00:54 | 13/05/2019

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ, ຂັ້ນແຂວງ ແລະ ນະຄອນຫຼວງ ສະຫຼຸບວຽກງານສົກປີ 2018

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ, ຂັ້ນແຂວງ ແລະ ນະຄອນຫຼວງ ສະຫຼຸບວຽກງານສົກປີ 2018

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ

ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງປະທານ ຄລທ.ສ ທັງເປັນຜູ້ປະຈຳການ; ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຮອງປະທານ ຄລທ.ສ, ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ ທີ່ເປັນກຳມະການໃນ ຄລທ.ສ ແລະ ບັນດາທ່ານເຈົ້າແຂວງ ແລະ ຮອງເຈົ້າຄອງນະຄອນ. ໃນການເຄື່ອນໄຫວຂອງ ຄລທ.ສ ປີຜ່ານມາ ໄດ້ພິ ຈາລະນາອະນຸມັດກິດຈະການ ສໍາປະທານ ຈໍານວນ 43 ໂຄງ ການຄື: ຂະແໜງໄຟຟ້າ 14 ໂຄງການ, ໃນນັ້ນເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຈຳນວນ 10 ໂຄງການ, ເຊັນສັນຍາການພັດທະນາໂຄງການ (PDA) ຈຳນວນ 2 ຄັ້ງ, ສັນຍາສໍາປະທານ 2 ໂຄງການ; ຂະແໜງບໍ່ແຮ່ 15 ໂຄງການ, ໃນນັ້ນເຊັນສັນຍາຊອກຄົ້ນ ແລະ ສໍາຫຼວດ 12 ໂຄງການ, ເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງ 3 ໂຄງການ; ຂະແໜງກະສິກໍາ 5 ໂຄງການ, ໃນນັ້ນ ເຊັນ MOU 3ໂຄງການ, ສັນຍາສໍາປະທານ 2 ໂຄງການ; ຂະແໜງບໍລິການ 9 ໂຄງການ, ໃນນັ້ນ ເຊັນ MOU ສະໜາມບິນ 1 ໂຄງການ ແລະ ຂະແໜງທ່ອງທ່ຽວ 5 ໂຄງການ, ເຊັນ MOU ໂຄງການທາງດ່ວນ 1 ໂຄງການ ແລະ ໂຄງການໂຮງກັ່ນນຳ້ມັນເຊື້ອໄຟ 1 ໂຄງການ, ເຊັນສັນຍາກໍ່ສ້າງເສັ້ນທາງດ່ວນ (CA) ຈຳນວນ 1 ໂຄງການ. ສຳລັບວຽກງານການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ມາຮອດປັດຈຸບັນໄດ້ມີບໍລິສັດເຂົ້າມາລົງທຶນ ຈົດທະບຽນໃນເຂດທັງໝົດ 593 ບໍລິສັດ ( ພາຍໃນ 89 ບໍລິສັດ, ຕ່າງປະເທດ 474 ບໍລິສັດ, ໃນນັ້ນ ແມ່ນພາຍໃນຮ່ວມກັບຕ່າງປະເທດ).

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ, ຂັ້ນແຂວງ ແລະ ນະຄອນຫຼວງ ສະຫຼຸບວຽກງານສົກປີ 2018

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ໃນນີ້ເຂດທີ່ມີການລົງທຶນຫຼາຍກ່ວາໝູ່ແມ່ນ ຂສພ ສາມຫຼ່ຽມຄຳ ມີ 147 ບໍລິສັດ, ບໍ່ເຕ່ນແດນງາມ 128 ບໍລິສັດ, ຂສພ ສະຫວັນ - ເຊໂນ 117 ບໍລິສັດ, ເຂດກວມລວມໄຊເຊດຖາ 48 ບໍລິສັດ, ເຂດນິຄົມ ອຸດສາຫະກຳ ແລະ ການຄ້າວຽງຈັນ - ໂນນທອງ 47 ບໍລິສັດ, ຂສພ ຈໍາປາສັກ 33 ບໍລິສັດ ແລະ ຂສພ ອື່ນໆ 73 ບໍລິສັດ. ໃນດ້ານການປະຕິບັດພັນທະເຂົ້າງົບປະມານຂອງລັດ ໃນສົກປີ 2018 ເຂດເສດຖະກິດພິເສດປະຕິບັດການມອບພັນ ທະທັງໝົດ 13 ລ້ານກ່ວາໂດລາ ຊຶ່ງທຽບໃສ່ປີຜ່ານມາປະຕິບັດໄດ້ລື່ນ 3 ເທົ່າຕົວ. ສ່ວນດ້ານແຮງງານສຳລັບປີ 2018 ໄດ້ມີແຮງງານເຂົ້າໃໝ່ທັງ ໝົດ 8.105 ຄົນ. ດ້ານການນຳເຂົ້າ ແລະ ສົ່ງອອກສຳລັບປີ 2018 ໄດ້ນໍາເຂົ້າວັດຖຸດິບ, ເຄື່ອງກົນຈັກ ແລະ ອຸປະກອນ ເພື່ອມາຮັບໃຊ້ການຜະລິດ ແລະ ກໍ່ສ້າງພື້ນຖານໂຄງລ່າງມູນຄ່າທັງໝົດ 430 ລ້ານກ່ວາໂດລາ ເຂດທີ່ນຳເຂົ້າຫຼາຍກ່ວາໝູ່ແມ່ນເຂດສະຫວັນ - ເຊໂນ, ເຂດກວມລວມໄຊເຊດຖາ, ເຂດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ - ໂນນທອງ, ເຂດສາມຫຼ່ຽມຄຳ ແລະ ອື່ນໆ. ສ່ວນການສົ່ງອອກສິນຄ້າໄດ້ມີມູນຄ່າທັງໝົດ 249 ລ້ານກ່ວາໂດລາ ຊຶ່ງເຂດທີ່ມີການສົ່ງອອກຫຼາຍກ່ວາໝູ່ແມ່ນ ຂສພ ສະຫວັນ - ເຊໂນ, ເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ - ໂນນທອງ, ເຂດກວມລວມໄຊເຊດຖາ ແລະ ເຂດປາກເຊ - ຍີ່ປຸ່ນ SME ຂອງ ຂສພ ຈຳປາສັກ. ການສົ່ງອອກສ່ວນໃຫຍ່ແມ່ນເປັນສິນຄ້າປະເພດ ຊິ້ນສ່ວນ ເອເລັກໂຕຣນິກ, ເລນແວ່ນຕາ, ກ້ອງຖ່າຍຮູບ, ຜະລິດຕະພັນ ເຄື່ອງນຸ່ງຫົ່ມ, ວິກຜົມ, ເຄື່ອງຫຼິ້ນເດັກນ້ອຍ. ສຳລັບແຜນພັດທະນາເສດຖະກິດ - ສັງຄົມ ປີ 2019 ນີ້, ລັດຖະບານໄດ້ຄາດໝາຍສູ້ຊົນ ໂດຍກຳນົດລວມຍອດຜະລິດຕະພັນພາຍໃນ ( GDP ) ໃຫ້ຂະຫຍາຍຕົວ 6,5% ຂຶ້ນໄປ. ໃນນັ້ນ, ວຽກງານສົ່ງເສີມດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຕ້ອງໃຫ້ບັນລຸ 23.086,13 ຕື້ກີບ, ກວມເອົາ 52,06% ຂອງທຶນລວມທັງໝົດ ( ຫຼື ເທົ່າກັບ 13,95% ຂອງ GDP ). ເຫັນໄດ້ວ່າວຽກງານດຶງດູດ ແລະ ການສົ່ງເສີມການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເປັນວຽກງານບຸລິມະສິດໜຶ່ງ ທີ່ມີຄວາມສຳຄັນຫຼາຍໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ - ສັງຄົມໃນແຕ່ລະໄລຍະ ແລະ ເປັນຕົວຂັບເຄື່ອນເສດຖະກິດທີ່ສໍາຄັນຂອງ ສປປ ລາວ. ໃນນັ້ນ ການລົງທຶນຂອງພາກເອກະຊົນ ແລະ ການລົງທຶນຂອງເຂດເສດຖະກິດພິເສດ ແມ່ນ 1 ໃນ 4 ແຫຼ່ງທຶນຕົ້ນຕໍຂອງລັດຖະບານ. ເພື່ອໃຫ້ບັນລຸຄາດໝາຍທີ່ມີຄວາມສໍາຄັນດັ່ງກ່າວ ແລະ ປັບປຸງບັນຍາກາດການລົງທຶນ ໂດຍສະເພາະການແກ້ໄຂ 10 ຕົວຊີ້ວັດ ຂອງການດໍາເນີນທຸລະກິດໃຫ້ມີຄວາມສະດວກຢູ່ ສປປ ລາວ. ສະນັ້ນ, ໃນສົກປີ 2019 ລັດຖະບານໄດ້ວາງແຜນງານລະອຽດ ເພື່ອແກ້ໄຂຕົວຊີ້ວັດດັ່ງກ່າວ ເພື່ອໃຫ້ເປັນຮູບປະທຳໂດຍໄວ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

Link: https://huunghivietlao.thoidai.com.vn/detail-article-1050.html

In bài biết