ຍສໝ - ເນື່ອງໃນໂອກາດນີ້, ທ່ານ ຟ້າມວຽກແອັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງປະຊາຄົມຊາວ ຫວຽດນາມ ແລະ ນັກສຶກສາຢູ່ ໂຮນລັງ, ອວຍພອນໃຫ້ພໍ່ແມ່ປະຊາຊົນມີບຸນເຕັດທີ່ອີ່ມໜຳສຳລານ, ສົມບູນພູນສຸກ ແລະ ເຕັມໄປດ້ວຍຄວາມຫວັງ.
ຍສໝ - ທຸກປີ, ໃນໂອກາດບຸນເຕັດປະຈຳຊາດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນທົ່ວໂລກ ພັດອ່າວຍໜ້າເມືອຫາກັບຄືນບ້ານເກີດເມືອງນອນ, ປະເທດຊາດ, ເຕົ້າໂຮມກັບຄອບຄົວ. ແຕ່ລະດູບານໃໝ່ປີສະຫຼຸ 2021 ປີນີ້ ຕ່າງກັບບັນດາລະດູບານໃໝ່ກ່ອນ, ຍ້ອນໂລກລະບາດໂຄວິດ - 19. ແຕ່ວ່າ ຢູ່ໃສກໍ່ຕາມ, ໃນສະພາບການໃດ, ພໍ່ແມ່ປະຊາຊົນຍາມໃດກໍ່ສະຫງວຽນນ້ຳໃຈຄວາມຮັກແພງ, ຝາກຟັງຄວາມພາວະນາອັນດີງາມທີ່ສຸດ ໄປຍັງບ້ານເກີດເມືອງນອນ, ໂດຍແມ່ນສະຖານທີ່ຂອງຜູ້ຄົນທີ່ຮັກແພງ…
ຍສໝ - ປະຊາຊົນຕ້ອນຮັບປີໃໝ່ ປີສະຫຼູ 2021 ໃນເງື່ອນໄຂ “ສະພາບການໃໝ່”. ຫຼາຍຄົນ ກໍ່ໄດ້ຊວນກັນໄປວັດກ໋ວນສື໋ເພື່ອຕ້ອນຮັບປີໃໝ່, ຂໍໃຫ້ມີຄວາມສະຫງົບສຸກ ແລະ ໂຊກດີ.
ຍສໝ - ໃນສູນການຄ້າຂອງຊາວຫວຽດນາມ ຍາມໃດກໍມີຄົນມາຊື້ເຄື່ອງຂອງຫຼາຍກວ່າຊຸມວັນປົກກະຕິ. ຢູ່ທີ່ນີ້, ເຮົາຮູ້ສຶກໄດ້ບັນຍາກາດຕ້ອນຮັບບຸນປີໃໝ່ຢ່າງຟົດຟື້ນບໍ່ຕ່າງຫຍັງຄືຢູ່ຫວຽດນາມ.
ຍສໝ - ຊຸມວັນໃກ້ຈະຮອດບຸນເຕັດ, ແມ່ກະກຽມພັກ, ໝາກໄມ້ໃຫ້ແກ່ວັນບຸນເຕັດ. ຫ້ອງແຕ່ງກິນຂອງແມ່ໃນຊຸມວັນໜາວນີ້ ມີລຸກລ້ານເຕົ້າໂຮມກັນ ຢູ່ບິ່ມອ້ອມໝໍຕົ້ມເຂົ້າຕົ້ມ ເຮັດໃຫ້ບັນຍາການໃນຍາມນັ້ນ, ອົບອຸ່ນອີຫຼີ.
ຍສໝ - ບັນດາອົງການ, ກົມກອງແລະສາຂາກໍ່ສ້າງລະບົບການເມືອງໂປງໃສ ແລະ ເຂັ້ມແຂງ; ປະຕິບັດຕາມລະບຽບການກ່ຽວກັບການຍົກຕົວຢ່າງໃຫ້ແກ່ພະນັກງານ ແລະສະມາຊິກພັກຢ່າງເຂັ້ມງວດ, ໂດຍສະເພາະແມ່ນຜູ້ນຳ, ຖັນແຖວບັນດາຜູ້ປະຕິບັດວຽກງານການສຶກສາ, ນັກສິລະປິນ ແລະ ຜູ້ທີ່ມີອິດທິພົນສູງໃນຊຸມຊົນແລະສັງຄົມ.
ໃນເດືອນ ພະຈິກ, ທີ່ຮ່າໂນ້ຍ, ມີຫຼາຍກິດຈະກໍາສົ່ງເສີມການທ່ອງທ່ຽວ, ການຄ້າ (ງານຕະຫຼາດນັດທ່ອງທ່ຽວສາກົນ (VITM) ເຫດການວັດທະນະທໍາ, ກິິລາ (ລາຍການ “ເລີ່ມຕົ້ນພ້ອມກັບ SEA Games 31 ແລະ ASEAN Para Games 11 ”)...
ຍສໝ - ຫວຽດນາມ ໄດ້ຮັບລາງວັນຫຼາຍຢ່າງ ໃນງານປະກາດສຸດທ້າຍ Grand Final ຂອງລາງວັນການທ່ອງທ່ຽວໂລກ (WTA) ໃນປີ 2020, ໂດຍສະເພາະແມ່ນ “ຈຸດໝາຍປາຍທາງມໍລະດົກໂລກອັນດັບໜຶ່ງຂອງໂລກ (World's Leading Heritage Destination) ປີ 2020 ໄດ້ມອບໃຫ້ແກ່ຫວຽດນາມ.
ຍສໝ - ລາຍຊື່ບັນດາປະເທດໄດ້ຮັບການຍົກເລີກດັ່ງກ່າວ ປະກອບມີ ອົດສະຕາລີ, ບຣຸໃນ, ສ.ເກົາຫຼີ, ນິວຊີແລນ, ໄທ, ຈີນ, ໄຕຫວັນ (ຈີນ) ແລະ ຫວຽດນາມ, ຍ້ອນບັນດາປະເທດເຫລົ່ານີ້ໄດ້ຄວບຄຸມເຊື້ອພະຍາດໂຄວິດ-19 ຢ່າງປະສິດທິຜົນ.
ຍສໝ - ບັນດາວິສາຫະກິດທ່ອງທ່ຽວໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ, ສ້າງຜະລິດຕະພັນທີ່ມີ ຄວາມດູດດຶ່ມຄື ໃຫ້ບຸລະມະສິດ, ຫຼຸດລາຄາເຊົ່າຫ້ອງ, ຮ່ວມມືກັບບັນດາບໍລິສັດການບິນ, ຂະແໜງການບິນ, ເສັ້ນທາງລົດໄຟພວມມີທ່າຟື້ນຟູຄືນ, ເຊິ່ງເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.
ແຂວງ ເລີມດົ່ງ ຈະສືບຕໍ່ຮ່ວມເດີນທາງກັບປະຊາຄົມວິສາຫະກິດ, ປະຊາຄົມນັກທຸລະກິດເພື່ອຜ່ານຜ່າບັນດາຜົນສະທ້ອນທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ-19. ແຂວງ ເລີມດົ່ງ ໄດ້ຊີ້ນຳໃຫ້ບັນດາພະແນກຂະແໜງການປະຕິບັດ ບັນດາກົນໄກ, ນະໂຍບາຍໜູນຊ່ວຍຂອງລັດຖະບານ ຢ່າງຄົບຖ້ວນ. ເພື່ອຊ່ວຍປະຊາຄົມບັນດາວິສາຫະກິດຟື້ນຟູບັນດາການເຄື່ອນໄຫວດ້ານທ່ອງທ່ຽວໃນບໍລິເວນແຂວງຄືນໃໝ່ໂດຍໄວ.
ວັນທີ 11 ຕຸລາ, ຄະນະກຳມະການປະຊາຊົນແຂວງ ນິງບິ່ງ ໄດ້ຈັດຕັ້ງກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວແຂວງນິງບິງ ປີ 2020 ເພື່ອແນໃສ່ປະຕິບັດບັນດາມາດຕະການຟື້ນຟູ, ຊຸກຍູ້ການເຄື່ອນໄຫວທ່ອງທ່ຽວໃນສະພາບການເກີດໂລກລະບາດໂຄວິດ - 19 ແລະ ມຸ່ງໄປສູ່ປີທ່ອງທ່ຽວແຫ່ງຊາດປີ 2021 ຢູ່ ນິງບິ່ງ.
ຍສໝ - ຜູ້ອ່ານວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງອາເມລິກາ Condé Nast Traveler ໄດ້ລົງຄະແນນສຽງໃຫ້ຫວຽດນາມ ຢືນອັນດັບທີ 9 ໃນ 20 ປະເທດເປັນສະຖານທີ່ແຫ່ງຄວາມນິຍົມໃນປີ 2020 ດ້ວຍ 92,12 ຄະແນນ.
ຍສໝ - ຕອນຄ່ຳ ວັນທີ 3 ຕຸລາ, ງານວາງສະແດງພາບຖ່າຍຮ່າໂນ້ຍປີ 1967-1975 ໂດຍນັກຖ່າຍຮູບເຢຍລະມັນ Thomas Billhardt ໄດ້ເປີດຢ່າງເປັນທາງການຢູ່ Manzi Exhibition Space và Manzi Art Space (ຮ່າໂນ້ຍ).
ຍສໝ - ຄະນະກຳມະການປະຊາຊົນເມືອງ ຍັງຂາດແຄນດ້ານເຮືອນວັດທະນະທຳ ເປັນເຈົ້າການໃນການຕິດຕໍ່ກັບຄະນະກຳມະການປະຊາຊົນບັນດາເມືອງເພື່ອຕົກລົງເຫັນດີກ່ຽວກັບການສະໜັບສະໜູນດ້ານງົບປະມານເມືອງເພື່ອລົງທຶນກໍ່ສ້າງບ້ານວັດທະນະທຳ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນທຽບ ເນັ້ນໜັກວ່າ ລັດຖະບານຫວຽດນາມ ຍາມໃດກໍ່ພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ, ໃນນັ້ນມີບັນຫາກ່ຽວຂ້ອງເຖິງທາດພິດສີສົ້ມດີໂອຊີນ.
ນັບແຕ່ວັນທີ 18 ກັນຍາ, ທຸກໆການເຄື່ອນໄຫວຢູ່ດ່ານັ້ງຈະກັບຄືນສູ່ສະພາບການປົກກະຕິນອກຈາກຮ້ານເທັກ, ກາຣາໂອເກ, ຮ້ານໜວດ. ຄຽງຄູ່ກັນນ້ັນ, ນະຄອນດ່ານັ້ງຈະຮັກສາບັນດາມາດຕະການ ໃສ່ຜ້າອັດປາກ - ຂ້າເຊື້ອ - ຮັກສາໄລຍະຫ່າງ - ບໍ່ເຕົ້າໂຮມຫຼາຍຄົນ - ແຈ້ງອາການສຸຂະພາບ ຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ ຢູ່ລະດັບສູງ.
ເວັບໄຊ Love Exploring (ອັງກິດ) ຫາກໍ່ຍົກອອກບັນຊີລາຍຊື່ບັນດາສະຖານທີ່ຊົມອະລຸນໃໝ່ງາມທີ່ສຸດຢູ່ໂລກ, ໃນນັ້ນມີອ່າວຮ້າລອງ.
ຍສໝ - ບັນດາວິສາຫະກິດທຸລະກິດຂາຍຍ່ອຍ ມີຄວາມຈຳເປັນຕ້ອງໃນການເກັບມ້ຽນສິນຄ້າໄວ້ທົບ 3 ເທົ່າທຽບໃສ່ຄວາມຕ້ອງການປົກກະຕິຂອງປະຊາຊົນ, ແລະ ປະຕິບັດໃນ 3 ເດືອນ (ເດືອນສິງຫາ, ກັນຍາ ແລະ ຕຸລາ).
ຍສໝ - ໃນລະຫວ່າງແຕ່ວັນທີ 1 - 2 ສິງຫາ, ສະຖານທູດຫວຽດນາມ ປະຈຳ ຝລັ່ງ ໄດ້ປະສານສົມທົບກັບບັນດາອົງການຕົວແທນຂອງຫວຽດນາມຢູ່ເອີຣົບ ແລະ ອາຟຼິກກາ, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ສາຍການບິນແຫ່ງຊາດຫວຽດນາມ, ບັນດາອົງການທີ່ກ່ຽວຂ້ອງຂອງຝຣັ່ງ ໄດ້ຈັດຕັ້ງຖ້ຽວບິນດັ່ງກ່າວເພື່ອນຳເອົາພົນລະເມືອງຫວຽດນາມຈຳນວນ 280 ຄົນຈາກ 24 ປະເທດໃນເອີຣົບ ແລະ ອາຟຣິກກາກັບຄືນປະເທດຢ່າງປອດໄພ.
ຍສໝ - ດ້ວຍຄວາມມານະພະຍາຍາມໃນວຽກງານການຕ່າງປະເທດໄດ້ປະກອບສ່ວນຊຸກຍູ້ການພັດທະນາການທ່ອງທ່ຽວຂອງແຂວງ. ທີ່ດິນ ແລະ ຜູ້ຄົນແຂວງບັກຢາງເປັນທີ່ຮູ້ຈັກດີຈາກເພື່ອນມິດສາກົນຫຼາຍຄົນ. ຄາດວ່າໃນແຕ່ລະປີ, ແຂວງຕ້ອນຮັບແຂກສາກົນປະມານ 20.000 ເທື່ອຄົນ.
ຍສໝ - ຊາປາ ແມ່ນສະຖານທີ່ງາມຍອດຍິ່ງເພື່ອຍ່າງໄປ, ຖີບລົດ ແລະໄຕ່ພູ, ຊົມບັນດານ້ຳຕົກຕາດໃຫຍ່ໂຕມະໂຫຖານ, ບັນດາທົ່ງນາອ້ອມຮອບໝູ່ບ້ານພູດອຍດ້ວຍຫຼາຍອາຊີບຫັດຖະກຳທີ່ເປັນມູນເຊື້ອ.
ຍສໝ - ຄະນະກຳມະການຈັດງານລາງວັນການທ່ອງທ່ຽວໂລກປີ 2020 (WTA) ໄດ້ປະກາດເວລາຄັດເລືອກເອົາ ໃນເຂດອາຊີໃນປີ 2020 ແຕ່ວັນທີ 15 ມິຖຸນາເຖິງວັນທີ 24 ກັນຍາ 2020. ໃນລະດູການນີ້, ການທ່ອງທ່ຽວຫວຽດນາມໄດ້ຮັບການຄັດເລືອກໃນ 11 ປະເພດການທ່ອງທ່ຽວ “ແຖວໜ້າຂອງອາຊີ”.
ຍສໝ - ໝາກທຸລຽນແຊ່ແຂງຈຳນວນ 7 ໂຕນຂອງຫວຽດນາມ ໄດ້ສຳເລັດການຜ່ານດ່ານຢູ່ລັດ New South Wales ຂອງປະເທດອົດສະຕາລີ, ເລີ່ມຕົ້ນການສໍາຜັດເຂົ້າເຖິງຜູ້ບໍລິໂພກຢູ່ໃນທ້ອງຕະຫຼາດທີ່ເອົາໃຈຍາກທີ່ສຸດໃນໂລກ.
ຍສໝ - ໃນຊຸມວັນນີ້, ບັນດາກະຊວງ,ຂະແໜງການ, ທ້ອງຖິ່ນ…ໃນທົ່ວປະເທດພວມຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 73 ປີແຫ່ງວັນ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ).
ຍສໝ - ໃນວັນທີ 20 ກໍລະກົດນີ້, ອົງການທີ່ມີໜ້າທີ່ຫວຽດນາມ, ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ປະຈຳປະເທດໄຕ້ຫວັນ, ສາຍການບິນຫວຽດນາມ Vietnam Airlines ແລະ ອົງການທີ່ມີໜ້າທີ່ໄຕ້ຫວັນ (ຈີນ) ໄດ້ຈັດຖ້ຽວບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນຫຼາຍກວ່າ 300 ຄົນ ຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ.
ຍສໝ - ບໍລິສັດການບິນຫວຽດນາມໄດ້ເປີດໃຫ້ບໍລິການຈຳນວນທັງໝົດ 22 ເສັ້ນທາງການບິນ, ໂດຍສຸມໃສ່ເຊື່ອມຕໍ່ບັນດາທ້ອງຖິ່ນທີ່ມີສະຖານທີ່ທ່ອງທ່ຽວມີຊື່ສຽງ, ເຮັດໃຫ້ເຄືອຂ່າຍການບິນພາຍໃນປະເທດໄດ້ບັນລຸເຖິງ 61 ເສັ້ນທາງ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫາກໍ່ມອບໝາຍໃຫ້ກະຊວງວັດຖະນະທຳ, ກິລາ ແລະ ການທ່ອງທ່ຽວ ເປັນເຈົ້າການສົມທົບກັບ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ເພື່ອຄົ້ນຄ້ວາ, ຕີລາຄາບັນດາກໍລະນີເພື່ອຟື້ນຟູເຕີບໂຕການທ່ອງທ່ຽວໄລຍະຫຼັງ Covid – 19, ເປັນເຈົ້າການປະຕິບັດບັນດາມາດຕະການທີ່ເໝາະສົມເພື່ອຊຸກຍູ້ພັດທະນາການທ່ອງທ່ຽວກັບການຜັນແປຂອງໂລກລະບາດ Covid – 19.
ຍສໝ - ວັນທີ 3 ກໍລະກົດ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມຢູ່ອົດສະຕາລີ, ນິວຊີແລນ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ອົດສະຕາລີ ເພື່ອ ນຳສົ່ງພົນລະເມືອງຈຳນວນ 350 ຄົນ ຈາກອົດສະຕາລີແລະນິວຊີແລນ ກັບປະເທດຢ່າງປອດໄພ.
ຍສໝ - ການບິນແຫ່ງຊາດຫວຽດນາມ Vietnam Airlines ອາດຈະເປີດບັນດາຖ້ຽວບິນການຄ້າສາກົນ ຄືນໃໝ່ແຕ່ຕົ້ນເດືອນກໍລະກົດນີ້.