ປະທານປະເທດມຽນມາ Min Aung Hlaing ເລີ່ມຢ້ຽມຢາມຫວຽດນາມຢ່າງເປັນທາງການ

15:06 | 06/09/2026

ຍສໝ - ຕອນທ່ຽງວັນທີ 4/9, ທ່ານ Min Aung Hlaing, ປະທານປະເທດສາທາລະນະລັດແຫ່ງສະຫະພັນມຽນມາ ແລະ ພັນລະຍາ Kyu Kyu Hla ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 4-6/9 ຕາມຄຳເຊີນຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ພັນລະຍາ.

ມອບເງິນເກືອບ 400 ລ້ານດົ່ງເພື່ອໜູນຊ່ວຍມຽນມາ ຜ່ານຜ່າຜົນຮ້າຍຫຼັງຈາກແຜ່ນດິນໄຫວ ຫວຽດນາມ - ມຽນມາ ມຸ່ງສູ່ເປົ້າໝາຍການຄ້າ 1 ຕື້ USD
ປະທານປະເທດມຽນມາ Min Aung Hlaing ເລີ່ມຢ້ຽມຢາມຫວຽດນາມຢ່າງເປັນທາງການ
ທ່ານ Min Aung Hlaing, ປະທານປະເທດສາທາລະນະລັດແຫ່ງສະຫະພັນມຽນມາ ແລະ ພັນລະຍາ ໄດ້ຮັບການຕ້ອນຮັບຢູ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ.

ຜູ້ທີ່ໄປຕ້ອນຮັບທ່ານ Min Aung Hlaing, ພັນລະຍາ ແລະ ຄະນະ ຢູ່ສະໜາມບິນສາກົນໂນ້ຍບ່າຍ ມີທ່ານ ເລແຄ໋ງຫາຍ, ຫົວໜ້າຫ້ອງວ່າການປະທານປະເທດ ແລະ ທ່ານ ຫງວຽນຮວ່າງລອງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ.

ຮ່ວມເດີນທາງກັບປະທານປະເທດມຽນມາໃນການຢ້ຽມຢາມຄັ້ງນີ້ ມີທ່ານ Khin Maung Yi, ລັດຖະມົນຕີຫ້ອງວ່າການປະທານປະເທດ; ທ່ານ Tin Maung Swe, ລັດຖະມົນຕີການຕ່າງປະເທດ; ທ່ານ Min Naung, ລັດຖະມົນຕີກະສິກຳ, ລ້ຽງສັດ ແລະ ຊົນລະປະທານ; ທ່ານ Charlie Than, ລັດຖະມົນຕີອຸດສາຫະກຳ ແລະ ພັດທະນາວິສາຫະກິດຂະໜາດກາງ, ນ້ອຍ ແລະ ຈຸນລະວິສາຫະກິດ; ທ່ານ Tun Ohn, ລັດຖະມົນຕີການຄ້າ; ທ່ານ Ko Ko Oo, ຫົວໜ້າເສນາທິການໃຫຍ່; ທ່ານ Aung Naing Thu, ຫົວໜ້າລັດຖະບານເຂດ Yangon; ທ່ານ Wai Linn, ເອກອັກຄະລັດຖະທູດມຽນມາປະຈຳຫວຽດນາມ ພ້ອມດ້ວຍບັນດາເຈົ້າໜ້າທີ່ຂັ້ນສູງຈຳນວນໜຶ່ງ.

ທ່ານ Min Aung Hlaing ເກີດວັນທີ 3/7/1956 ຢູ່ Dawei, ເຂດ Tanintharyi, ມຽນມາ. ທ່ານຈົບປະລິນຍາຕີວິທະຍາສາດຈາກສະຖາບັນການບໍລິການປ້ອງກັນຊາດ, ເຄີຍສຶກສາຢູ່ໂຮງຮຽນບັນຊາ ແລະ ເສນາທິການ, ຈົບປະລິນຍາໂທດ້ານການຄົ້ນຄວ້າປ້ອງກັນຊາດຈາກສະຖາບັນປ້ອງກັນຊາດ ແລະ ໄດ້ຮັບປະລິນຍາເອກກິດຕິມະສັກດ້ານລັດຖະປະສາສະນະສາດ ຈາກມະຫາວິທະຍາໄລ Yangon.

ໃນໄລຍະການເຮັດວຽກ, ທ່ານເຄີຍດຳລົງຫຼາຍຕຳແໜ່ງໃນກອງທັບມຽນມາ ເຊັ່ນ: ຜູ້ບັນຊາການກອງພົນທະຫານຮາບເບົາ, ຜູ້ບັນຊາການກົມປະຕິບັດງານພິເສດ, ຫົວໜ້າເສນາທິການໃຫຍ່ກອງທັບບົກ, ກອງທັບເຮືອ ແລະ ກອງທັບອາກາດ. ທ່ານດຳລົງຕຳແໜ່ງຜູ້ບັນຊາການສູງສຸດກອງທັບແຕ່ປີ 2011-2026 ແລະ ດຳລົງຕຳແໜ່ງປະທານປະເທດສາທາລະນະລັດແຫ່ງສະຫະພັນມຽນມາ ນັບແຕ່ວັນທີ 10/4/2026 ຈົນເຖິງປັດຈຸບັນ. ໃນໄລຍະທີ່ຍັງດຳລົງຕຳແໜ່ງຜູ້ບັນຊາການສູງສຸດ, ທ່ານ Min Aung Hlaing ເຄີຍຢ້ຽມຢາມຫວຽດນາມ 3 ຄັ້ງ.

ຕາມທ່ານ ຫງວຽນແອັງດຶກ, ເອກອັກຄະລັດຖະທູດຫວຽດນາມປະຈຳມຽນມາ, ນີ້ແມ່ນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທຳອິດຂອງປະທານປະເທດ Min Aung Hlaing ນັບແຕ່ມຽນມາສຳເລັດການເລືອກຕັ້ງທົ່ວໄປໃນເດືອນ 1/2026 ແລະ ສ້າງຕັ້ງລັດຖະບານໃໝ່ໃນເດືອນ 4/2026, ພ້ອມທັງແມ່ນກິດຈະກຳແລກປ່ຽນຄະນະຂັ້ນສູງສຸດລະຫວ່າງສອງປະເທດ ນັບແຕ່ປີ 2019.

ການຢ້ຽມຢາມຄັ້ງນີ້ ຖືກຕີລາຄາວ່າມີຄວາມໝາຍສຳຄັນໃນການປັບປຸງສາຍພົວພັນມິດຕະພາບດັ້ງເດີມ, ສາຍພົວພັນຄູ່ຮ່ວມມືຮອບດ້ານ ແລະ ເພີ່ມທະວີຄວາມໄວ້ວາງໃຈທາງການເມືອງລະຫວ່າງຫວຽດນາມ ແລະ ມຽນມາ, ພ້ອມທັງຊຸກຍູ້ການເປີດກວ້າງການຮ່ວມມືສອງຝ່າຍ ກໍຄືໃນບັນດາກົນໄກຫຼາຍຝ່າຍ.

ສະມາຄົມມິດຕະພາບ ຫວຽດນາມ - ມຽນມາ ຂຽນໄວ້ອາໄລໃນລະນຶກເຖິງຜູ້ປະສົບໄພແຜ່ນດິນໄຫວ ສະມາຄົມມິດຕະພາບ ຫວຽດນາມ - ມຽນມາ ຂຽນໄວ້ອາໄລໃນລະນຶກເຖິງຜູ້ປະສົບໄພແຜ່ນດິນໄຫວ
ຍສໝ - ວັນທີ 1 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ມຽນມາ (AFA) ໂດຍທ່ານ ຈູກົງຟູງ, ປະທານສະມາຄົມເປັນນຳໜ້າ ໄດ້ໄປຢ້ຽມຢາມສະຖານທູດມຽນມາ ປະຈໍາ ຫວຽດນາມ ເພື່ອສະແດງຄວາມເສົ້າສະຫຼົດໃຈ ແລະ ຂຽນປື້ມໄວ້ອາໄລເພື່ອລະນຶກເຖິງຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ມຽນມາ ໃນວັນທີ 28 ມີນາ.
ສະເຫຼີມສະຫຼອງບຸນປີໃໝ່ລາວ, ກຳປູເຈຍ, ມຽນມາ ແລະ ໄທ ຢູ່ນະຄອນໂຮ່ຈີມິນ ສະເຫຼີມສະຫຼອງບຸນປີໃໝ່ລາວ, ກຳປູເຈຍ, ມຽນມາ ແລະ ໄທ ຢູ່ນະຄອນໂຮ່ຈີມິນ
ຍສໝ - ວັນ​ທີ 6 ​ເມສາ​, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນບຸນປີໃໝ່ຂອງ​ປະຊາຊົນ​ກຳປູ​ເຈຍ, ລາວ, ມຽນມາ ​ແລະ ​ໄທ. ງານ​ບຸນ​ໄດ້​ຮັບ​ການ​ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ (HUFO) ເພື່ອຈັດຕັ້ງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ