08:20 | 09/05/2019

ປະທານປະເທດ ຕ້ອນຮັບຄະນະຜູ້ແທນ ສປປ ເກົາຫຼີ

ປະທານປະເທດ ຕ້ອນຮັບຄະນະຜູ້ແທນ ສປປ ເກົາຫຼີ

ປະທານປະເທດ ຕ້ອນຮັບຄະນະຜູ້ແທນ ສປປ ເກົາຫຼີ. ພາບ: pasaxon.org.la

ໃນໂອກາດດັ່ງກ່າວນີ້ ທ່ານ ປະທານປະເທດ ໄດ້ກ່າວສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ກາງ ຢັງ ຊັອກ ພ້ອມຄະນະຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ - ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນໂດຍສະເພາະແມ່ນການພົວພັນຮ່ວມມືດ້ານວຽກງານຍຸຕິທໍາ ໃຫ້ນັບມື້ກ້າວໜ້າຂະຫຍາຍຕົວຂຶ້ນໄປເລື້ອຍໆ.

ໂອກາດດຽວກັນ, ທ່ານ ກາງ ຢັງ ຊັອກ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານປະທານປະເທດທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນພ້ອມທັງລາຍງານຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວໃນຄັ້ງນີ້ໃຫ້ແກ່ທ່ານປະທານປະເທດໄດ້ຮັບຊາບ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

Link: https://huunghivietlao.thoidai.com.vn/detail-article-1012.html

In bài biết