14:45 | 05/07/2021

ມີ ກ່ວາ 900 ຄົນອາສາສະໝັກສັກວັກຊິນກັນໂຄວິດ - 19 nano Covax ຄັ້ງທີ 2 ໄລຍະທີ 3

ສຳ​ເລັດ​ການສັກ​ວັກ​ຊິນ​ກັນ 1000 ເຂັມ​ທຳ​ອິດໃນ​ການ​ທົດ​ລອງ​ສັກ​ວັກ​ຊິນກັນ​ໂຄວິດ-19 Nano Covax ໄລ​ຍະ​ທີ 3 ສຳ​ເລັດ​ການສັກ​ວັກ​ຊິນ​ກັນ 1000 ເຂັມ​ທຳ​ອິດໃນ​ການ​ທົດ​ລອງ​ສັກ​ວັກ​ຊິນກັນ​ໂຄວິດ-19 Nano Covax ໄລ​ຍະ​ທີ 3
WHO ຈະ​ຊຸກ​ຍູ້​ການ​ສົ່ງ​ແຫຼ່ງວັກ​ຊິນ​ໃນ​ກົນ​ໄກ COVAX ໃຫ້​ແກ່​ຫວຽດ​ນາມ ໂດຍ​ໄວ WHO ຈະ​ຊຸກ​ຍູ້​ການ​ສົ່ງ​ແຫຼ່ງວັກ​ຊິນ​ໃນ​ກົນ​ໄກ COVAX ໃຫ້​ແກ່​ຫວຽດ​ນາມ ໂດຍ​ໄວ
ມີ ກ່ວາ 900 ຄົນອາສາສະໝັກສັກວັກຊິນກັນໂຄວິດ - 19 nano Covax ຄັ້ງທີ 2 ໄລຍະທີ 3
ພາບ​ປະ​ກອບ: TTXVN

ຕາມ​ນັ້ນ​ແລ້ວ, ມີ​ຜູ້​ອາ​ສາ​ສະ​ໝັກ 12.000 ຄົນ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ຕາມ​ອັດ​ຕາສ່ວນ 2:1. ໃນ​ບັ້ນ​ທີ 2 ຂອງ​ໄລ​ຍະ​ທີ 3, ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 Nano Covax ສືບ​ຕໍ່​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ຢູ່ຫຼາຍ​ສູນ​. ຢູ່​ພາກ​ເໜືອ​ມີ​ວິ​ທະ​ຍາ​ຄານ​ເສ​ນາ​ຮັກເປັນ​ຂົວ​ຕໍ່, ສົມ​ທົບ​ກັບພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງຮຶງ​ອຽນຜັນ​ຂະ​ຫຍາຍ​ຢູ່​ແຂວງ, ຢູ່​ພາກ​ໃຕ້ໂດຍ​ ສະ​ຖ​າ​ບັນ Pasteur ນະ​ຄອນ​ໂຮ່​ຈີ​ມິນ ສົມ​ທົບ​ກັບ​ສູນ​ສາ​ທາ​ລະ​ນະ​ສຸກ​ສຳ​ຮອງ​ຂອງ​ສອງ​ແຂວງລອງ​ອານແລະຕຽນ​ຢາງ​ຜັນ​ຂະ​ຫຍາຍ.

ຄາດ​ວ່າ, ວິ​ທະ​ຍາ​ຄານ​ເສ​ນາ​ຮັກ ແລະ ພະ​ນັກ​ງານສາ​ທາ​ລະ​ນະ​ສຸກ ແຂວງ​ຮຶງ​ອຽນ ໄດ້ສັກທົດ​ລອງໃຫ້​ແກ່​ຜູ້​ອາ​ສາ​ສະ​ໝັກ 6000 ຄົນ, ນັບ​ແຕ່​ເວ​ລາ 12 ໂມງ​ຂອງວັນ​ທີ 2 ກໍ​ລະ​ກົດ, ທັງ 2 ກົມ​ກອງ​ມີ​ຜູ້​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກ່​ວາ 900 ຄົນ.

ທ່ານ ພົນ​ຈັດ​ຕະ​ວາ ສາດ​ສະ​ດາ​ຈານ, ປ.ອ ຮ່​ວາງວັນ​ເລືອງ, ຮອງ​ຫົວ​ໜ້າ​ວິທະຍາຄານ​ເສ​ນາ​ຮັກ (ກະ​ຊວງ​ປ້ອງ​ກັນ​ປະ​ເທດ) ໃຫ້​ຮູ້​ວ່າ:ການ​ສັກ​ວັກ​ຊິນ​ຕໍ່​ຄົນ ໄດ້​ຮັບ​ການ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ. ກ່ອນ​ການ​ສັກ​ວັກ​ຊິນ, ບັນ​ດາ​ຜູ້​ອາ​ສາ​ສະ​ໝັກ ຕ້ອງໄດ້​ຮັບ​ການກວດ​ສຸ​ຂະ​ພາບ, ເວັ້ນແຕ່​ບັນ​ດາ​ກໍ​ລະ​ນີ​ຜູ້​ອາ​ສາ​ສະ​ໝັກທີ່ມີ​ຜົນກວດເລືອດ​ເປັນ​ບວກ​ກັບ​ເຊື້ອ​ໄວ​ຣັດ SARS – CoV -2, ພາ​ຍຫຼັງ​ດຳ​ເນີນ​ການ​ສັກ​ວັກ​ຊິນ, ຈະ​ໄດ້​ຮັບ​ການ​ຕິດ​ຕາມ​ສຸ​ຂະ​ພາບຢູ່​ກັບ​ທີ່ ປະມານ 30 – 60 ນາ​ທີ ແລະ ສືບ​ຕໍ່​ໄດ້​ຮັບ​ການ​ຕິດ​ຕາມຕະຫຼອດ​ໄລ​ຍະ​ເວ​ລາ​ຕາມການກຳ​ນົດ.

ຄາດ​ວ່າ ເຂັມ​ທີ 1 ຂອງ​ບັ້ນ​ສັກ​ວັກ​ຊິນ​ທີ 2 ຂອງ​ການ​ສັກ​ທົດ​ລອງວັກ​ຊິນ Nano Covax ໄລ​ຍະທີ 3 ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 15 ກໍ​ລະ​ກົດ, ເຂັມ​ທີ 2 ຈະ​ສິ້ນ​ສຸດ​ລົງ​ກ່ອນ​ວັນ​ທີ 15 ສິງ​ຫາ. ກ່ອ​ນ​ໜ້າ​ນັ້ນ, ຜູ້​ອາ​ສາ​ສ​ະ​ໝັກ 1000 ຄົນ​ທີ່ໄດ້​ຮັບ​ການ​ສັກ​ວັກ​ຊິນ​ບັ້ນ​ທຳ​ອິດ​ລ້ວນ​ແຕ່​ມີ​ສຸ​ຂະ​ພາບ​ທີ່​ເປັນ​ປົກ​ກະ​ຕິ. ຄາດ​ວ່າ, ວັນ​ທີ 10 ກໍ​ລະ​ກົດ ມີ​ຜູ້​ອາ​ສາ​ສະ​ໝັກ 1000 ຄົນ​ຈະ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ເຂັມ​ທີ 2 ແລະ ປະ​ຕິ​ບັດ​ສຳ​ເລັດ​ການເອົາ​ເລືອດ​ວິ​ໄຈ​ຫາ​ເຊື້ອ ເພື່ອຕີ​ລາ​ຄາ​ຄວາມ​ສາ​ມາດ​ໃນ​ການ​ສ້າງ​ພູມ​ຕ້ານ​ທານ​ໃນ​ວັນ​ທີ 30 ກໍ​ລະ​ກົດ. ບັນ​ດາ​ເລືອດໄປ​ເອົາ​ວິ​ໄຈ​ພາຍໃນ​​ເວ​ລາ 1 ເດືອນ, ຄາດ​ວ່າ​ຮອດ​ກາງ​ເດືອນ​ກັນ​ຍາ 2021 ຈະ​ມີ​ບົດ​ລາຍ​ງານຜົນ​ຂໍ້​ມູນກ່ຽວກັບຄວາມປອດໄພ ແລະການ​ສ້າງ​ພູມ​ຕ້ານ​ທານ ໃນ​ມື້​ທີ 42 ພາຍຫຼັງ​ການ​ສັກ​ວັກ​ຊິນໃຫ້​ແກ່​ຜູ້​ອາ​ສາ​ສະ​ໝັກ 1000 ຄົນ.

ວັນ​ຊິນ​ກັນ​ໂຄວິດ - 19 Nano Covax ໂດຍ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ເຕັກ​ໂນ​ໂລ​ຢີ​ຊີ​ວະ​ສາດ​ການ​ຢາພັດ​ທະ​ນາ​ແຕ່​ເດືອນ​ພຶດ​ສະ​ພາ 2020. ກ່ອນ​ການ​ສັກ​ທົດ​ລອງວັກ​ຊິນ​ໄລ​ຍະ​ທີ 3, ວັກ​ຊີນນີ້​ໄດ້​ຮັບ​ການທົດ​ລອງ​ຕໍ່​ຄົນ​ຜ່ານ 2 ໄລ​ຍະ​ແລ້ວ, ໄລ​ຍະ​ທີ 1 ເລີ່ມ​ແຕ່​ວັນ​ທີ 18 ທັນ​ວາ 2020,ໄລ​ຍະ​ທີ 2 ເລີ່ມ​ແຕ່​ວັນ​ທີ 26 ກຸມ​ພາ 2021, ໄລ​ຍະ​ທີ 3 ເລີ່ມ​ແຕ່​ວັນ​ທີ 11 ມິ​ຖຸ​ນາ 2021.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-10315.html

In bài biết