ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຜັນຂະຫຍາຍຂໍ້ຕົກລົງ ປາຣີ, ຈະມານະພະຍາມຫຼຸດຜ່ອນປະລິມານການປ່ອຍອາຍພິດເຮືອນແກ້ວອອກຮອດປີ 2030 ລົງ 9% ດ້ວຍແຫຼ່ງກຳລັງພາຍໃນ ແລະ ອາດຈະຫຼຸດລົງ 27% ເມື່ອມີບັນດາການໜູນຊ່ວຍຈາກກຳລັງສາກົນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການສົມທົບນະໂຍບາຍທົ່ວໂລກ, ສາມັກຄີກັນກະທຳ ແລະ ຍົກສູງການຮ່ວມມືຫຼາຍຝ່າຍ ເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ໃນນັ້ນຕີລາຄາສູງບັນດາໝາກຜົນສຳຄັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງບັນດາປະເທດ G20, ເປັນຕົ້ນແມ່ນການຊຸກຍູ້ການສົມທົບນະໂຍບາຍມະຫາພາກໃນການຟື້ນຟູເສດຖະກິດ.
ການສົ່ງສັນຍານໂທລະຄົມມະນາຄົມເຖິງເຂດຊາຍແດນຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ບໍ່ພຽງແຕ່ຮັບໃຊ້ວຽກງານລາດຕະເວນ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ສະໜອງຂໍ້ມູນຂ່າວສານ, ຕິດຕໍ່ສື່ສານເທົ່ານັ້ນ ຫາກຍັງນໍາບໍລິການອິນເຕີແນັດ Broadband ເຖິງບັນດາພະນັກງານ, ນັກຮົບທະຫານຊາຍແດນອີກດ້ວຍ.
ໃນບົດກ່າວປາໄສ, ທ່ານ Ashraf Ghani ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ລັດຖະບານ ອາບການິດສະຖານ ເພື່ອມຸ່ງໄປສູ່ການແກ້ໄຂການປະທະກັນໂດຍສັນຕິວິທີ, ໃນນັ້ນມີການມອບສົ່ງຊະເລີຍເສິກໃຫ້ແກ່ກະລັງຕາລາບານ ເພື່ອແນໃສ່ສ້າງເງື່ອນໄຂຢ່າງສະດວກໃຫ້ແກ່ການເຈລະຈາສັນຕິພາບ.
ຍສໝ - ຕາມບົດລາຍງານຂອງໜັງສືພິມ Nikkei Asia Review (ຍີ່ປຸ່ນ) ໃນວັນທີ 19 ພະຈິກ, ຫວຽດນາມ ກຳລັງກາຍເປັນແບບຢ່າງແຫ່ງຄວາມສຳເລັດ ໃນທາງດ້ານເສດຖະກິດຢ່າງດຽວຂອງອາຊີຕາເວັນອອກສ່ຽງໃຕ້ ໃນສະພາບການລະບາດ COVID-19, ໃນຂະນະທີ່ຍັງຄົງຮັກສາລະດັບການເຕີບໂຕໃນທາງບວກທີ່ໝັ້ນຄົງໃນໄລຍະທີ່ບັນດາພື້ນຖານເສດຖະກິດອື່ນໆ ປະສົບກັບຄວາມຫຍຸ້ງຍາກໃນການຟື້ນຕົວຄືນ.
ຫວຽດນາມ ມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດ 1305 ຄົນ, ໃນນັ້ນມີ 1142 ຄົນ ໄດ້ປິ່ນປົວຫາຍດີ
ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຕັ້ງຈຸດສຸມແມ່ນທັງປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ, ໃນນັ້ນ ໃຫ້ບຸລິມະສິດຜັນຂະຫຍາຍເຄືອຂ່າຍສາທາລະນະສຸກຈາກທາງໄກ (Tele-Medicine Metwork).
ຍສໝ - ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 15, ຜູ້ຕາງໜ້າຂອງຫຼາຍປະເທດ ໄດ້ຢືນຢັນເຖິງຄວາມຈຳເປັນ ໃນການຮັກສາສັນຕິພາບແບບຍືນຍົງ ແລະ ສະຖຽນລະພາບໃນໄລຍະຍາວໃນເຂດທະເລທີ່ສຳຄັນຂອງພາກພື້ນນີ້.
ຍສໝ - ທ່ານ Lim Sungnam ໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ “ປະຕິບັດວຽກງານຂອງຕົນໄດ້ເປັນຢ່າງດີທີ່ສຸດ” ແລະ ປະຕິບັດບັນດາກອງປະຊຸມຂັ້ນສູງໃນອາທິດແລ້ວນີ້ ປະສົບຜົນສຳເລັດຢ່າງຈົບງາມໃນທັງ 3 ຂົງເຂດ. ກ່ອນອື່ນໝົດ, ອາຊຽນ ພ້ອມກັບບັນດາປະເທດຄູ່ເຈລະຈາ ແລະ ປະຊາຄົມໃນພາກພື້ນ ສາມາດຢັ້ງຢືນໄດ້ ຄຳໝັ້ນສັນຍາການຮ່ວມມືໃນການປ້ອງກັນ, ຕ້ານ ໂລກລະບາດ ໂຄວິດ - 19.
ຍສໝ - ໃນວັນທີ 19 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຟີລິບປິນ ແລະ ບໍລິສັດການບິນ VietJet ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ຟີລິບປິນ ເພື່ອສົ່ງພົນລະເມືອງຫວຽດນາມ ເກືອບ 240 ຄົນຈາກຟີລິບປິນ ກັບຄືນບ້ານຢ່າງປອດໄພ.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເວິນໂດນ, ຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ຕອນເຊົ້າວັນທີ 18 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ພາກຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ.
ຍສໝ - ເມື່ອບໍ່ດົນມານີ້, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຍີ່ປຸ່ນ, ສ.ເກົາຫຼີ ແລະ ສາຍການບິນຕ່າງໆ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ປະຕິບັດ 3 ຖ້ຽວບິນ ເພື່ອນຳສົ່ງພົນລະເມືອງເກືອບ 500 ຄົນຫວຽດນາມ ກັບຄືນປະເທດຫວຽດນາມ ຢ່າງປອດໄພ.
ຍສໝ - ເພື່ອຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ, ບັນດາໂຮງງານ ແລະ ພະນັກງານຂອງ Samsung ຫວຽດນາມ ໄດ້ສະໜັບສະໜູນບໍລິຈາກ 5 ຕື້ດົງ ແລະ ສ້ອມແປງເຄື່ອງໄຟຟ້າໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນເຂດພາຍຸນໍ້າຖ້ວນ.
ຍສໝ - ວັນທີ 16 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມຢູ່ໄຕ້ຫວັນ, ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມຢູ່ໄຕ້ຫວັນ (ຈີນ), ບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ແລະ ບັນດາອົງການທີ່ມີໜ້າທີ່ໄຕ້ຫວັນ ( ຈີນ) ໄດ້ປະສານງານເພື່ອປະຕິບັດ 2 ຖ້ຽວບິນທີ່ນຳສົ່ງພົນລະເມືອງຫວຽດນາມ ຫຼາຍກ່ວາ 340 ຄົນຈາກໄຕ້ຫວັນ ກັບຄືນ ປະເທດບ້ານ.
ຍສໝ - ໃນຖານະທີ່ເປັນປະທານອາຊຽນ 2020, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງໜ້າໃນການຂົນຂວາຍບັນດາຄູ່ຮ່ວມມືເພື່ອປະກອບສ່ວນໃນການສ້າງ ແລະ ຄວາມຮັບຜິດຊອບໃນບັນດາບັນຫາລວມຂອງພາກພື້ນ...
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເວິນໂດນ, ຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ບັນດາຜົນງານເຊິ່ງສະຫະພັນມິດຕະພາບ ໄດ້ບັນລຸໃນຕະຫຼອດ 70 ປີຜ່ານມາ ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມ ຂອງການທູດຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ຍສໝ - ເມື່ອບໍ່ດົນມານີ້, ສັນຍາຄູ່ຮ່ວມມືເສດຖະກິດຢ່າງຮອບດ້ານພາກພື້ນ (RCEP) ໄດ້ລົງນາມຢ່າງເປັນທາງການ ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ (ແຕ່ວັນທີ 9-15 ພະຈິກ).
ຜູ້ໂດຍສານໃນຖ້ຽວບິນລວມມີເດັກນ້ອຍໃນເກນຕ່ຳກວ່າ 18 ປີ, ແມ່ຍິງຖືພາ, ຜູ້ເຈັບປ່ວຍ, ແຮງງານໝົດອາຍຸສັນຍາ, ນັກສຶກສາບໍ່ມີບ່ອນຢູ່ອາໄສ.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ (ນະຄອນ ໂຮ່ຈີມິນ), ບັນດາຜູ້ເຂົ້າຮ່ວມການເສັງໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ຕອນເຊົ້າວັນທີ 15 ພະຈິກ, ຢູ່ຫໍມິດຕະພາບ ຫວຽດ - ຈີນ, ຮ່າໂນ້ຍ ໄດ້ດຳເນີນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ (7 ພະຈິກ 1950 – 17 ພະຈິກ 2020) ແລະ ກອງປະຊຸມແຂ່ງຂັນຮັກຊາດໄລຍະ 2020 – 2025 ຂອງ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ.
ຍສໝ - ໃນເວລາ 2 ມື້ ວັນທີ 11 - 12 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າ ຫວຽດນາມຢູ່ເອີຣົບ, ອາເມລິກາແລະອາຟຼິກາ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳພົນລະເມືອງຫວຽດນາມ ກວ່າ 280 ຄົນ ໄດ້ກັບຄືນປະເທດບ້ານຢ່າງປອດໄພ.
ຍສໝ - ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຕ້ອງການຮັກສາບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງຕົນ ເພື່ອປະຕິບັດວາລະລາຍການການປຶກສາຫາລື 2030 ແລະ ໃຫ້ຄຳໝັ້ນສັນຍາ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເຮັດວຽກ ເພື່ອຊຸກຍູ້ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ.
ຍອດກຳໄລທັງໝົດຂອງບັນດາໂຄງການລົງທຶນຢູ່ຕ່າງປະເທດທີ່ມີກຳໄລໃນປີ 2019 ບັນລຸ 583 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 7% ເມື່ອທຽບໃສ່ປີ 2018.
ປະຈຸບັນ,ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ.
ຍສໝ - ໃນວັນທີ 12 ພະຈິກ 2020, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າ ຫວຽດນາມຢູ່ຍີ່ປຸ່ນ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳພົນລະເມືອງຫວຽດນາມ ກວ່າ 340 ຄົນຈາກປະເທດຍີ່ປຸ່ນ ກັບຄືນປະເທດບ້ານຢ່າງປອດໄພ.
ຍສໝ - ໃນຕອນເຊົ້າວັນທີ 12 ພະຈິກ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຮ່າໂນ້ຍ ຜ່ານລະບົບທາງໄກດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດສະມາຊິກອາຊຽນ.
ຍສໝ - ຕອນເຊົ້າວັນທີ 12 ພະຈິກນີ້, ພິທີເປີດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ຈັດຂື້ນດ້ວຍຮູບການຖ່າຍທອດສົດ ພາຍໃຕ້ການເປັນປະທານກອງປະຊຸມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.
ຍສໝ - ຕອນເຊົ້າວັນທີ 12 ພະຈິກ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ.