທີ2 ຊ້າຍ) ແລະ ຊາວປະໂມງ ສາມຄົນທີ່ໄດ້ຮັບການຊ່ວຍຊີວິດ.
ຮ້ອຍໂທ ຮຸ່ງ ຫົວໜ້າສະຖານນີ ກວດກາ ທະຫານຊາຍແດນ ເກື້ອສ໋ອດ, ຄ້າຍທະຫານຊາຍແດນ ເກື້ອສ໋ອດ ຂື້ນກັບກອງບັນຊາການທະຫານຊາຍແດນ ຮ່າຄໍຕິ໋ງ, ແມ່ນຜູ້ທີ່ໄດ້ຊ່ວຍກູ້ຊີວີດ ປີລົດ(ນັກບິນ) Su-30MK2 ຫງວ໋ຽນຮືວເກື່ອງ ທີ່ປະສົບອຸບັດຕິເຫດເຂົ້າຝັ່ງດ້ວຍຄວາມປອດໄພ ໃນປີ 2016.
ຕັ້ງແຕ່ ເດືອນກໍລະກົດ ປີ 2014 ມາຮອດປະຈຸບັນ ຮ້ອຍໂທ ຮຸ່ງ ໄດ້ເຂົ້າຮ່ວມໃນການກຸ້ໄພ, ກູ້ຊີບໃນບັນດາອຸບັດຕິເຫດ ເຖິງ 38 ຄັ້ງ ເຊິ່ງປະກອບມີ ເຮືອກຳປັ່ນ 58 ລຳ, ກັບຕັນ ແລະ ລູກເຮືອ ແລະ ຊາວປະໂມງອີກປະມານ 186ຄົນ. ລາວເວົ້າວ່າ: ຊ່ວຍພໍ່ແມ່ພີ່ນ້ອງຊາວປະໂມງແມ່ນຫຼາຍໆຈົນຈື່ບໍ່ໄຫວ.
ແຕ່ພວກເພີ່ນພັດຈື່ຂ້ອຍໄດ້ ແລະ ປຽບລາວຄຸນຜູ້ມີບຸນຄຸນໃນການຊ່ວຍຊີວິດ ປຽບເໝືອນຄົນໃນຄອບຄົວດຽວກັນ. ຊາວປະໂມງ ຟ້າມຫວຽດຮຸຍ ( ອາຍຸ 29 ຢູ່ບ້ານ ຢາງຮ່າ, ຕະແສງ ແທັກກີມ, ເມືອງ ລົກຮ່າ) ໃນຄະນະທີ່ກຳເດີນທະເລກັບໜູ່ອີກ ສອງຄົນ ໄດ້ປະສົບອຸບັດຕິເຫດ ຍ້ອນນາຍຮ້ອຍ ຮຸ່ງ ແລະ ກົມກອງຂອງເພິ່ນຊ່ວຍຊີວິດໄວ້ໄດ້.
ຮ້ອຍໂທ ຮຸ່ງ ເລົ່າຄືນວ່າ: “ມື້ນັ້ນ ຂ້າພະເຈົ້າ ໄດ້ຮັບການຂ່າວວ່າຢູ່ໄກ້ໆນັ້ນ ມີເຮືອຂອງ ທ້າວ ຮຸຍ ຖືກຫຼົ້ມຢູ່ທະເລ, ໃນເຮືອມີລູກເຮືອຢູ່ 3ຄົນ. ເມື່ອພວກຂ້າພະເຈົ້າໄປເຖິງຈຸດທີ່ເກີດທີ່ ພົບວ່າເຮືອໄດ້ຈົມລົງພື້ນນ້ຳແລ້ວກວ່າ 1ຊົ່ວໂມງ ແລະ ສ່ວນຊາວປະໂມງທັງສາມແມ່ນກຳລັງລອຍຄໍ ຢູ່ເທິງໜ້ານ້ຳທະເລ. ຂ້າພະເຈົ້າ ແລະ ອ້າຍນ້ອງທະຫານ ໄດ້ ໃຫ້ຄວາມຊ່ວເຫຼືອຢ່າງຮີບດ່ວນ ກູ້ໄພທັງສາມຂື້ນເຮືອ ແລະ ນຳເຂົ້າຝັງເພື່ອເຫຼືອ.
ຍ້ອນຄວາມອັນຕະລາຍເມື່ອອອກເດີນທະເລ ໃນຄະນະທີ່ມີພາຍຸລົມແຮງ ຈະຊ່ວຍເຫຼືອ-ກູ້ໄພ-ກູ້ຊີບ , ສະຫາຍ ຮຸ່ງໄດ້ເວົ້າວ່າ: ຄັນຫາກວ່າຂະໜາດທະຫາຄືພວກເຮົາຍັງຢ້ານ ລະໃຜຊິຊ່ວຍພໍ່ແມ່ພີ່ນ້ອງຊາວປະໂມງ, ຄັນວ່າຜູ້ປະສົບໄພດັ່ງກ່າວເປັນພີ່ນ້ອງໄດ້ສິດເຮົາ-ເຮົາຈະເຮັດແນວໃດ?
ບ້ານເກີດເມືອງນອນ ຢູເຂດພູດອຍ ເມືອງ ເຮືອງເຊີນ, ແຕ່ນາຍຮ້ອຍໜຸ່ມ ໄດ້ກາຍເປັນລູກຮັກຫຼານແພງຂອອງພໍ່ແມ່ປະຊາຊົນເຂດທະເລ ເມືອງ ລົກຮ່າ. ນອກຈາກຈະເຂົ້າຮ່ວມໃນການຊ່ວຍເຫຼືອກູ້ໄພ ຊາວປະໂມງທີ່ປະສົບອຸບັດຕິເຫດທາງທະເລແລ້ວ, ລາວຍັງລະດົມ ບັນດາອົງການຈັດຕັ້ງ, ຂະແໜງການຕ່າງໆ ປະກອບສ່ວນທືນຮອນ ເພື່ອກໍ່ສ້າງຂົວທ່າເຮືອມູນຄ່າ 500 ລ້ານດົ່ງ ໃຫ້ຊາວປະໂມງ ບໍ່ຕ້ອງໄດ້ລອຍນ້ຳເຂົ້າມາສະຖານນີເພື່ອເຮັດ ເອກສານອີກ.
ລາວເປັນຄົນທີ່ຊ່ວຍແລ້ວແມ່ນຊ່ວຍຢ່າງສຸດອົກສຸດໃຈ ແຕ່ສະພາບຄອບຄົວຂອງລາວແມ່ນມີຄວາມຫຍຸ້ງຍາກລຳບາກຫຼາຍ. ພໍ່ເພີ່ນກຳລັງເປັນໂລກມະເຮັງຕັບ, ແຕ່ລະເດືອນຕ້ອງໄດ້ ໄປ ໂຮງໝໍ ຫວຽດ-ດຶກ ທີ່ຮ່າໂນ້ຍ ເພື່ອຮັກສາ ຄ່າໃຊ້ຈ່າຍ ແມ່ນ 10ລ້ານດົ່ງ/ເດືອນ.
ພໍ່ແມ່ເພີ່ນດຳລົງຊີວິດດ້ວຍເງິນບຳນານພຽງເລັກໜ້ອຍ , ສ່ວນເມຍແມ່ນຍັງບໍ່ທັນມີວຽກເຮັດ. ສອງຜົວເມຍກຳລັງລ້ຽງລູກອາຍຸຫາກໍ່ໄດ້ 20 ເດືອນ. ເປັນແນວນັ້ນແລ້ວລາວຍັງເຮັດວຽກໄກບ້ານນຳອີກ ເຖິງ 120 ກິໂລແມັດ, ເຮັດໃຫ້ລາວບໍ່ມີເວລາເອົາໃຈໃສ່ລ້ຽງດູເບິ່ງແຍງລູກ ແລະ ຄອບຄົວ. “ທີ່ຜ່ານມາ ກົມກອງໄດ້ສ້າງເງື່ອນໄຂໃຫ້ຂ້າພະເຈົ້າ ກັບມາເຮັດວຽກຢູ່ໄກ້ຄອບຄົວ ເພື່ອເບິ່ງແຍງຄອບຄົວ, ແຕ່ ທຸກເດືອນຂ້າພະເຈົ້າກໍ່ກັບບ້ານພຽງແຕ່ຄັ້ງດຽວເພື່ອພາພໍ່ໄປໂຮງໝໍປິ່ນປົວພະຍາດ…”, ສະຫາຍ ຮ້ອຍໂທ ໄດ້ລົມນຳ
ປະຈຸບັນ ສະຫາຍ ຮຸ່ງ ໄດ້ຍ້າຍວຽກຈາກ ຄ້າຍທະຫານຊາຍແດນ ເກື້ອສ໋ອດ, ເມືອງ ລົກຮ່າ ມາປະຈຳຢູ່ ຄ້າຍທະຫານຊາຍແດນ ເຊີນຮົ່ງ ເມືອງ ເຮືອງເຊີນ. ຕອນທີ່ອຳລາໜ້າທີ່ວຽກງານ ແລະ ພໍ່ແມ່ປະຊາຊົນຊາວປະໂມງ ເຂດທະເລ ເກື້ອສ໋ອດ, ມີຫຼາຍຄົນເຖິງກັບນ້ຳຕາອອກ ຍ້ອນພວກເຂົາບໍ່ຕ້ອງການຂ້ອຍຍ້າຍ…
(ຫັດທະບູນ)