ເມື່ອເດີນທາງໄປໄກບ້ານ ຈະຍ້ອນພາລະກິດ, ຍ້ອນວຽກງານ, ຍ້ອນຄອບຄົວ ແລະ ອີກເຫດຜົນຕ່າງໆທີ່ແຕກຕ່າງກັນ, ແຕ່ຄິດວ່າເມື່ອເຫັນອາຫານບ້ານນາທີ່ຕົນເຄີຍກິນເປັນປະຈຳແລ້ວ ຄິດບໍ່ມີໃຜທີ່ຈະບໍ່ຄິດຮອດບ້ານ. ບັນດາເມນູອານຫານບ້ານນາຕໍ່ໄປນີ້ບໍ່ຮູ້ວ່າຈະເຮັດໃຫ້ທ່ານຄິດຮອດບ້ານຫຼືບໍ່.
ຍສໝ - ໃນຕອນເຊົ້າຂອງວັນທີ 30 ມີນາ 2019, ສູນຄຸມຄອງນັກສຶກສາສາກົນ, ຮ່າໂນ້ຍ ໄດ້ຈັດພິທີການບາສີສູ່ຂວັນ ແລະ ຕ້ອນຮັບປີໃໝ່ລາວ.
ຍສໝ - ຜູ້ສາວມີເຊື້ອຊາດ ຫວຽດນາມ Mattie Do ແມ່ນຜູ້ກຳກັບການສະແດງຍິງທໍາອິດ ຂອງຮູບເງົາ ລາວ ເຊິ່ງໄດ້ສ້າງຄວາມປະທັບໃຈໃນການນໍາເອົາຮູບເງົາຂອງປະເທດ ລາວ ມາ Oscar ເປັນຄັ້ງທຳອິດ.
ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ສາກົນ 2020 ຂຶ້ນໃນຄ່ຳຄືນວັນທີ 31 ທັນວາ 2019 ທີ່ສວນເຈົ້າອານຸວົງ ໂດນເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ມີການນຳຂັ້ນ ນວ ຮອງລັດຖະມົນຕີ ພະນັກງານ-ລັດຖະກອນ ນັກທຸລະກິດ ແລະ ຊາວ ນະຄອນຫຼວງ ເຂົ້າຮ່ວມຢ່າງເບີກບານມ່ວນຊື່ນ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າດ້ານອຸປະກອນ ເພື່ອປະກອບໃນວຽກງານກຽມພ້ອມ ໂຕ້ຕອບ ແລະ ຟື້ນຟູຫຼັງໄພພິບັດ ຢູ່ ສປປ ລາວ ຈັດຂຶ້ນວັນທີ 29 ທັນວາ 2019 ຢູ່ກະຊວງການຕ່າງປະເທດ.
ໃນວັນທີ 28 ທັນວາ 2019 ທີ່ບ້ານຕ້າຍ ເມືອງແປກ ແຂວງຊຽງຂວາງ, ໄດ້ຈັດພິທີເປີດເຂດອະນຸສອນສະຖານສຳນັກງານສູນກາງຊີ້ນຳການປະຕິວັດ ເຂດຊຽງຂວາງ.
ການຄັດເລືອກນາງສາວລາວ ປີ 2019 ຮອບຕັດສິນ ຈັດຂຶ້ນວັນທີ 7 ຕຸລາ 2019 ຢູ່ສູນການຄ້າ ລາວ-ໄອເຕັກ ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທ່ານນາງ ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທ່ານ ຄົມປັນຍາ ເພັງວິໄນຍາ ປະທານໂຄງການຄັດເລືອກນາງສາວລາວ ປີ 2019 ພ້ອມດ້ວຍຜູ້ສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຈົບເກມ ທິມຊາດລາວ ຊະນະ ບຣູໄນ 3-0 ຄວ້ານັດທຳອິດໃນຊີເກມຄັ້ງນີ້.
ການມອບ-ຮັບດັ່ງກ່າວໄດ້ຈັດຂື້ນໃນວັນທີ 18 ພະຈິກ ຜ່ານມານີ້ ເນື່ອງໃນໂອກາດທີ່ຄະນະຜູ້ແທນ ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເຂົ້າຮ່ວມກອງປະຊຸມໃຫ່ຍ ລັດຖະມົນຕີກະຊວງວັດທະນະທໍາ ຄັ້ງທີ 43 ຂອງອົງການອຸຍເນັດໂກ UNESCO ເຊິ່ງໄດ້ຈັດຂື້ນທີ່ ນະຄອນຫຼວງປາຣີ, ປະເທດຝຣັ່ງ ເຊິ່ງຄະນະຜູ້ແທນດັ່ງກ່າວ ນໍາໂດຍ ທ່ານ ສຈ ດຣ ບໍ່ແສງຄໍາ ວົງດາລາ ຜູ້ຕາງໜ້າພິເສດຂອງລັດຖະບານລາວ.
ພິທີວຽນທຽນ ໂອກາດບຸນທາດຫຼວງປີນີ້ ຈັດຂຶ້ນຕອນຄ່ຳວັນທີ 11 ພະຈິກ 2019 ກົງກັບມື້ຂຶ້ນ 15 ຄ່ຳ ເດືອນ 12 ປີກຸນ ພສ 2562 ຢູ່ກົມມະລຽນດ້ານໃນພະທາດຫຼວງວຽງຈັນ ໂດຍມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳນະຄອນຫຼວງ ແລະ ຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຢ່າງ ໜາແໜ້ນ.
ນັກກີລາບານເຕະຊາຍທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ (U-19) ສ້າງຄວາມພູມໃຈໃຫ້ປະຊາຊົນລາວທົ່ວປະເທດ ໂດຍສາມາດຜ່ານການຄັດເລືອກຊີງແຊັມອາຊີ 2020 ພາຍຫຼັງຈາກວັນທີ 10 ພະຈິກ 2019 ລົງແຂ່ງຂັນນັດສຸດທ້າຍຂອງກຸ່ມ H ເອົາຊະນະ ມາເກົ້າ 6-0 ປະຕູ ມີ 7 ຄະແນນ ຈາກ 3 ນັດ ປະຕູໄດ້ເສຍ +7 ເຊິ່ງດີກວ່າຜົນເສຍ-ຊະນະຂອງອີກຄູ່ໜຶ່ງໃນກຸ່ມດຽວກັນ ຄື: ອົດສະຕຣາລີ ພົບ ໄຕ້ ຫວັນ (ເຈົ້າພາບ).
ໃນວັນທີ 30 ຕຸລາ 2019 ທີ່ ສູນການຄ້າວຽງຈັນເຊັນເຕີ, ນະຄອນຫລວງວຽງຈັນ ບໍລິສັດ ຄົມປັນຍາ ເອັນເຕີເທນເມັ້ນ ຜູ້ຮັບຜິດຊອບໂຄງການປະກວດນາງສາວ 2019 (miss laos 2019) ໄດ້ຈັດງານນຳສະເໜີ 40 ນາງສາວ ທີ່ຜ່ານການຄັດເລືອກ ເຂົ້າປະກວດນາງສາວລາວ 2019.
ໃນຕອນເຊົ້າມື້ນີ້ ວັນທີ 14 ຕຸລາ 2019, ທີ່ທ່າວັດຈັນ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄດ້ຈັດງານບຸນຊ່ວງເຮືອປະເພນີບຸນອອກພັນສາ ຂອງນະຄອນຫຼວງວຽງຈັນ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ນາງ ບົວລອນ ວົງດາລາແສນ, ເຈົ້າເມືອງຈັນທະບູລີ ,ພ້ອມດ້ວຍການນໍາພັກ-ລັດ ນະຄອນຫລວງວຽງຈັນ ,ຄະນະນຳສີພາຍເຮືອຊ່ວງທີ່ມາຈາກກຸ່ມບ້ານ, ພະແນກການ ແລະ ກົມກອງຕ່າງໆເຂົ້າຮ່ວມ.
ຫຼາຍພາກສ່ວນທັງພາກລັດ ແລະເອກະຊົນ ໄດ້ເຂົ້າຮ່ວມໃນ ກອງປະຊຸມຜ່ານແຜນການ ຈັດສັນ, ຄຸ້ມຄອງການທ່ອງ ທ່ຽວ ແລະວາງແຜນກິດຈະກຳ ການທ່ອງທ່ຽວທຳມະຊາດ ແບບອະນຸລັກໂອງ-ມ່ັງ ແລະ ເຂດສູນອະນຸລັກລະບົບນິເວດ ປ່າໂຄກ ທີ່ເມືອງຊົນນະບູລີ, ແນໃສ່ເພື່ອເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃນເຂດດັ່ງກ່າວ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍຄາດວ່າຈະເປີດທົດລອງການທ່ອງທ່ຽວໃນທ້າຍປີ 2019ນີ້ ແລະຈະເປັນເປັນທາງການໃນຕົ້ນປີ 2020.
ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VII ໃນປີ 2013 ໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງໄດ້ກໍານົດເອົາວັນທີ 12 ຕຸລາ ເປັນວັນວິທະຍາສາດແຫ່ງຊາດ, ເນື່ອງຈາກວ່າວັນທີ 12 ຕຸລາ ປີ1987 ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຊັນຂໍ້ຕົກລົງສ້າງຕັ້ງ ສະພາວິທະຍາສາດ-ເຕັກນິກແຫ່ງລັດ ຄັ້ງທຳອິດ ຂອງ ສປປ ລາວ. ສະນັ້ນ ວັນທີ 12 ຕຸລາ ຈຶ່ງເປັນວັນປະກາດເອກະລາດ ຂອງປະເທດລາວ ແລະ ທັງເປັນ ວັນວິທະຍາສາດແຫ່ງຊາດອີກດ້ວຍ. ...
ໃນວັນທີ 28 ກັນຍາ 2019 ທີ່ກະຊວງການເງິນ ໄດ້ຈັດຕັ້ງພິທີເຊັນສັນຍາໃຫ້ການຊ່ວຍເຫຼືອລ້າ ຈາກລັດຖະບານເຢຍລະມັນ ແກ່ ສປປ ລາວ ໄດ້ຈັດຂຶ້ນ ໂດຍຮ່ວມລົງນາມລະຫວ່າງ ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ຢັນ ວີເກວມັນ ຜູ້ອຳນວຍການທະນາຄານພັດທະນາເຢຍລະມັນປະຈຳລາວ ມີທ່ານ ເຢັນ ລຸກເກີແຮມ ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວັນທີ 27 ກັນຍາ 2019 ສະຖານທູດຍີ່ປຸ່ນປະຈຳລາວ ຈັດພິທີມອບ-ຮັບສູນພາສາຍີ່ປຸ່ນທີ່ຕັ້ງຢູ່ໂຮງຮຽນມັດທະຍົມສົມບູນໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ກ່າວມອບໂດຍທ່ານ ເຄໂຊ ທາເກວະກະ ເອກອັກຄະລາຊະທູດຍີ່ປຸ່ນປະຈຳລາວ ແລະ ກ່າວຮັບໂດຍທ່ານ ນາງ ແສງພະຈັນ ພິມມະຈັກ ຜູ້ອຳນວຍການໂຮງຮຽນ ມສ ໜອງບອນ ມີທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານຮອງເຈົ້າເມືອງໄຊເສດຖາ ອຳນາດການປົກຄອງບ້ານ ຄູ-ອາຈານ ຂະແໜງການກ່ຽວຂ້ອງ ແລະ ນັກຮຽນເຂົ້າຮ່ວມ.
ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສຳເລັດພາລະກິດ ຕ້ອນຮັບແຂກ ຂັ້ນສູງຈາກຕ່າງປະເທດ (ປະທານາທິບໍດີ ສ. ເກົາຫລີ) ທີ່ມາຢ້ຽມຢາມລັດຖະກິດ ສສປ ລາວ ຢ່າງເປັນທາງການ, ຈາກນັ້ນ ໃນລະຫວ່າງວັນທີ 7-8 ກັນຍາ 2019, ຊຶ່ງເປັນວັນພັກລັດຖະການ, ທ່ານໄດ້ຮີບຮ້ອນເດີນທາງລົງໄປຢ້ຽມຢາມ, ພົບປະໂອ້ລົມ, ມອບເຄື່ອງຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈແກ່ພໍ່ແມ່ປະຊາຊົນ ທີ່ປະສົບໄພ ນໍ້າຖ້ວມ ຢູ່ສະຖານທີ່ຕ່າງໆ ເປັນຕົ້ນ ທີ່ເມືອງ ຈຳພອນ, ແຂວງສະຫວັນນະເຂດ; ເມືອງຄົງ ເຊໂດນ, ແຂວງສາລະວັນ; ເມືອງຊະນະສົມບູນ, ແຂວງຈຳສັກ.
ປັດຈຸບັນ, ສປປ ລາວ ມີແຫລ່ງມໍລະດົກໂລກ ທີ່ຖືກຮັບຮອງຢ່າງເປັນທາງການ ຈາກອົງ ການອຸຍແນດສະໂກ ຫລື (ອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາດສາດ ແລະ ວັດທະນະ ທຳ - UNESCO) ທັງໝົດ 3 ແຫ່ງ ແລະ 1 ລາຍການ ທີ່ເປັນມໍລະດົກໂລກ ວັດທະນະທຳນາມມະທຳ ທີ່ບໍ່ເປັນວັດຖຸ.
ຍສໝ - ສະພາບນໍ້າຖ້ວມ ຢູ່ ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ ມາຮອດ ຕອນເຊົ້າວັນທີ 9 ກັນ 2019 ນໍ້າ ຍັງສືບຕໍ່ຍຶ່ງຂຶ້ນ, ປະຊາຊົນສືບຕໍ່ ຍົກຍ້າຍອອກຈາກເຮືອນ ຂອງ ເຂົາເຈົ້າທີ່ຖືກນໍ້າຖ້ວມຂຶ້ນໄປຢູ່ ບ່ອນສູງ, ທັງບ່ອນທີ່ທາງອໍານາດ ການປົກຄອງຈັດໃຫ້ ແລະ ໄປອາ ໄສນໍາເຮືອນພີ່ນ້ອງຢູ່ເຂດໃກ້ ຄຽງທີ່ປອດໄພ.
ຍສໝ - ໃນການຖາມຂ່າວຄາວ, ຄະນະການນຳຫວຽດນາມໄດ້ສະແດງຄວາມເປັນຫ່ວງເປັນໄຍ່ກ່ຽວກັບສະພາບນ້ຳຖ້ວມປັດຈຸບັນຢູ່ລາວ ແລະ ໄດ້ສົ່ງຄຳຖາມຂ່າວຄາວທີ່ສຸດອົກສຸດໃຈແລະເລິກເຊິ່ງເຖິງບັນດາຜູ້ນຳແລະປະຊາຊົນລາວ.
ເນື່ອງຈາກອິດທິພົນຂອງລົມພາຍຸໜູນເຂດຮ້ອນໂພດູ ແລະ ລົມພາຍຸ ກາຈິກີ, ຫົວທີ 4 ມີຈຸດສູນກາງ 15.9 ອົງສາເໜືອ, ເສັ້ນ ແວງ 107.1 ອົງສາ ຕາເວັນ ອອກສືບຕໍ່ຜັດຜ່ານບັນດາແຂວງ ພາກກາງ ແລະ ພາກໃຕ້ ເຮັດໃຫ້ ມີຝົນຕົກໜັກ ແລະ ເກີດນໍ້າຖ້ວມຢູ່ 6 ແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ອັດຕະປື ແລະ ແຂວງເຊກອງ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ປະ ຊາຊົນໃນ 37 ເມືອງ, 788 ບ້ານ.
ໃນລະຫວ່າງວັນທີ 05-06 ກັນຍາ 2019, ພະນະທ່ານ Moon Jae-in ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ພ້ອມພັນ ລະຍາ ແລະ ຄະນະ ໄດ້ເດີນທາງ ມາຢ້ຽມຢາມທາງລັດຖະກິດຢ່າງ ເປັນທາງການ ທີ່ ສປປ ລາວ ເພື່ອເສີມຂະຫຍາຍ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ສປປ ລາວ ແລະ ສ ເກົາ ຫຼີ ໃຫ້ນັບມື້ແຕກດອກອອກຜົນ ຍິ່ງຂຶ້ນ ເພື່ອຜົນປະໂຫຍດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນສອງຊາດ ລາວ-ສ ເກົາຫຼີ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວ່າ: ໃນໂອກາດວັນເປີດສົກຮຽນໃໝ່ 2019-2020 ໃນນາມລັດຖະບານ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ຄຳອວຍພອນອັນປະເສີດມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນໃນທົ່ວປະເທດ ຂໍໃຫ້ມີພາລະນາໄມສົມບູນ ມີຄວາມຜາສຸກ ແລະ ມີຄວາມຈະເລີນກ້າວໜ້າຕະຫຼອດສົກຮຽນຕະຫຼອດໄປ.
ນາງ ເພັດມະນີ ແກ້ວເພຍຈັນ ຫຼື ແອນນ່າ ນັກກີລາດອກປີກໄກ່ສະໂມສອນເສດຖາ (ລາວ) ສ້າງຜົນງານໄດ້ຢ່າງໂດດເດັ່ນ ເຖິງຈະເສຍໃຫ້ນັກກີລາສາວຈາກປະເທດອິນໂດເນເຊຍ 0-2 ເຊັດ ໃນຮອບຊີງຊະນະເລີດກໍຕາມ ແຕ່ກໍເປັນຜົນງານຄັ້ງທຳອິດໃນເວທີສາກົນ ໂດຍຄວ້າ 1 ຫຼຽນເງິນ ພ້ອມເງິນລາງວັນ 900 ໂດລາສະຫະລັດ ຫຼື ປະມານ 7 ລ້ານກີບ ສ້າງຊື່ສຽງ ແລະ ກຽດຕິສັກສີໃຫ້ປະເທດຊາດ ໃນລາຍການດອກປີກໄກ່ຢູນນານໂຢເນັກແບັດມິນຕັນແຊັມປ້ຽນຊິບ 2019 ທີ່ແຂວງຄຸນມິງ ສປ ຈີນ ຮັບກຽດເປັນເຈົ້າພາບວັນທີ 24-27 ສິງຫາ 2019.
ຕົວແທນປະເທດລາວໃນເວທີ Miss Universe 2019 ມີການຂຶ້ນລະດັບຄວາມໂດດເດັ່ນດ້ານຄວາມງາມ, ເປັນຜູ້ສະໝັກເລືອກຕັ້ງໃນການເວທີ Miss Universe 2019.
ລັດຖະທຳມະນູນແມ່ນກົດໝາຍພື້ນຖານຂອງລາວ ເຊິ່ງກຳນົດລະອຽດເຖິງລະບອບການເມືອງ ເສດຖະ ກິດສັງຄົມ ສິດທິພື້ນຖານຂອງພົນລະເມືອງລາວ ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົງຈັກ ລັດແຫ່ງ ສປປ ລາວ.
ວັນທີ 15 ສິງຫາ 2019 ທີ່ທ່ານໍ້າບາກ ບ້ານໂພນສະອາດ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ ໂດຍການເປັນປະທານຂອງທ່ານ ສົມພອນ ສີອຸດົມພັນ ເຈົ້າເມືອງນໍ້າບາກ ແລະ ໃຫ້ກຽດເຂົ້າຮ່ວມຊົມຂອງທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ,ມີຕາງໜ້າຈາກແຂວງ,ເມືອງ ພ້ອມດ້ວຍການນໍາຂອງເມືອງ,ແຂກທັງພາຍໃນ ແລະ ຕ່າງເມືອງ ຕະຫຼອດຮອດປະຊາຊົນຮ່ວມຊົມຢ່າງຄັບຄາໜາແໜ້ນຕາມສອງຝັ່ງນໍ້າບາກ.
ບັນດາແຫລ່ງໄຫຫີນທີ່ມີ ລ້ວນແຕ່ມີການປະກອບສ່ວນປົກປັກຮັກສາຈາກປະຊາຊົນທ້ອງຖິ່ນ ເຊິ່ງໄດ້ກໍ່ໃຫ້ເກີດຄວາມຮັກ ແລະ ຫວງແຫນ ມໍລະດົກອັນລໍ້າຄ່າຕະຫລອດມາ.
ປະເທດລາວ ມີຄວາມເປັນມາດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຈົນໄດ້ມາສຳຜັດດ້ວຍຕົວເອງ ຈຶ່ງສາມາດເວົ້າໄດ້ວ່າປະເທດລາວ ກໍມີແຫລ່ງທ່ອງທ່ຽວ ຫລາຍແຫ່ງທີ່ໜ້າທ່ຽວຊົມ, ສິ່ງທີ່ປະທັບໃຈໃນລາວ ອັນດັບທຳອິດແມ່ນສະພາບແວດລ້ອມ ທຳມະຊາດມີຄວາມສວຍງາມ ແລະ ສະຫງົບລຽບງ່າຍ.