ໃນວັນທີ 26 ກຸມພາ 2021 ທີ່ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ລັດຖະບານໄທ ໄດ້ມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານລາວ ຈໍານວນ 250 ກ່ອງ ຫລື 10.000 ຊຸດ, ມູນຄ່າ 15.625 ໂດລາສະຫະລັດ, ກ່າວມອບໂດຍທ່ານນາງ ອຸຣະວະດີ ສິພິຣົມ ອັກຄະຣະສະທູດແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ຮັບໂດຍ ທ່ານ ສົມຈິດ ພາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
WB ໄດ້ຕີລາຄາສະພາບການເຕີບໂຕໃນປີ 2021 ຂອງ ຫວຽດນາມ ຈະອີ່ງໃສ່ເລື່ອງ ອົງການທີ່ມີໜ້າທີ່ຮັບຜິດຊອບຄວບຄຸມການລະບາດຄັ້ງໃໝ່ຂອງໂລກລະບາດໂຄວິດ - 19 ໃຫ້ເປັນຢ່່າງດີ ແລະ ໄວຄືແນວໃດ, ກໍ່ຄືເວລາຜັນຂະຫຍາຍການສັກວິກຊິນພາຍໃນປະເທດ ແລະ ໃນໂລກ.
ໄລ່ຮອດຈຸດເວລານີ້ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 2.426 ຄົນ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາກໍລະນີນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງແຮງການທະຫານໃນການພົວພັນສາກົນ ໄປຝືນກັບກົດບັດ ສປຊ ແລະ ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງສາກົນ.
ທ່ານ ວິສານ ສົມພົງ ໄດ້ໃຫ້ຮູ້ວ່າ: ໄວໜຸ່ມຍິງ ເປັນປະຊາກອນຈຳນວນ ຫລາຍ ໃນ ສປປ ລາວ ແຕ່ເປັນຜູ້ຕົກເປັນເຫຍື່ອຫລັກຂອງຄວາມບໍ່ສະ ເໝີພາບໃນດ້ານຕ່າງໆ.
ຫວຽດນາມໜ້າຈະເປັນທີ່ໄດ້ຮັບຮູ້ຫຼາຍກ່ວາອີກ ຍ້ອນຄວາມສາມາດໃນການຄວບຄຸມໂລກລະບາດໂຄວິດ - 19 ໃນໄລຍະສັ້ນ ດ້ວຍບັນດາຂັ້ນຕອນທີ່ຮັບປະກັນຄວາມປອດໄພໂດຍພື້ນຖານ.
ຍສໝ - ວັນທີ 22 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິນ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈຳ ສປປ ລາວ.
ຍສໝ - ທ່ານນາງສາດສະດາຈານຍິງ, ດຣ ຫງວຽນດ່າຍຈາງ ໃຊ້ເວລາຫຼາຍກວ່າ 25 ປີເພື່ອການເກັບກຳ, ຄົ້ນຄວ້າ ແລະ ຂຽນປື້ມກ່ຽວກັບປະທານໂຮ່ຈີມິນ.
ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ ແຕ່ 18 ໂມງວັນທີ 20 ກຸມພາ ຮອດ 6 ໂມງ ວັນທີ 21 ກຸມພາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່.
ຈຸດປະສົງການຈັດສຳມະນາໃນຄັ້ງນີ້, ເພື່ອເປັນການປຶກສາຫາລື ທັງເປັນການແລກປ່ຽນບົດ ຮຽນລະຫວ່າງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກັບບັນດາກະຊວງ, ອົງການ ແລະ ບຸກຄົນທີ່ມີບົດຮຽນ, ປະສົບການ ເຂົ້າໃນການເສີມຂະຫຍາຍບົດບາດປະຈັນບານ ຂອງຊາວໜຸ່ມແຫ່ງຍຸກໃໝ່ ແລະ ເພື່ອເຮັດໃຫ້ເນື້ອໃນຂອງແຕ່ລະບົດ ມີຄວາມອຸດົມສົມບູນ ກ້າວໄປສູ່ການກະກຽມພິມເປັນເອກະສານສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນ.
ເມື່ອທິດທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ເພື່ອສະເຫລີມສະຫລອງຄົບຮອບ 8 ປີ ທີ່ ສປປ ລາວ ໄດ້ເປັນສະມາຊິກ ຂອງອົງການ ການຄ້າໂລກ (WTO) ແລະ ປຶກສາຫາລືວາງແຜນຍຸດທະສາດ ທີ່ຕິດພັນກັບການຄ້າໂລກທີ່ ສປປ ລາວ ເປັນພາຄີກັບສາກົນ ເຊັ່ນ: ສັນຍາ ASEAN Agreement on E-Commerce ແລະ ກະກຽມເຂົ້າຮ່ວມເປັນພາຄີຂອງ ສັນຍາວ່າດ້ວຍ ເຕັກໂນໂລຊີ ຂໍ້ມູນຂ່າວສານ (Information Technology Agreement: ITA) ພາຍໃນປີນີ້ ເພື່ອໃຫ້ມີການເປີດກວ້າງດ້ານການຄ້າຍິ່ງຂຶ້ນ ທີ່ມີພັນທະ ...
ໃນວັນທີ 15 ກຸມພາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 14 ກຸມພາ ທີ່ຜ່ານມາ ການເຝົ້າລະວັງຮອດ 5 ໂມງແລງ ໃນທົ່ວປະເທດມີຜູ້ຄົນເດີນທາງເຂົ້າມາ ມີທັງໝົດ 699 ຄົນ. ໃນນັ້ນ, ມາຈາກຈຸດຜ່ານດ່ານ ລາວ-ໄທ 625 ຄົນ, ຈຸດຜ່ານດ່ານ ລາວ-ຈີນ 08 ...
ວົງເງິນການຄ້າສົ່ງອອກຂອງ 6 ປະເທດຂຶ້ນກັບ ອາຊຽນ, ໃນນັ້ນ ມີ ຫວຽດນາມ ບັນລຸ 1,35 ພັນຕື້ USD ໃນປີ 2020, ຫລຸດພຽງ 2,2% ເທົ່ານັ້ນ ເມື່ອທຽບໃສ່ປີ 2019.
ທ່ານພັນຕີ ດັ້ງວັນຕ໊ວນ ຫົວໜ້າຄ້າຍທະຫານຊາຍແດນ ອາປາຈ໋າຍ (ທະຫານຊາຍແດນແຂວງດ້ຽນບຽນ) ແລະພະນັກງານ, ນັກຮົບ ໄດ້ພ້ອມກັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ “ທາງສາມແຍກຊາຍແດນ” ຫວຽດນາມ-ລາວ-ຈີນ ຕື່ມອີກປີໜຶ່ງ. ຢູ່ຫ່າງໄກຈາກຄອບຄົວ, ປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ ສະນັ້ນເລື່ອງຕ້ອນຮັບປີໃໝ່ຂອງພວກອ້າຍກໍ່ພິເສດທີ່ສຸດ...
ຂະນະທີ່ ເຂດບໍລິຫານ ພິເສດ ໄຕ້ຫວັນ ຂອງຈີນ ສະຖານະການ ໂຄວິດ-19 ຂ້ອນຂ້າງດີ ຜູ້ຄົນ ໄດ້ໄປຮ່ວມ ພິທີຢູ່ວັດ ແລະ ສານເຈົ້າຕ່າງໆ ໄດ້ບູຊາ ເພື່ອຄວາມ ຈະເລີນ ຮຸ່ງເຮືອງ ຂອງບຸນປີໃໝ່ຈີນ ຕ້ອນຮັບປີ ສະລູ(ປີງົວ)ຈຳນວນ ຜູ້ຮ່ວມ ສະເຫລີມ ສະຫລອງ ຫລຸດລົງ ບໍ່ຫລາຍ.
ຍສໝ - ປີນີ້ຍ້ອນໂລກລະບາດໂຄວິດ - 19 ແລະ ບັນດາຂໍ້ກຳນົດຢ່າງແໜ້ນແຟ້ນຂອງ ລັດຖະບານ ສິງກະໂປ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -1 ດັ່ງນັ້ນ ຈຳນວນຜູ້ເຂົ້າຮ່ວມ ແລະ ບັນດາການເຄື່ອນໄຫວໃນພິທີຖືກຈຳກັດ, ແຕ່ບັນຍາການເບີກບານມ່ວນຊື່ມ, ອົບອຸ່ນຂອງບຸນເຕັດ ປະຊາຄົມ ຢູ່ແຫ່ງນີ້ ບໍ່ຫຼຸດລົງ.
ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ ສປປ.ລາວ, ໂຮງຮຽນສອງພາສາລາວ-ຫວຽດນາມຫງວຽນຢູ ໄດ້ຈັດກິດຈະກຳຕ້ອນຮັບບຸນເຕັດ-ປີສະຫຼູ 2021.
ໜັງສືພິມ NewstraitsTimes (ມາເລເຊຍ) ສະບັບອອກໃນວັນທີ 1 ກຸມພາ ໄດ້ຊີ້ແຈ້ງວ່າ ແຜນນະໂຍບາຍຕ້ານການສໍ້ລາດບັງຫຼວງ ຢ່າງເດັດຂາດຂອງທ່ານເລຂາທິການໃຫຍ່ ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບການສະໜັບສະໜູນຈາກປະຊາຊົນຫວຽດນາມ ແລະ ສະມາຊິກພັກເປັນສ່ວນຫຼາຍ.
ດ້ວຍຜົນການປ່ອນບັດຂອງ ກອງປະຊຸມໃຫຍ່ຄັ້ງທີ XIII, ພັກກອມມູນິດ ຫວຽດນາມ ຈະສືບຕໍ່ຊຸກຍູ້ບັ້ນຕໍ່ສູ້ຕ້ານຄືນການສໍ້ລາດບັງຫຼວງ ໃນອາຍຸການຈະມາເຖິງ.
ອ້າຍ ຫງວຽນຫວຽດນັງ ອາໄສຢູ່ ອາເມລິກາເປັນເວລາຫຼາຍປີ ແຕ່ຍາມໃດກໍ່ຕິດຕາມບັນດາເຫດການສຳຄັນຢູ່ພາຍໃນປະເທດດ້ວຍຄວາມສຳນຶກທີ່ວ່າ ເຖິງວ່າດຳລົງຊີວິດຢູ່ໃສກໍ່ຕາມ ຊາວຫວຽດນາມ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ຂອງຕົນ.
ຢູ່ນອກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ບັນດານັກຂ່າວສາກົນໄດ້ຕີລາຄາສູງບັນດາຜົນງານຂອງ ຫວຽດນາມ ທີ່ບັນລຸໄດ້ໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່, ພ້ອມທັງຢັ້ງຢືນວ່າ ບົດບາດອັນຍິ່ງໃຫຍ່ຂອງພັກກອມມູນິດ ຫວຽດນາມ ທີ່ມີຕໍ່ພາລະກິດພັດທະນາປະເທດຊາດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
ພັກກອມມູນິດ ອາເມລິກາໄດ້ສົ່ງສານມິດຕະພາບໄປຍັງພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ.
ວັນທີ 25 ມັງກອນ, ສື່ມວນຊົນສາກົນ ແລະ ພາກພື້ນພ້ອມກັນລົງຂ່າວດ້ວຍຄວາມສົນໃຈ, ຕີລາຄາສູງ ແລະ ເຊື່ອໝັ້ນຕໍ່ບັນດາທິດທາງຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ສືບຕໍ່ຮັບຮອງເອົາ.
ປະເທດສສ.ຫວຽດນາມ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງ ເຖິງວ່າໃນສະພາບໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນ ຢ່າງເປັນທາງການແຕ່ວັນທີ 13 ເຖິງວັນທີ 15 ມັງກອນ ປີ 2021 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນຂອງ ປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບ ດ້ານການເມືອງ ຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນ ການພັດທະນາ ເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດ ຊາດພົ້ນ ຈາກສະຖານະພາບ ດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍ ສັງຄົມນິຍົມ". ກອງປະຊຸມໃຫຍ່ ຄັ້ງນີ້ ໂດຍມີຜູ້ແທນສົມບູນ ເຂົ້້າຮ່ວມທັງໝົດ 768 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວປະເທດ 348.686 ສະຫາຍ, ພ້ອມທັງ ມີແຂກຖືກເຊີນເຂົ້າຮ່ວມຈໍານວນ 147 ສະຫາຍ.
ປະຈຸບັນ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຢູ່ ອັງກິດ ໄດ້ລື່ນກາຍ 60.000 ກໍລະນີ ແລະ ມີ 830 ກໍລະນີເສຍຊີວິດ ຕໍ່ວັນ.
ກອງປະຊຸມໄດ້ຮັບຟັງການໂອ້ລົມ ຊີ້ທິດເຍືອງທາງຈາກ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ເນັ້ນໜັກຫລາຍບັນຫາ ເປັນຕົ້ນ ຄະນະຊາວ ໜຸ່ມທຸກຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ຮາກຖານ ກ່ອນອື່ນໝົດຕ້ອງເອົາໃຈໃສ່ສຸດຂີດ ໃນການປົກປັກຮັກສາ ໝາກຜົນຂອງ ການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມ, ເສີມຂະຫຍາຍຜົນ ງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ ການເມືອງຂອງພັກ ແລະ ປະຊາຊົນມອບໃຫ້...
ອາເມລິກາພວມແມ່ນປະເທດຖືກຮັບຜົນສະທ້ອນຫນັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 18.077.768 ແລະ ຜູ້ເສຍຊີວິດແມ່ນ 323.401.
ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 17.133.932 ຄົນ ແລະ ມີຜູ້ເສຍຊີວິດ 310.813 ຄົນ.
ອາເມລິກາ ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 16.934.217 ຄົນ ແລະ ຜູ້ເສຍຊີວິດກວ່າ 308.007 ຄົນ.