ຊາວຮ່າໂນ້ຍກະກຽມວັນບຸນດວານເງາະ
ໝາກລິ້ນຈີ່ແກ່ນນ້ອຍຫວຽດນາມ ສືບຕໍ່ພິຊິດທ້ອງຕະຫຼາດສິງກະໂປ | |
ຄົນລຸ້ນໜຸ່ມຫວຽດນາມ ຢູ່ ເອີຣົບ ມີຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ |
ນັບແຕ່ຮຸ່ງເຊົ້າວັນທີ 14 ມິຖຸນາ ກົງກັບວັນທີ 5 ເດືອນ 5 ໄລ່ຕາມຈັນທະປະຕິທິນ ຢູ່ຕາມເຂດຕະຫຼາດຊຸມຊົນຊາວຮ່າໂນ້ຍໄດ້ຫ້າງຫາກະກຽມຊື້ເຂົ້າເຫຼົ້າໝາກ, ໝາກໄມ້, ບັ້ນຢໍ…ເພື່ອຖະຫວາຍຈູບທູບໄຕ້ທຽນບູຊາປະຕິບັດພິທີ “ຂ້າແມ່ງໄມ້” ກ່ອນທີ່ຈະເລີ່ມຕົ້ນວັນໃໝ່ |
ການເຄື່ອນໄຫວຊື້ຂາຍໄດ້ມີຂຶ້ນ ຢ່າງຄຶກຄື້ນ ໃນຍາມເຊົ້າຕູ, ວັນບຸນດວານເງາະ ຂອງ ຊາວຫວຽດນາມ ຖືກດຳເນີນໃນເວລາ 12 ໂມງຕອນທ່ຽງ ຂອງວັນທີ 5 ເດືອນ 5 ໄລ່ຕາມຈັນທະປະຕິທິນແຕ່ລະປີ. ວັນບຸນ ດວານເງາະໝາຍເຖີງວັນ “ຂ້າແມ່ງໄມ້”. ນີ້ກໍ່ແມ່ນວັນປຸກລະດົມການຈັບ ແລະ ຂ້າແມ່ງໄມ້ທີ່ເປັນສັດຕູພຶດທຳລາຍການຜະລິດ |
ເຂົ້າເຫຼົ້າໝາກແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ຂາດບໍ່ໄດ້ໃນ ວັນບຸນດວານເງາະ |
ລາຄາສິນຄ້າປະເພດຕ່າງທີ່ຮັບໃຊ້ໃຫ້ແກ່ວັນບຸນດວານເງາະ ກໍ່ເພີ່ມຂຶ້ນເມື່ອທຽບໃສ່ມື້ທຳມະດາ. ເຂົ້າເຫຼົ້າໝາກຫໍ່ໜຶ່ງກໍ່ມີລາຄາແຕ່ 10.000 – 50.000 ດົ່ງ |
ເຂົ້າເຫຼົ້າໝາກຖືກແບ່ງປັນແຕ່ລະຈົກໜ້ອຍເພື່ອມີການສະດວກໃນການຂາຍ |
ບັ້ນຢໍແມ່ນເຍື່ອງອາຫານທີ່ມີມາແຕ່ດົນນານໃນໂອກາດວັນບຸນດວານເງາະ. ບັ້ນຢໍ ເຮັດດ້ວຍເຂົ້າສານຖືກຫໍ່ໃນໃບຕ່ອງກ້ວຍ. ບັ້ນຢໍເຄີຍກິນກັບອ້ອຍນ້ຳຕານ |
ໝາກລິ້ນຈີ ແລະ ໝາກໝັ້ນກໍ່ແມ່ນໝາກໄມ້ພິເສດຍາມລະດູຮ້ອນຖືກເລືອກເອົາເປັນຂອງຖະຫວາຍບູຊາໃນວັນບຸນດວານເງາະ |
ພາໝາກໄມ້, ເຂົ້າໜົມບັ້ນຢໍ, ເຂົ້າເຫຼົ້າໝາກ…ເພື່ອຖະຫວາຍຈູບທູບໄຕ້ທຽນບູຊາໃນ ວັນບຸນດວານເງາະ. |
ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມມືສະໜັບສະໜູນກອງທຶນວັກຊີນພະຍາດ COVID-19 ຍສໝ - ສະຖານທູດຫວຽດນາມ ປະຈຳບັນດາປະເທດປະຈຳຖິ່ນ ໄດ້ເປີດການປຸກລະດົມບໍລິຈາກ; ຜູ້ຕາງໜ້າບັນດາສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ ແລະ ບຸກຄົນທີ່ມຸ່ງໜ້າ ສູ່ບ້ານເກີດເມືອງນອນຂອງຕົນ, ໄດ້ມາເຖິງສະຖານທູດ ເພື່ອປະກອບສ່ວນ ແລະ ສະໜັບສະໜູນກອງທຶນການສັກຢາປ້ອງກັນພະຍາດ COVID-19 ຢູ່ຫວຽດນາມ ... |
ໝາກລິ່ນຈີ່ສົດຂອງຫວຽດນາມ ໄດ້ປະກົດເປັນຄັ້ງທຳອິດຢູ່ Kogoshima ຍສໝ - ໝາກລິ່ນຈີ່ສົດຊຸດທຳອິດຂອງຫວຽດນາມ ໄດ້ນຳເຂົ້າໃນລະບົບຂອງສັບພະສິນຄ້າ AEON ໃນແຂວງ Kagoshima ຢ່າງເປັນທາງການ ໃນຂອບເຂດຂອງລາຍການສັບປະດາສິນຄ້າຫວຽດນາມ ທີ່ AEON Kagoshima ໃນວັນທີ 4-6 ມິຖຸນາ. |
ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19 ຍສໝ - ກອງທຶນ Steve Bui & Friends ແລະ ບັນດາບໍລິສັດ ໄດ້ບໍລິຈາກເງິນຈຳນວນ 50 ລ້ານດົ່ງ ແລະ ອຸປະກອນການແພດ ໃຫ້ຄະນະກຳມະການແຫ່ງລັດ ສຳລັບຊາວຕ່າງປະເທດຫວຽດນາມ, ແຂວງບັກນິງ ແລະ ແຂວງບັກຢາງ ເພື່ອສະໜັບສະໜູນການປ້ອງກັນການລະບາດ. |