ເຊື່ອມໂຍງວິສາຫະກິດ, ຊຸກຍູ້ການຮ່ວມມືຫວຽດນາມ - ບຸນກາຣີ

20:11 | 20/10/2026

ຍສໝ - ວັນທີ 17/10, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ໄດ້ຈັດລາຍການ “ການພົບປະແລກປ່ຽນລະຫວ່າງນັກທຸລະກິດ ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວຫວຽດນາມ - ບຸນກາຣີ”, ເປີດໂອກາດໃຫ້ວິສາຫະກິດຂອງສອງປະເທດໄດ້ເຊື່ອມໂຍງ, ຊອກຫາຄູ່ຮ່ວມມື ແລະ ຂະຫຍາຍການຮ່ວມມືພາຍໃຕ້ຂອບເຂດສາຍພົວພັນຄູ່ຮ່ວມມືຍຸດທະສາດ.

ຫວຽດນາມ – ບູນກາຣີ ຂະຫຍາຍການຮ່ວມມືດ້ານການຄົ້ນຄວ້າການແພດ ແລະ ເພສັດຊະກຳ ຫວຽດນາມ - ບຸນກາຣີ ຂະຫຍາຍການຮ່ວມມືກະສິກຳຢ່າງເປັນຮູບປະທຳ

ລາຍການດັ່ງກ່າວມີທ່ານ Pavlin Todorov, ເອກອັກຄະລັດຖະທູດບຸນກາຣີປະຈຳຫວຽດນາມ; ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ແລະ ຜູ້ຕາງໜ້າວິສາຫະກິດເກືອບ 30 ຄົນຈາກຫຼາຍທ້ອງຖິ່ນເຂົ້າຮ່ວມ.

ໃນການພົບປະແລກປ່ຽນ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບທ່າແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ, ພ້ອມທັງຊີ້ໃຫ້ເຫັນບັນດາຄວາມຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນຕະຫຼາດ, ການຊອກຫາຄູ່ຮ່ວມມື ແລະ ລະບຽບຂັ້ນຕອນການເດີນທາງ. ບັນດາຄຳເຫັນໄດ້ສະເໜີໃຫ້ເພີ່ມທະວີການແລກປ່ຽນໂດຍກົງ, ສົ່ງເສີມຂໍ້ໄດ້ປຽບຈາກສາຍພົວພັນມິດຕະພາບດັ້ງເດີມ ແລະ ຂອບເຂດຄູ່ຮ່ວມມືຍຸດທະສາດ.

ເຊື່ອມໂຍງວິສາຫະກິດ, ຊຸກຍູ້ການຮ່ວມມືຫວຽດນາມ - ບຸນກາຣີ
ບັນດາຜູ້ແທນທີ່ເຂົ້າຮ່ວມລາຍການພົບປະແລກປ່ຽນນັກທຸລະກິດຫວຽດນາມ - ບຸນກາຣີ ຖ່າຍຮູບຮ່ວມກັນເປັນທີ່ລະນຶກ.

ທ່ານ Pavlin Todorov, ເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດດ້ານເສດຖະກິດຂອງຫວຽດນາມ, ຮັບຮູ້ບົດບາດການນຳພາຂອງພັກຄອມມູນິດຫວຽດນາມ, ການບໍລິຫານຂອງລັດຖະບານ ແລະ ຈິດໃຈດຸໝັ່ນໃນການອອກແຮງງານຂອງປະຊາຊົນ. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກເປັນພິເສດເຖິງນະໂຍບາຍໃຫ້ບູລິມະສິດແກ່ການສຶກສາຂອງຫວຽດນາມ, ໂດຍຖືວ່ານີ້ແມ່ນພື້ນຖານສຳລັບການພັດທະນາໃນໄລຍະຍາວ, ພ້ອມທັງຢືນຢັນເຖິງຄວາມໝາຍຂອງບັນດາກິດຈະກຳເຊື່ອມໂຍງວິສາຫະກິດ ພາຍຫຼັງສາຍພົວພັນລະຫວ່າງສອງປະເທດໄດ້ຮັບການຍົກລະດັບ.

ໃນຈົດໝາຍອວຍພອນ, ທ່ານ Simeon Dimchev, ປະທານສະມາຄົມມິດຕະພາບບຸນກາຣີ - ຫວຽດນາມ ໄດ້ສະແດງຄວາມຄາດຫວັງວ່າ ບັນດາວິສາຫະກິດຫວຽດນາມຈະຊອກຫາຄູ່ຮ່ວມມືທີ່ໜ້າເຊື່ອຖືໄດ້ຢູ່ບຸນກາຣີ. ທ່ານໃຫ້ຮູ້ວ່າ ໃນປີ 2026, ສະຖານທູດຫວຽດນາມປະຈຳບຸນກາຣີ ໄດ້ປະສານສົມທົບກັບສະພາການຄ້າ ແລະ ອຸດສາຫະກຳບຸນກາຣີ ຈັດການພົບປະກັບຊຸມຊົນວິສາຫະກິດທ້ອງຖິ່ນ.

ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ, ຜູ້ຕາງໜ້າ FPT ເຫັນວ່າ ສອງປະເທດມີຂໍ້ໄດ້ປຽບຫຼາຍດ້ານທີ່ສາມາດເສີມໜູນເຊິ່ງກັນແລະກັນ: ບຸນກາຣີມີບົດບາດເຊື່ອມໂຍງກັບຕະຫຼາດເອີຣົບ, ສ່ວນຫວຽດນາມມີແຫຼ່ງຊັບພະຍາກອນມະນຸດອຸດົມສົມບູນ ແລະ ມີທີ່ຕັ້ງທີ່ເອື້ອອຳນວຍຕໍ່ການເຊື່ອມໂຍງກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້. ດ້ວຍຍຸດທະສາດ “AI-First” ແລະ ໂຄງລ່າງພື້ນຖານ AI Factory, FPT ປາຖະໜາທີ່ຈະຮ່ວມມືລົງທຶນ ແລະ ພັດທະນາບັນດາວິທີແກ້ໄຂ “Make by Vietnam”, “Make by Bulgaria” ໃນຂົງເຂດການຫັນປ່ຽນເປັນດິຈິຕອນ, ໂລຈິສຕິກ, ການແພດ ແລະ ກະສິກຳເຕັກໂນໂລຊີສູງ.

ກ່າວສະຫຼຸບລາຍການ, ທ່ານ ໂດ໊ ຫາຍ ດັງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ໄດ້ເນັ້ນໜັກເຖິງຂໍ້ໄດ້ປຽບຂອງບຸນກາຣີຈາກການເຂົ້າຮ່ວມສະຫະພາບເອີຣົບ (EU), ເຂດ Schengen ແລະ ທ່າແຮງຈາກຂະບວນການເຊື່ອມໂຍງເຂົ້າສາກົນຂອງຫວຽດນາມ.

ທ່ານໃຫ້ຮູ້ວ່າ ສະມາຄົມຈະຄົ້ນຄວ້າການສ້າງຕັ້ງບັນດາສະໂມສອນນັກທຸລະກິດຫວຽດນາມ - ບຸນກາຣີ, ເພີ່ມທະວີການແລກປ່ຽນກັບບັນດາອົງການການທູດ, ຊຸມຊົນຊາວຫວຽດນາມຢູ່ບຸນກາຣີ ແລະ ບັນດາສະມາຄົມມິດຕະພາບທ້ອງຖິ່ນ, ຜ່ານນັ້ນແກ້ໄຂຂໍ້ຈຳກັດດ້ານຂໍ້ມູນ, ຊຸກຍູ້ການເຊື່ອມໂຍງ ແລະ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງວິສາຫະກິດຂອງສອງປະເທດ.

ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ບຸນກາຣີ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ບຸນກາຣີ
ຍສໝ - ໃນຂອບເຂດການປະຕິບັດງານຢູ່ ບຸນກາຣີ, ຫວ່າງແລ້ວນີ້, ຢູ່ສຳນັກງານກະຊວງການຕ່າງປະເທດບຸນກາຣີ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Nikolay Pavlov ຮອງລັດຖະມົນຕີກະຊວງການຕ່າງປະເທດບຸນກາຣີ.
ຫວຽດນາມ - ບູນກາຣີ: ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ໃນໄລຍະໃໝ່ ຫວຽດນາມ - ບູນກາຣີ: ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ໃນໄລຍະໃໝ່
ຍສໝ - ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ຫາກໍ່ມີການພົບປະ ແລະ ເຮັດວຽກຮ່ວມກັບ ທ່ານ ນິໂຄລາຍ ນາຍເດນົຟ (Nikolay Naydenov) ລັດຖະມົນຕີກະຊວງຕຸລາການ ບູນກາຣີ ແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ລະຫວ່າງສອງປະເທດໃນໄລຍະໃໝ່. ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ຫາກໍ່ມີການພົບປະ ແລະ ເຮັດວຽກຮ່ວມກັບ ທ່ານ ນິໂຄລາຍ ນາຍເດນົຟ (Nikolay Naydenov) ລັດຖະມົນຕີກະຊວງຕຸລາການ ບູນກາຣີ ແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ລະຫວ່າງສອງປະເທດໃນໄລຍະໃໝ່.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ