ກຽມໄຂບັ້ນສຳຫຼວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ 3
![]() |
ກຽມໄຂບັ້ນສຳຫຼວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ 3.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືກັນ 3 ບັນຫາໃຫຍ່ຄື: ແຜນດຳເນີນງານການຈັດຕັ້ງປະຕິບັດສຳຫຼວດ ເນື້ອໃນ ແລະ ບາດກ້າວດຳເນີນການສຳຫຼວດ ງົບປະມານທີ່ຈະນຳໃຊ້ໃນການສຳຫຼວດ ຄະນະຊີ້ນຳລະດັບຊາດການສຳຫຼວດສະຖິຕິກະສິກຳທົ່ວປະເທດໄດ້ຖືກແຕ່ງຕັ້ງໂດຍທ່ານນາຍົກລັດຖະມົນຕີ ວັນທີ 1 ທັນວາ 2017 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລະດັບຊາດສຳຫຼວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ III ປີ 2019 ການສຳຫຼວດນີ້ແມ່ນໄດ້ກຳນົດຢູ່ໃນກົດໝາຍວ່າດ້ວຍສະຖິຕິ (ສະບັບປັບປຸງ) ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ 2016-2025 ແລະ ວິໄສທັດ 2030 ແລະ ຜົນການສຳຫຼວດໃນຄັ້ງນີ້ຍັງຈະນຳໃຊ້ ເພື່ອເປັນການຕິດຕາມປະເມີນແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ VIII ແລະ ການກະກຽມສ້າງແຜນ 5 ປີ ຄັ້ງທີ IX ເພາະມັນສະໜອງຂໍ້ມູນພື້ນຖານກ່ຽວກັບການຜະລິດກະສິກຳ ການຄ້ຳປະກັນສະບຽງອາຫານ ການນຳໃຊ້ດິນ ແຮງງານ ແລະ ສິ່ງແວດລ້ອມ.
ຍ້ອນການສຳຫຼວດຄັ້ງນີ້ ເປັນການສຳຫຼວດໃຫຍ່ເຊັ່ນດຽວກັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄາດວ່າຈະໃຊ້ເວລາດຳເນີນງານ 3 ປີ (ລວມທັງໄລຍະກະກຽມການລາຍງານ) ແຕ່ປີ 2018-2020 ເຊິ່ງສູນສະຖິຕິແຫ່ງຊາດ ຈະຮ່ວມກັບບັນດາກະຊວງກ່ຽວຂ້ອງ ໂດຍສະເພາະ ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການໃນການຈັດຕັ້ງປະຕິບັດ.
ວັນດຽວກັນນີ້ ກໍໄດ້ຈັດກອງປະຊຸມຄະນະຊີ້ນຳລະດັບຊາດການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະຊີ້ນຳລະດັບຊາດການສຳຫຼວດສະຖິຕິເສດຖະກິດທົ່ວປະເທດ ຄັ້ງທີ III ມີບັນດາຄະນະຊີ້ນຳລະດັບຊາດການສຳຫຼວດເສດຖະກິດເຂົ້າຮ່ວມ.
(ແຫຼ່ງຂໍ້ມູນ: vientianemai.net)