60 ປີແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂອງວິທະຍຸກະຈ່າຍສຽງແຫ່ງຊາດລາວ

11:29 | 05/08/2020

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍແຫ່ງຊາດ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ແລະ ວັນສ້າງຕັ້ງສະຖານີວິທະຍຸແຫ່ງຊາດ ຄົບຮອບ 60 ປີ (13 ສິງຫາ 1960-13 ສິງຫາ 2020). ທ່ານ ໂພສີ ແກ້ວມະນີ ຜູ້ອໍານວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ໃນທ້າຍອາທິດຜ່ານມາ ໂດຍມີບາງຕອນສຳຄັນວ່າ: ຊຸມທ້າຍຊຸຸມ ປີ 1960 ຢູ່ປະເທດລາວເຮົາ, ສົງຄາມຕໍ່ສູ້ເພື່ອປົດປ່ອຍຊາດ ຈາກຈັກກະພັດລ່າເມືອງຂຶ້ນ ໄດ້ເພີ່ມທະວີຄວາມຮຸນແຮງ, ພວກສັດຕູໄດ້ຖິ້ມລະເບີດເປັນຈໍານວນຫລາຍ ເພື່ອດັບມອດກໍາລັງປະຕິວັດແນວລາວຮັກຊາດ, ເວລານັ້ນການສົ່ງຂ່າວສານ ເພື່ອລາຍງານສະພາບການຕ່າງໆໃຫ້ກໍາລັງທະຫານ ແລະ ການປຸກລະດົມຂົນຂວາຍປະຊາຊົນ ໃຫ້ເຂົ້າຮ່ວມການຂະ ບວນການປະຕິວັດ ດ້ວຍໃບຂ່າວ ຫລື ໜັງສືພີມ ແມ່ນມີຄວາມລໍາບາກທີ່ສຸດ.

60 ປ ແຫ ງການກ າເນ ດ ແລະ ເຕ ບໃຫຍ ຂອງວ ທະຍ ກະຈ າຍສຽງແຫ ງຊາດລາວ ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
60 ປ ແຫ ງການກ າເນ ດ ແລະ ເຕ ບໃຫຍ ຂອງວ ທະຍ ກະຈ າຍສຽງແຫ ງຊາດລາວ ການນໍາແຂວງ ບໍລິຄໍາໄຊ ແລະ ຄໍາມ່ວນ ອວຍພອນ ທະຫານຊາຍແດນຮ່າຕີ້ງ ເນື່ອງໃນໂອກາດ ຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ສສ ຫວຽດນາມ
60 ປ ແຫ ງການກ າເນ ດ ແລະ ເຕ ບໃຫຍ ຂອງວ ທະຍ ກະຈ າຍສຽງແຫ ງຊາດລາວ
ທ່ານ ໂພສີ ແກ້ວມະນີ ຜູ້ອໍານວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ (ພາບ: kpl)

ດັ່ງນັ້ນ, ມາຮອດວັນທີ 13 ສິງຫາ 1960 ສູນກາງພັກ ຈຶ່ງໄດ້ຕັດສີນໃຈສ້າງຕັ້ງກອງວິທະຍຸກະຈາຍສຽງຝ່າຍປະເທດລາວ ຂຶ້ນຢູ່ເມືອງວຽງໄຊ ແຂວງຫົວພັນ (ເຂດປົດປ່ອຍພາກເໜືອຂອງລາວ) ແລະ ໄດ້ແຕ່ງຕັ້ງ ທ່ານ ຄໍາໄຕ ສີພັນດອນ ເປັນຫົວໜ້າບັນນາທິການວິທະຍຸ ຄົນທໍາອິດ.

ທ່ານ ໂພສີ ແກ້ວມະນີ ກ່າວຕື່ມວ່າ: ໃນໄລຍະຕົ້ນ, ການເຄື່ອນໄຫວຂອງວິທະຍຸກະຈາຍສຽງຝ່າຍປະເທດລາວ ແມ່ນມີລັກສະນະວົງແຄບ, ພຽງແຕ່ເປັນກະບອກສຽງຂອງແນວລາວຮັກຊາດ ແລະ ລັດຖະບານຕໍ່ຕ້ານ ເພື່ອປຸກລະດົມປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ລຸກຂຶ້ນຕໍ່ສູ້ເພື່ອປົດປ່ອຍຊາດ,ເຜີຍແຜ່ໂຄສະນາມະຕິ, ຄໍາສັ່ງ, ເຜີຍແຜ່ກົນອຸບາຍການກະທໍາທີ່ບໍ່ດີ ແລະ ປ່າເຖື່ອນຂອງຈັກກະພັດ ແລະ ພວກຂາຍຊາດຢ່າງລຽນຕິດ ແລະ ແຂງແຮງ. ໃນເບື້ອງຕົ້ນ ວິທະຍຸກະຈາຍສຽງຝ່າຍປະເທດລາວ ແມ່ນຍັງອ່ອນນ້ອຍ ແລະ ມີພະນັກງານບໍ່ຫລາຍ, ຊຶ່ງເວລານັ້ນແມ່ນ ທ່ານຄໍາໄຕ ສີພັນດອນ ເປັນຫົວໜ້າບັນນາທິການໃຫຍ່, ມີ ທ່ານ ສອນ ຄໍາວານວົງສາ, ທ່ານ ສົມເທີ ເພັດມະນີ ທີ່ເປັນນັກຂ່າວ ແລະ ໂຄສົກ, ພ້ອມດ້ວຍພະນັກງານອີກຈໍານວນໜຶ່ງ. ອຸປະກອນເຄື່ອງມືຮັບໃຊ້ວຽກງານກໍບໍ່ທັນສະໄໝ, ແຕ່ຍ້ອນສັດຕູໄດ້ສືບຕໍ່ຖິ້ມລະເບີດໃສ່ຢ່າງໜັກໜ່ວງ ການນໍາຝ່າຍປະຕິວັດເຮົາ ຈຶ່ງໄດ້ຕົກລົງແຍກວິທະຍຸກະຈາຍສຽງຝ່າຍປະເທດລາວ ອອກເປັນ 2 ກອງ. ກອງທີໜຶ່ງ ແມ່ນຍ້າຍເຄື່ອງສົ່ງຈາກພູແຄ ເມືອງວຽງໄຊ ໄປຕັ້ງຢູ່ເມືອງດົງດາ ສສ.ຫວຽດນາມ ແລະ ອີກຈໍານວນໜຶ່ງ ຍັງສືບຕໍ່ຕັ້ງຢູ່ພູແຄຄືເກົ່າ, ເຊິ່ງມີແຕ່ນັກຂ່າວທີ່ເຄື່ອນໄຫວເກັບກໍາຂ່າວ ແລ້ວສົ່ງໄປໃຫ້ກອງວິທະຍຸຢູ່ເມືອງດົງດາ ເພື່ອສົ່ງສັນຍານມາສູ່ເຂດປົດປ່ອຍ. ເວລານັ້ນການເຄື່ອນໄຫວວຽກຂອງນັກຂ່າວພວກເຮົາ ແມ່ນມີຄວາມອົດທົນສູງ ແລະ ສ່ຽງເປັນສ່ຽງຕາຍຫລາຍ. ເນື່ອງຈາກນັກຂ່າວ ນອກຈາກຕ້ອງໄດ້ແບກກ້ອງຖ່າຍຮູບ ແລະ ເຄື່ອງອັດສຽງແລ້ວ ແມ່ນຕ້ອງໄດ້ກໍາປືນ ກຽມຕໍ່ສູ້ກັບສັດຕູໄປພ້ອມ.

ຕົກມາຮອດປີ 1963-1964 ກອງວິທະຍຸ ຢູ່ເມືອງດົງດາ ກໍໄດ້ຍ້າຍກັບຄືນມາວຽງໄຊ ເພື່ອກະກຽມໃຫ້ແກ່ການປົດປ່ອຍຊາດ ແລະ ໃນປີ 1975 ປະເທດຊາດພວກເຮົາ ກໍໄດ້ຮັບການປົດປ່ອຍຢ່າງສົມ

ບູນ, ພາຍຫລັງການປົດປ່ອຍ ວິທະຍຸກະຈາຍສຽງຝ່າຍປະເທດລາວ ກໍໄດ້ຍົກຍ້າຍມາວຽງຈັນ ເພື່ອຮ່ວມກັບວິທະຍຸຝ່າຍຣາຊະນາຈັກລາວ. ໃນໄລຍະເບື້ອງຕົ້ນ ແມ່ນຕ້ອງໄດ້ເຮັດວຽກງານການເມືອງແນວຄິດຫລາຍສົມຄວນ ເພື່ອເຮັດໃຫ້ພະນັກງານຂອງສອງຝ່າຍ ມີຄວາມເຂົ້າອົກເຂົ້າໃຈກັນເຊິ່ງກັນ ແລະ ກັນ, ເຮັດວຽກງານນໍາກັນ ແລະ ຕ້ອງໃຫ້ໄປລວງດຽວກັນ ເພື່ອພ້ອມກັນປະຕິບັດໜ້າທີ່ ການໂຄສະນາຮໍາບາດແຜ່ສົງຄາມ, ແນວທາງລະບອບໃໝ່ຂອງພັກ-ລັດຖະບານ ເພື່ອໄປສູ່ສັງຄົມນິຍົມ ແລະ ນັບແຕ່ນັ້ນມາ, ວິທະຍຸກະຈາຍສຽງແຫ່ງຊາດ ກໍໄດ້ເປັນກະບອກສຽງສໍາຄັນ ໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຜະລິດ ແລະ ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ທ່ວງທັນຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງພັກ-ລັດ ແລະ ປະຊາຊົນໃນແຕ່ລະໄລຍະໂດຍແທ້ຈິງ.

ປັດຈຸບັນ, ວິທະຍຸກະຈາຍສຽງແຫ່ງຊາດ ມີພະນັກງານທັງໝົດ 150 ຄົນ, ມີ 11 ພະແນກ, ມີ 100 ກວ່າລາຍການ ທີ່ກະຈາຍອອກອາກາດ, ສາມາດຄວບຄຸມກວ່າ 90% ໃນລະບົບສົ່ງສັນຍານພາກພື້ນດິນ ແລະ ກວມ 100% ຜ່ານລະບົບອິນເຕີເນັດ. ມາຮອດປັດຈຸບັນ ໄດ້ຫັນລະບົບເຕັກນິກເຄື່ອງມືຜະລິດລາຍການ ຈາກລະບົບອານາລ໋ອກເປັນດີຈີຕອນ, ສ່ວນລະບົບສົ່ງສັນຍານແມ່ນຍັງເປັນລະບົບອານາລ໋ອກຢູ່, ແຕ່ຈະໄດ້ຫັນໃຫ້ເປັນລະບົບດີຈີຕອນໃນອານາຄົດອັນໃກ້ນີ້. ພ້ອມນີ້, ຍັງໄດ້ນໍາເອົາເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝ ເຂົ້າມາຊ່ວຍກະຈາຍຜ່ານສື່ສັງຄົມອອນລາຍ, ໃນຮູບແບບຟັງສຽງ ແລະ ເປັນວີດີໂອນໍາດ້ວຍ. ນອກນີ້, ຍັງເຮັດໜ້າທີ່ເປັນອົງການສື່ຫລັກຂອງຊາດ ເພື່ອນໍາສະເໜີຂໍ້ມູນຂ່າວສານຕ້ານກັບຂ່າວທີ່ບໍ່ມີຄວາມຈິງ, ຂ່າວປອມ ດ້ວຍການຊອກຂໍ້ມູນທີ່ເປັນຄວາມຈິງ ເພື່ອມາຊີ້ແຈງຕໍ່ສັງຄົມໃນບັນຫາຕ່າງໆ.

ທ່ານ ໂພສີ ແກ້ວມະນີ ຍັງໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້ານີ້, ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ຍັງຈະຕ້ອງໄດ້ສືບຕໍ່ປັບປຸງຕົນເອງໃນຫລາຍດ້ານ, ໂດຍສະເພາະຢູ່ໃນແຜນພັດທະນາ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ແຕ່ 2021-2025 ແມ່ນຈະສຸມໃສ່ການສ້າງໃຫ້ໄດ້ນັກບັນນາທິການ ສາມາດວິເຄາະ, ວິໄຈ ໃນບັນຫາສະເພາະດ້ານທີ່ສັງຄົມມີຄວາມສົນໃຈ, ປັບປຸງຍົກລະດັບພື້ນຖານໂຄງລ່າງໃຫ້ທັນສະໄໝ, ຄົ້ນຄວ້າແຫລ່ງລາຍຮັບວິຊາການໃຫ້ໄດ້ຫລາຍ, ສ້າງພະນັກງງານໃຫ້ມີຄວາມຮູ້ ຄວາມສາມາດ ນັບທັງນັກຂ່າວ, ໂຄສົກ, ເຕັກນິກ, ນັກບໍລິຫານ ໃຫ້ມີປະສິດທິພາບ, ສືບຕໍ່ຮ່ວມມືກັບບັນດາອົງການສື່ຕ່າງໆ ຢູ່ພາຍໃນເພື່ອກ້າວສູ່ການລວມສູນດ້ານຂໍ້ມູນຂ່າວສານ ທີ່ຖືກຕ້ອງເປັນຈິງ ແລະ ຮ່ວມມືກັບອົງການສື່ຂອງປະເທດເພື່ອນມິດຍຸດທະສາດ ເປັນຕົ້ນ: ສສ.ຫວຽດນາມ, ສປ ຈີນ ແລະ ບັນດາປະເທດໃນພາກພື້ນ ແລະ ສາກົນ. ເພື່ອເພີ່ມທະວີການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ, ຍາດແຍ່ງການຊ່ວຍເຫລືອ ເພື່ອຝຶກອົບຮົມວິຊາການດ້ານໃຫ້ສື່ມວນຊົນໃຫ້ມີຄຸນນະພາບໃໝ່ ເພື່ອຕອບສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມໄດ້ຫລາກຫລາຍ, ວ່ອງໄວ ແລະ ຊັດເຈນ ໃຫ້ສົມກັບຄໍາຂວັນທີ່ວ່າ: “ວິທະຍຸແຫ່ງຊາດລາວ ແຫລ່ງຂໍ້ມູນຂ່າວສານ ທີ່ທັນຍຸກທັນເຫດການ”.

60 ປ ແຫ ງການກ າເນ ດ ແລະ ເຕ ບໃຫຍ ຂອງວ ທະຍ ກະຈ າຍສຽງແຫ ງຊາດລາວ ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ຍສໝ - ຕອນເຊົ້າວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ (1959 - 2019) ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ.

60 ປ ແຫ ງການກ າເນ ດ ແລະ ເຕ ບໃຫຍ ຂອງວ ທະຍ ກະຈ າຍສຽງແຫ ງຊາດລາວ ການນໍາແຂວງ ບໍລິຄໍາໄຊ ແລະ ຄໍາມ່ວນ ອວຍພອນ ທະຫານຊາຍແດນຮ່າຕີ້ງ ເນື່ອງໃນໂອກາດ ຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ສສ ຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ແລະ 30 ປີ ວັນສ້າງຕັ້ງທະຫານຊາຍແດນທົ່ວປວງຊົນ, ຄະນະຜູ້ແທນແຂວງບໍລິຄໍາໄຊ ສປປ ລາວ ນໍາໂດຍທ່ານ ບຸນມາ ບຸຈະເລີນ, ຮອງເລຂາພັກແຂວງ ຜູ້ປະຈໍາການ, ຮອງເຈົ້າແຂວງບໍລິຄໍາໄຊ ແລະ ຄະນະຜູ້ແທນແຂວງຄໍາມ່ວນ ສປປ ລາວ ນໍາໂດຍ ທ່ານ ...

60 ປ ແຫ ງການກ າເນ ດ ແລະ ເຕ ບໃຫຍ ຂອງວ ທະຍ ກະຈ າຍສຽງແຫ ງຊາດລາວ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກົມປ້ອງກັນຄວາມສະຫງົບການເມືອງພາຍໃນ

ຕອນບ່າຍວັນທີ 10 ພຶດສະພາ, ທີ່ຮ່າໂນ້ຍ, ກົມໃຫຍ່ສັນຕິບານ, ກະຊວງຕຳຫລວດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກົມປ້ອງກັນຄວາມສະຫງົບການເມືອງພາຍໃນ (10/05/1958 – 10/05/2018).

kpl.gov.la

ເຫດການ
302 Found

Found

The document has moved here.