| ຫວຽດນາມ - ຝຣັ່ງ ຊຸກຍູ້ການຮ່ວມມືດ້ານລັດຖະສະພາ ແລະ ການປ້ອງກັນຊາດ - ຄວາມໝັ້ນຄົງ ການແລກປ່ຽນລະຫວ່າງປະຊາຊົນ ສືບຕໍ່ຖະນຸຖະໜອມສາຍພົວພັນ ຫວຽດນາມ - ຝຣັ່ງ |
![]() |
| ໃນການພົບປະກັບສື່ມວນຊົນ, ທ່ານນາງ Éléonore Caroit ໃຫ້ຮູ້ວ່າ ຝຣັ່ງຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄົມມະນາຄົມ, ໂດຍມີໂຄງການທາງລົດໄຟຕົວເມືອງສາຍທີ 3 ຮ່າໂນ້ຍ ເປັນຕົວຢ່າງທີ່ໂດດເດັ່ນ, ໂດຍເຊື່ອມໂຍງການຖ່າຍທອດເຕັກໂນໂລຊີເຂົ້າກັບການຝຶກອົບຮົມຊັບພະຍາກອນມະນຸດ; ພ້ອມທັງໃຫ້ການສະໜັບສະໜູນດ້ານການເງິນ ແລະ ເຕັກນິກເພື່ອພັດທະນາພະລັງງານສະອາດ, ມຸ່ງສູ່ເປົ້າໝາຍການປ່ອຍອາຍພິດສຸດທິເປັນສູນໃນປີ 2050. ສອງປະເທດຍັງເພີ່ມທະວີການຮ່ວມມືໃນດ້ານແຮ່ທາດທີ່ຈຳເປັນ, ການຄ້າ, ການລົງທຶນ, ເຕັກໂນໂລຊີຊັ້ນສູງ, ສາທາລະນະສຸກ ແລະ ສິ່ງແວດລ້ອມ. ຝຣັ່ງປາດຖະໜາຂະຫຍາຍການຄົ້ນຄວ້າ ແລະ ການຝຶກອົບຮົມກ່ຽວກັບປັນຍາປະດິດ, ເຕັກໂນໂລຊີຄວອນຕຳ, ການບິນ ແລະ ອະວະກາດ, ສືບຕໍ່ຜົນສຳເລັດໃນການຝຶກອົບຮົມແພດໝໍຫວຽດນາມຫຼາຍກວ່າ 3.000 ຄົນ; ພ້ອມກັນນັ້ນ ກໍຊຸກຍູ້ການອະນຸລັກມໍລະດົກ, ການແລກປ່ຽນວັດທະນະທຳ ແລະ ການສິດສອນພາສາຝຣັ່ງ, ສົ່ງເສີມບົດບາດຂອງຫວຽດນາມໃນອົງການສາກົນຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ (OIF), ມຸ່ງສູ່ກອງປະຊຸມສຸດຍອດປະຊາຄົມຜູ້ໃຊ້ພາສາຝຣັ່ງ ຄັ້ງທີ 20 ທີ່ກຳປູເຈຍ ໃນເດືອນ 11/2026. |
ຍສໝ - ບັນດາການນຳ ຫວຽດນາມ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງການນຳ ຝລັ່ງ ເມື່ອໄດ້ຮັບຂ່າວວ່າ ພາຍຸ Chido ໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ປະຊາຊົນ ແລະ ຊັບສິນຢູ່ໝູ່ເກາະ Mayotte. |
ຍສໝ - ເກີດຢູ່ເມືອງເຫ້ວ, ເຕີບໃຫຍ່ຢູ່ແຂວງ ເກີນເທີ, ແລ້ວມາຕັ້ງຖິ່ນຖານຢູ່ປະເທດຝຣັ່ງ, Cecile Le Pham ຍາມໃດກໍ່ຫັນຫົວໃຈໄປບ້ານເກີດເມືອງນອນ. ກັບຄືນໄປຫວຽດນາມ ໃນປີ 1992, ນາງໄດ້ຕິດພັນກັບສູນລ້ຽງເດັກກໍາພ້າຢ່າງບໍ່ຢຸດຢັ້ງ, ຂຽນການເດີນທາງຂອງອາສາສະຫມັກເປັນເວລາຫຼາຍກວ່າສາມທົດສະວັດ. |
ຄຳສີ
