00:54 | 13/05/2019

ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມ ລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 27 ຢ່າງເປັນທາງການ

ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມ ລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 27 ຢ່າງເປັນທາງການ

ກອງປະຊຸມລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 27.

APPF-27 ມີການເຂົ້າຮ່ວມຂອງ ທ່ານ Takuji Yanagimoto ຕ່າງໜ້າຂອງທ່ານ Yasuhiro Nakasone ປະທານກຽດຕິມະສັກ ຂອງ APPF; ບັນດາປະທານ, ຮອງປະທານ, ຜູ້ແທນຂອງບັນດາລັດຖະສະພາ, ຜູ້ສັງເກດການ APPF ແລະ ບັນດາຜູ້ແທນລັດຖະສະພາ/ສະພາແຫ່ງຊາດຂອງບັນດາປະເທດສະມາຊິກ APPF ເຂົ້າຮ່ວມຢ່າງພ້ອມພຽງ.

ສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມໂດຍ ທ່ານນາງ ຫງວ໋ຽນ ຖິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ນຳພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມເຂົ້າຮ່ວມຄັ້ງນີ້.

ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມ ລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 27 ຢ່າງເປັນທາງການ

ທ່ານນາງ ຫງວ໋ຽນ ຖິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ.

ທ່ານນາງ ຫງວ໋ຽນ ຖິກີມເງິນ ໄດ້ເນັ້ນໜັກວ່າ: “ໃນສະພາບການ ຂອງພູມມິພາກອາຊີ-ປາຊີຟິກ ຍັງຄົງຢູ່ໃນທ່າອ່ຽງຂອງການພັດທະນາຢ່າງເຂັ້ມແຂງ, ທັງເປັນກຳລັງແຮງຂອງພື້ນຖານເສດຖະກິດໂລກ ແລະ ທັງເປັນປັດໄຈຫຼັກໃນການເປີດກວ້າງເຊື່ອມໂຍງຫຼາຍຂັ້ນ, ເພີ່ມທະວີການຮ່ວມມືເພື່ອເປົ້າໝາຍອັນສູງສົ່ງ, ນັ້ນຄື: ສັນຕິພາບ, ຮ່ວມມື ແລະ ພັດທະນາຢ່າງຍືນຍົງ”

ທ່ານປະທານສະພາແຫ່ງຊາດຫວຽດນາມ ຍັງໄດ້ໃຫ້ຮູ້ວ່າ: ທ່ານຕີລາຄາສູງຕໍ່ກັບຫົວຂໍ້ຂອງກອງປະຊຸມຄັ້ງນີ້ຄື: ເພີ່ມທະວີສາຍພົວພັນຮ່ວມມືລັດຖະສະພາ ເພື່ອສັນຕິພາບ, ຄວາມສະຫງົບ ແລະ ພັດທະນາຢ່າງຍືນຍົງ,” ສອດຄ່ອງກັບທິດທາງ ສາຍພົວພັນຮ່ວມມື ທີ່ລັດຖະສະພາ ຕ້ອງການ ແລະ ທ່າອ່ຽງໃໝ່ຂອງການພັດທະນາ ຂອງໂລກເວົ້າລວມ ແລະ ພູມມິພາກ ອາຊີ-ປາຊີຟິກເວົ້າສະເພາະ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-1034.html

In bài biết