ຍສໝ - ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈ້ິນຜິງ ໄດ້ສົ່ງຄຳອວຍພອນປະຊາຊົນຫວຽດນາມ ໄດ້ຕ້ອນຮັບບຸນເຕັດປະຈຳຊາດຢ່າງສົມບູນພູມສຸກ.
ຕອນບ່າຍວັນທີ 30 ມັງກອນ, ຜູ້ແທນ 1.587 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XIII.
ສປປ ລາວ ຈະກາຍເປັນປະເທດ ທີ່ມີລາຍຮັບປານກາງສູງ ຖ້າຫາກສາມາດຮັກສາລະດັບການເຕີບໂຕ ຂອງເສດຖະກິດ ໃຫ້ຢູ່ໃນລະດັບ 6,5%-7% ໃນໄລຍະປີ 2020-2030 ແລະ ໃນເງື່ອນໄຂການເຕີບໂຕຂອງປະຊາກອນ 1,7% ຕໍ່ປີ, ຈະສາມາດບັນລຸລາຍ ໄດ້ແຫ່ງຊາດ ສະເລ່ຍຕໍ່ຫົວຄົນ 4.000 ໂດລາສະຫະລັດ ຈາກ 2.445 ໂດລາສະຫະລັດ ໃນປີ 2018 (ຕາມວິທີຄິດໄລ່ Atlas). ເຖິງວ່າ ຈະສາມາດບັນລຸໄດ້ກໍຕາມ, ສປປ ລາວ ອາດຈະຍັງຖືກຈັດ ຢູ່ໃນລໍາດັບຕໍ່າສຸດ ຂອງກຸ່ມປະເທດ ທີ່ມີລາຍຮັບປານກາງສູງ ຍ້ອນລາຍຮັບສະເລ່ຍ ຕໍ່ຫົວຄົນຂອງກຸ່ມ ປະເທດດັ່ງກ່າວ ແມ່ນນອນຢູ່ໃນລະຫວ່າງ 3.996 ໂດລາສະຫະລັດ ຫາ 12.375 ໂດລາສະຫະລັດ (ອີງຕາມການຈັດເງື່ອນໄຂ ຂອງທະນາຄານໂລກ ໃນເດືອນກໍລະກົດ 2019).
ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 02 ກໍລະນີ ບໍ່ມີຜູ້ເສຍຊີວິດ; ນັບແຕ່ວັນທີ 26/12/2020-13/01/2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 45 ຄົນ (ມີລາຍງານກໍລະນີໃນ 10 ແຂວງ, ແຂວງທີ່ມີການລາຍງານ ຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 19 ຄົນ, ຖັດລົງມາແມ່ນ ອັດຕະປຶ 06 ຄົນ, ເຊກອງ 06 ຄົນ, ຫລວງພະບາງ 05 ຄົນ, ສະຫວັນນະເຂດ 02 ຄົນ, ຄຳມ່ວນ 02 ຄົນ, ວຽງຈັນ 01 ຄົນ, ຫລວງນ້ຳທາ 01 ຄົນ, ສາລະວັນ 01 ຄົນ ແລະ ອຸດົມໄຊ 02 ຄົນ,).
ໃນປະເທດລາວ ແຕ່ລະປີໄດ້ເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ຫລາຍພໍສົມຄວນ, ແຕ່ຍັງບໍ່ມີລະບົບ ການລາຍງານ ຢ່າງເປັນລະບົບ, ບໍ່ມີຖານຂໍ້ມູນ, ບໍ່ມີລະບົບຂໍ້ມູນຂ່າວສານ ແລະ ລະບົບການເກັບກໍາ.
ຍສໝ - ຕາມການຄາດຄະເນຂອງ WB, ຂະແໜງກະສິກຳຄາດວ່າຈະມີການຟື້ນຟູພາຍຫຼັງຜົນກະທົບຈາກໂລກລະບາດໃນໄຕມາດ I 2020 ແລະ ບັນດາຄວາມເສຍຫາຍຈາກພາຍຸນ້ຳຖ້ວມໃນປີ 2020. ຂະແໜງການບໍລິການສືບຕໍ່ຟື້ນຟູຍ້ອນການຍົກເລິກມາດຕະການຈຳກັດບໍລິເວນໃນສັງຄົມ ເກືອບທັງໝົດ ແລະ ດ້ວຍຄວາມຕ້ອງການເພີ່ມຂຶ້ນຂອງຊັ້ນກາງພາຍໃນປະເທດ
ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ 19 ຖະແຫລງຂ່າວຕໍ່ສື່ມວນຊົນຕອນເຊົ້າວັນທີ 31 ທັນວາ 2020 ທີ່ກະຊວງສາທາລະນະສຸກ ວ່າ: ສະພາບຄວາມຄືບໜ້າການນຳໃຊ້ ວັກຊິນປ້ອງກັນໂຄວິດ-19 ໃນ ສປປ ລາວ ຜ່ານມາພັກ ແລະ ລັດຖະບານ ພວກເຮົາ ບໍ່ໄດ້ລົດລະນີ້ງນອນໃຈ ໄດ້ມີຄວາມພະຍາຍາມຢ່າງສູງ ໃນການພົວພັນກັບໂລກ ເປັນຕົ້ນ ສະຫະພັນວັກຊີນສາກົນ Gavi (Global Alliance for Vaccines and Immunization ), ...
ຍສໝ - ທ່ານລັດຖະມົນຕີ ໂຕເລິມ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ການຮ່ວມມືທີ່ດີລະຫວ່າງກະຊວງຕຳຫຼວດຫວຽດນາມແລະບັນດາອົງການປະຕິບັດກົດໝາຍ ສິງກະໂປສືບຕໍ່ໄດ້ຮັບການຮັກສາແລະພັດທະນາໃນທຸກຂົງເຂດ. ຜ່ານນັ້ນ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ່ວາສອງປະເທດ.
ເຖິງວ່າ ຫາກໍໄດ້ຮັບການສ້າງຕັ້ງມາໄດ້ປະມານ 3 ປີ ກໍຕາມ ແຕ່ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ມີການປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການສ້າງຄວາມສະໜິດຕິດພັນລະຫວ່າງນັກສຶກສາກັບວົງຄະນະຍາດ ແລະ ນີ້ໄດ້ກາຍເປັນບ່ອນອີງທັງທາງດ້ານວັດຖຸ ແລະ ຈິດໃຈສຳລັບນັກສຶກສາ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານຮັບຟັງບົດຂຽນ ດ້ວຍຫົວຂໍ້ “ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ - ບ່ອນອີງໝັ້ນແກ່ນຂອງນັກສຶກສາຫ່າງໄກຈາກບ້ານເກີດເມືອງນອນ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ບັນລຸໄດ້ປະມານ 869 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 436 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 434 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 2 ລ້ານໂດລາສະຫາລັດ.
ຍສໝ - ກ່ຽວຂ້ອງເຖິງວັກຊິນກັນໂຄວິດ-19 "made in Vietnam", ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ຄາດວ່າວັນທີ 1 ມີນາ 2021, ວັກຊິນ 2 ຊະນິດຂອງຫວຽດນາມ ນັ້ນແມ່ນ Ivac ແລະ Vabiotech ທີ່ຄົ້ນຄວ້າ ແລະຜະລິດນັ້ນ ຈະດໍາເນີນການສັກທົດລອງຢູ່ພາກເໜືອ, ພາກກາງ ແລະພາກໃຕ້.
ຍສໝ - ທ່ານພັນໂທ ຟ້າມຕຸງເລິມ, ຮອງຜູ້ຮັບຜິດຊອບການເມືອງ ທະຫານຊາຍແດນ ແຂວງເທື່ອທຽນເຫ້ວ ໄດ້ຕາງໜ້າຄະນະປະຕິບັດງານງານ ໄດ້ສົ່ງຄຳຢຶ້ຢາມຖາມຂ່າວໄປຍັງພະນັກງານ, ນັກຮົບກຳລັງປະກອບອາວຸດ ແລະ ປະຊາຊົນສອງບ້ານ ກາໂລ ແລະ ບ້ານເຊຊາບ, ເມືອງ ກາລືມ, ແຂວງເຊກອງ.
ຍສໝ - ພາຍຫຼັງການຮຽນມາເປັນເວລາ 9 ເດືອນຢູ່ໂຮງຮຽນ, ມີນັກສຶກສາລາວ 74 ຄົນມີເງື່ອນໄຂຢ່າງຄົບຖ້ວນເພື່ອຈົບຊຸດການຮຽນພາສາຫວຽດ, ໃນນັ້ນມີ ນັກສຶກສາ 6 ຄົນບັນລຸໄດ້ຜົນດີເດັ່ນໃນການຮ່ຳຮຽນ ແລະ ຫຼໍ່ຫຼອມ ເຊິ່ງໄດ້ຮັບການຍ້ອງຍໍຈາກໂຮງຮຽນ.
ໃບຢັ້ງຢືນ Airport Health Accreditation (AHA) ໄດ້ຢັ້ງຢືນກ່ຽວກັບການຮັບປະກັນຄວາມປອດໄພສຸຂະອະນາໄມກັນເຊື້ອພະຍາດຢູ່ ທ່າອາກາດສະຍານສາກົນ ເຕິນເຊີນເຍິດ.
ຍສໝ - ທ່ານນາງ ກົງສຸນໃຫຍ່ສາທາລະນະລັດກູບາ ປະຈຳ ນະຄອນໂຮ່ຈີມິນ Indira Lopez Arguelles ໄດ້ຢືນຢັນວ່າ ກູບາຍາມໃດກໍ່ພ້ອມແລ້ວທີ່ຈະສືບຕໍ່ຊ່ວຍເຫຼືອຫວຽດນາມໃນບັນດາຂົງເຂດຄື: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ສາທາລະນະສຸກ.
ອີງໃສ່ສະພາບການລະບາດ ຂອງປະເທດເພື່ອນບ້ານ ທີ່ມີການລະບາດ ພາຍໃນປະເທດຢ່າງຕໍ່ເນື່ອງ ແລະ ແຜ່ລາມໄປຫລາຍແຂວງນັ້ນ ກໍ່ຍ້ອນປະຊາຊົນ ບໍ່ເອົາໃຈໃສ່ ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ທີ່ລັດຖະບານວາງ ອອກຢ່າງເຄັ່ງຄັດ, ເຊິ່ງ ສປປ ລາວ ແມ່ນມີຄວາມສ່ຽງສູງ ທີ່ຈະມີຜູ້ຕິດເຊື້ອ ເຂົ້າມາແຜ່ເຊື້ອ ແລະ ເກີດການລະບາດຮອບໃໝ່ ໃນປະເທດ. ສະນັ້ນ, ເພື່ອສະກັດກັ້ນ ການລະບາດແຕ່ຫົວທີ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ ພ້ອມທັງ, ຮຽກຮ້ອງມາຍັງ ປະຊາຊົນລາວບັນດາເຜົ່າ ໃຫ້ເຫັນເຖິງຄວາມສຳຄັນ ໃນການປະຕິບັດ ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວ ຂ້ອງວາງອອກຢ່າງເຄັ່ງຄັດ.
ການນຳແຂວງ ໄຊຍະພູມ, ສະກົນນະຄອນ ຢັ້ງຢືນວ່າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ-ໄທ ຫຼາຍກວ່າອີກ.
ຍສໝ - ໃນວັນທີ 6 ທັນວາ 2020 ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການລະຫວ່າງ ລັດຖະບານສອງປະເທດຫວຽດນາມ - ລາວ, ໂດຍພາຍໃຕ້ການເປັນສັກຂີພິຍານ ຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທອງລຸນ ສີສຸລິດ, ທ່ານ ເຈີນດີງເຍີນ - ຜູ້ອຳນວຍການໃຫຍ່ກຸ່ມໄຟຟ້າຫວຽດນາມ (EVN) ໄດ້ເຊັນບົດບັນທຶກກັບບັນດານັກລົງທຶນໂຄງການໄຟຟ້າຕ່າງໆໃນປະເທດລາວ ເພື່ອຂາຍໄຟຟ້າໃຫ້ຫວຽດນາມ.
ຍສໝ - ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
visa ru snaia aehngngan Visa hoặc hợp đồng lao động
ຍສໝ - ໃນວັນທີ 6 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ແຈ້ງໃຫ້ຮູ້ວ່າ: ໃນວັນທີ 05 ພະຈິກ 2020 ສປປ.ລາວ ແມ່ນມີຜູ້ຕິດເຊື້ອທັງໝົດ 16 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ.
ຍສໝ - ທີ່ກອງປະຊຸມ, ມີຄຳເຫັນຫຼາຍຂໍ້ຖືວ່າ ອິນເດຍ ແລະ ຫວຽດນາມມີບັນດາຂົງເຂດເປັນທ່າແຮງທີ່ຊ່ວຍເຫຼືອກັນ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຊຸກຍູ້ການລົງທຶນສອງຝ່າຍ.
ຫ່ວາງແລ້ວນີ້, ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ອົດສະຕຣາລີ ຂຶ້ນ, ຝ່າຍລາວນໍາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ລິນດາ ເຣນໍ ລັດຖະມົນຕີ ກະຊວງປ້ອງກັນປະເທດອົດສະຕຣາລີ, ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ຍສໝ - ພາຍຫຼັງ ເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ (ນະຄອນ ໂຮ່ຈີມິນ), ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ອາເມລິກາ ຍັງຄົງແມ່ນປະເທດຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ, ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 5,84 ລ້ານຄົນ ແລະ ມີຜູ້ເສຍຊີວິດຫຼາຍກວ່າ 180.100 ກໍລະນີ.
ຍສໝ - ຜູ້ໂດຍສານໄດ້ສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
ຍສໝ - ທີ່ກອງປະຊຸມ, ທ່ານ ຫວຸດຶກດາມ - ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໃຫ້ຮູ້ວ່າ: ແຕ່ລະເທື່ອເມື່ອໂລກລະບາດ ມີການປ່ຽນແປງ, ຫວຽດນາມ ມີຄວາມຫວັງຢາກປຶກສາຫາລືຄຳເຫັນຂອງ WHO ແລະ ບັນດາອົງການຈັດຕັ້ງສາກົນ, ນັກຊ່ຽວຊານສາກົນ.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ ໄດ້ຂຶ້ນຊີ້ ແຈງກ່ຽວກັບນະໂຍບາຍ, ມາດຕະການທາງດ້ານການເງິນ - ງົບປະມານ ໃນ 6 ເດືອນທ້າຍປີ 2020 ແນໃສ່ເພີ່ມທະວີການຈັດເກັບລາຍຮັບ ໄປພ້ອມກັບການຈໍາກັດ ແລະ ປະຢັດລາຍຈ່າຍ, ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາດຸ່ນດ່ຽງງົບປະມານ ແລະ ການປະຕິບັດພັນທະຊໍາລະໜີ້ເງິນກູ້ຢືມພາຍໃນ ແລະ ຕ່າງປະເທດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 25 ມິຖຸນາ 2020 ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຈັດຂຶ້ນວັນທີ 5 ມິຖຸນາ 2020 ຢູ່ກະຊວງການຕ່າງປະເທດ ລະຫວ່າງທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ ເຊິ່ງມີພະນັກງານ-ວິຊາການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຍສໝ - ແຕ່ວັນທີ 5 - 6/5, 240 ພົນລະເມືອງຫວຽດນາມ, ສ່ວນໃຫຍ່ແມ່ນເດັກນ້ອຍອາຍຸຕ່ຳກວ່າ 18 ປີ, ຜູ້ເຖົ້າ, ຜູ້ທີ່ເຈັບເປັນ, ນັກຮຽນທີ່ບໍ່ມີບ່ອນພັກເຊົາຍ້ອນຫໍພັກປິດຈະໄດ້ນຳສົ່ງກັບປະເທດ.
ຍສໝ - ເມື່ອບໍ່ດົນມານີ້, ຫົວໜ້າຄະນະ ກຳມະການປະຊາຊົນແຂວງ ອຽນບາຍ ໄດ້ມອບຜ້າອັດປາກ 50.000 ອັນ ໃຫ້ແກ່ແຂວງ Val de Marne, ປະເທດຝະລັ່ງ ເພື່ອຕ້ານກັບ COVID-19. ຜູ້ຕາງໜ້າສະຖານທູດຝຣັ່ງປະຈຳຫວຽດນາມໄດ້ຮັບຂອງຂວັນນີ້.