17:41 | 02/07/2021

ທີມບານເຕະຫວຽດນາມ ຢູ່ກຸ່ມດຽວກັນກັບທີມບານເຕະຍີ່ປຸ່ນ ແລະຈີນ

ທີມບານເຕະຫວຽດນາມ ຕັ້ງໜ້າຝຶກແອບຢູ່ UAE ທີມບານເຕະຫວຽດນາມ ຕັ້ງໜ້າຝຶກແອບຢູ່ UAE
ທ່ານນາຍົກລັດຖະມົນຕີເຫັນດີຟື້ນຟູບັນດາສາຍ​ການບິນລະຫວ່າງຫວຽດນາມ ແລະຈີນ ທ່ານນາຍົກລັດຖະມົນຕີເຫັນດີຟື້ນຟູບັນດາສາຍ​ການບິນລະຫວ່າງຫວຽດນາມ ແລະຈີນ
ໝາກຜົນການຈົກສະຫຼາກແບ່ງກຸ່ມຮອບຄັດເລືອດທີ 3 World Cup 2022, ພາກພື້ນອາຊີ. ພາບ: AFC.
ໝາກຜົນການຈົກສະຫຼາກແບ່ງກຸ່ມຮອບຄັດເລືອດທີ 3 World Cup 2022, ພາກພື້ນອາຊີ. ພາບ: AFC.

ທີມບານເຕະຫວຽດນາມ ພ້ອມກັບຍີ່ປຸ່ນ, ຈີນ, ອົດສະຕາລີ, ໂອມານ ແລະຊາອຸດິອາຣາເບຍ ຈະແຂ່ງຂັນໃນກຸ່ມ B. ສ່ວນກຸ່ມ A ລວມມີ: ອີຣານ, ສ.ເກົາຫຼີ, ສະຫະລັດ ອາຣັບ ເອມິເຣດ, ອີຣັກ, ຊີຣີ ແລະລີບັງ. ບັນດາທີມຈະແຂ່ງຂັນແບບພົບກັນໝົດ ແລະແຂ່ງຂັນແບບຂາໄປຂາກັບ (ທີມເຈົ້າບ້ານ-ທີມຢາມ), ເລືອກເອົາສອງທີມມີຄະແນນສູງສຸດຂອງແຕ່ລະກຸ່ມເພື່ອເຂົ້າຮ່ວມ World Cup. ສ່ວນສອງທີມຢືນອັນດັບທີ 3 ຂອງແຕ່ລະກຸ່ມຈະແຂ່ງຂັນ play-off, ທີມຊະນະຈະສືບຕໍ່ແຂ່ງຂັນ play-off ລະຫວ່າງທະວີບອື່ນເພື່ອຍາດປີ້ໄປແຂ່ງຂັນຢູ່ ກາຕາ. ທີມບານເຕະຫວຽດນາມ ຈະແຂ່ງຂັນກັບທີມ ຊາອຸດິອາຣາເບຍ ໃນວັນທີ 2 ກັນຍາ 2021.

Link: https://huunghivietlao.thoidai.com.vn/detail-article-10288.html

In bài biết