ຍສໝ - ບັນດາພົນລະເມືອງທີ່ຫາກໍ່ໄດ້ຖືສັນຊາດຫວຽດນາມ ນັ້ນໄດ້ພ້ອມກັນຍົກຈອກເຫຼົ້າໄຫ, ອວຍພອນຊິ່ງກັນ ແລະກັນຕ້ອນຮັບປີໃໝ່ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ຮັກແພງກັນ.
ຍສໝ - ຫວ່າງແລ້ວນີ້, ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີຊວດ 2020, ຄະນະພະນັກງານເມືອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ປະຊາຊົນເມືອງຫວູກວາງ, ແຂວງຮ່າຕິ້ງ (ຫວຽດນາມ).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານອາສາສະໝັກ ຫວຽດນາມເພື່ອຊ່ວຍເຫຼືອສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ສູນປະຫວັດສາດ ແລະ ການສຶກສາແຫ່ງຊາດ ໄດ້ຈັດຕັ້ງການ ຢ້ຽມຢາມສະໜາມຮົບເກົ່າໃນລາວ ແລະ ຢ້ຽມຢາມລາຊະອານາຈັກໄທ.
ຍສໝ - ຕອນບ່າຍວັນທີ 10 ມັງກອນ, ຄະນະປະຕິບັດງານກອງບັນຊາການທະຫານແຂວງຫົວພັນ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນແຂວງແທງຮວາ.
ເຂດອະນຸສອນສະຖານປະທານໂຮ່ຈີມິນ ບ້ານຊຽງວາງ, ແຂວງ ຄຳມ່ວນ, ປະເທດສປປລາວ, ໄດ້ຮັບການກໍ່ສ້າງຢູ່ແຄມຝັ່ງແມ່ນ້ຳຂອງ. ຢູ່ແຫ່ງນີ້ໄດ້ເກັບຮັກສາບັນດາພາບຖ່າຍ, ວັດຖຸພັນໃນວິວັດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ໄວ້, ຢູ່ເຂດດິນແດນ ຊຽງວາງ ນີ້.
ຍສໝ - ຕອນບ່າຍວັນທີ 2 ມັງກອນ 2019, ຄະນະຊີ້ນຳແຫ່ງຊາດ 515 ໄດ້ຈັດຕັ້ງກອງປະຊຸມຕີລາຄາໝາກຜົນຂອງປີ 2019, ຜັນຂະຫຍາຍໜ້າທີ່ຈຸດສຸມປີ 2020 ຕໍ່ ແຜນຮ່າງຄົ້ນຫາ, ທ້ອນໂຮມ ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ແຜນຮ່າງ ຢັ້ງຢືນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ.
ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຢັ້ງຢືນວ່າຜົນສໍາເລັດການປະຕິວັດລາວ ລ້ວນແຕ່ມີການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ສຸດຈິດສຸດໃຈຂອງພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ.
ຍສໝ - ຫຼັງຈາກ 40 ປີ, ຫົວໃຈຂອງບັນດາເພື່ອນຄົນຫວຽດນາມ ແລະ ລາວຈື່ງໄດ້ເຕັ້ນແຮງໃນມື້ທີ່ໄດ້ພົບກັນອີກຄັ້ງ. ສີ່ງທີ່ມະຫັດສະຈັນບໍ່ແມ່ນພິທີ, ຂະໜາດ... ຂອງມື້ທີ່ໄດ້ພົບກັນອີກຄັ້ງ, ນັ້ນແມ່ນການສະສົມ ແລະ ຄວາມຮູ້ສຶກທີ່ີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີຍອດຢ້ຽມຂອງສາຍໃຈບໍລິສຸດຈິດໜຶ່ງໃຈດຽວ, ແໜ້ນແຟ້ນ ຫວຽດ - ລາວ.
ວັນທີ 09 ທັນວາ, ທີ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ສະມາຄົມພຸດທະສາສະໜາ ຫວຽດນາມ, ອົງການພຸດທະສາສະໜາສຳພັນ ລາວ, ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ລາວໄດ້ສົມທົບກັບສະມາຄົມມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ຫວຽດນາມ ຈັດຕັ້ງພິທີສູດມົນພາວະນາເຖິງດວງວິນຍານນັກຮົບວິລະຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ.
ຍສໝ - ຕອນຄ່ຳວັນທີ 8 ທັນວາ 2019, ທີ່ ນະຄອນຫຼວງວຽງຈັນ ສປປ ລາວ, ໄດ້ດຳເນີນການພົບປະນັກຮົບເກົ່າທີ່ເຄີຍເປັນທະຫານອາສາສະໝັກແລະ ຊ່ຽວຊານຫວຽດນາມຢູ່ ລາວ.
ຍສໝ - ເມື່ອບໍ່ດົນມານີ້, ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະໂຮງຮຽນທະຫານຊາຍແດນ 712, ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.
ຍສໝ - ໃນຊຸມປີຜ່ານມາ, ຄ້າຍທະຫານຊາຍແດນດ່ານສາກົນຈ່ຽງເຄືອງ, ທະຫານຊາຍແດນແຂວງເຊີນລາ ໄດ້ສົມທົບກັບອໍານາດການປົກຄອງເມືອງແອດ ປະຕິບັດວຽກງານຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນເປັນຢ່າງດີ, ສ້າງເງື່ອນໄຂສະດວກໃນທຸກດ້ານ ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນປະເທດເພື່ອນມິດລາວ ຫັນຊີວິດການເປັນຢູ່ເປັນປົກກະຕິ, ປະກອບສ່ວນປັບປຸງ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບມາແຕ່ດົນນານ, ສັດຊື່ບໍລິສຸດຂອງສອງປະເທດຫວຽດນາມ-ລາວ.
ຍສໝ - ໃນຕອນເຊົ້າຂອງວັນທີ 11 ພະຈິກ 2019, ກອງ K53 ແຂວງກອນຕຸມ ໄດ້ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ຊອກຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະ ກໍາປູເຈຍ ກັບຄືນປະເທດ.
ບໍ່ມີຄວາມຫຍຸ້ງຍາກດ້ານພາສາ, ວັດທະນະທໍາ, ມີນັກສຶກສາລາວຮຽນຢູ່ໂຮງຮຽນວິທະຍາໄລເຕັກນິກຫວຽດດຶກ-ຮ່າຕິງ ກວ່າ 100 ຄົນໄດ້ເຊື່ອມຕົວເຂົ້າກັບສະພາບແວດລ້ອມຂອງການດໍາລົງຊີວິດຢູ່ນະຄອນຮ່າຕິງ ດ້ວຍການຕ້ອນຮັບ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກຄະນະອຳນວຍການໂຮງຮຽນ ແລະບັນດາສະມາຊິກສະໂມສອນຫວຽດ-ລາວ.
ຍສໝ - ການມອບສິ່ງທີ່ຈຳເປັນ ເພື່ອຊ່ວຍເຫຼືອປະຊາຊົນຢູ່ບັນດາບ້ານຊາຍແດນຂອງລາວ ໃນເວລາທີ່ຫຍຸ້ງຍາກ ຈະຊ່ວຍໃຫ້ພວກເຂົາມີສະຖຽນລະພາບໃນຊີວິດ ແລະ ມີຄວາມສຳຄັນ, ປະກອບສ່ວນສ້າງຄວາມສາມັກຄີຂອງສອງຊາດລາວ ແລະ ຫວຽດນາມ
ໃນຕະຫຼອດໄລຍະປະຫວັດສາດອັນຍາວນານຂອງສອງປະເທດຫວຽດນາມ-ລາວ, ພິເສດ, ໃນສະໄໝໂຮ່ຈີມິນ ກ່ຽວກັບສາຍພົວພັນຊົນຊາດ ແລະລັດທິສາກົນທີ່ປອດໃສບໍລິສຸດຜຸດຜ່ອງນັ້ນໄດ້ກາຍເປັນກົດເກນພາວະວິໄສເພື່ອໃຫ້ສອງປະເທດພ້ອມກັນສາມັກຄີຜ່ານຜ່າຄວາມດຸເດືອດຫຼາຍຢ່າງຂອງການສົງຄາມສອງຄັ້ງຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ, ໄປເຖິງໄຊຊະນະຢ່າງສົມບູນ, ຄຽງບ່າຄຽງໄຫຼ່ກັນບົນເສັ້ນທາງສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງຕາມເສັ້ນທາງເຊິ່ງສອງພັກ ແລະປະຊາຊົນສອງປະເທດໄດ້ເລືອກເອົາ.
ຕອນເຊົ້າວັນທີ 25 ຕຸລາ, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ຫໍພິພິທະພັນປະຫວັດສາດກອງທັບລາວ ໄດ້ຈັດຕັ້ງງານວາງສະແດງຮູບພາບລະນຶກວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໃນພາລະກິດປະຕິວັດຂອງປະຊາຊົນລາວ ບັນດາເຜົ່າ ຄົບຮອບ 70 ປີ (30/10/1949 - 30/10/2019).
ຍສໝ - ໃນວັນທີ 24 ຕຸລາ 2019, ບ້ານຍອດເລີດ, ຕາແສງມີ້ລີ໊, ເມືອງກີ່ເຊີນ, ແຂວງເງະອານ ສສ ຫວຽດນາມ ໄດ້ຈັດຕັ້ງພິທີແຮກສ່ຽວກັບ 3 ບ້ານ: ຖໍ້າເຄືອງ, ຫ້ວຍງົວ ແລະຫ້ວຍປາ ຂອງເມືອງກວນ, ແຂວງຫົວພັນ, ສປປ ລາວ.
ຍສໝ - ດ້ວຍຈິດໃຈອາສາສະໝັກ, ເພື່ອປະຕິບັດພັນທະສາກົນອັນມີກຽດສູງສົ່ງ, ໄດ້ຮັບຄວາມຮັກແພງ, ຊ່ວຍເຫຼຶອປົກປ້ອງຂອງປະຊາຊົນລາວບັນດາເຜົ່າ, ຄວາມສາມັກຄີເປັນໜຶ່ງດຽວກັນຕໍ່ສູ້ຂອງ ກຳລັງປະກອບອາວຸດປະຕິວັດລາວ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ເຮັດສຳເລັດພາລະກິດອັນດີເລີດຮ່ວມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອຍາດເອົາໄຊຊະນະທົ່ວປະເທດ ໃນສອງບັ້ນຮົບ ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະ ການຮຸກຮານຂອງຈັກກະພັດອາເມລິກາ.
ຍສໝ - ກ່ວາ 2/3 ສັດຕະວັດຜ່ານມາ, ການພົວພັນແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, 2 ແຂວງ ແທັງຫວ໋າ ແລະ ຫົວພັນ ຍາມໃດກໍ່ມີຄວາມແໜ້ນແຟ້ນ. ສາຍພົວພັນດັ່ງກ່າວໄດ້ຮັບການຢັ້ງຢືນຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ລາວ ວ່າເປັນ“ ຊັບສົມບັດອັນລ້ຳຄ່າ, ແມ່ນ ກຳລັງແຮງ ແລະ ແມ່ນປັດໃຈເພື່ອຮັບປະກັນໄຊຊະນະຂອງການປະຕິວັດຂອງແຕ່ລະປະເທດ”.
ຍສໝ - ວັນທີ 22 ຕຸລາ, ຢູ່ທີ່ ສະມາຄົມນັກຮົບເກົ່າແຂວງເຊີນລາ, ສະມາຄົມນັກຮົບເກົ່າແຂວງເຊີນລາ ແລະສະມາຄົມນັກຮົບເກົ່າແຂວງອຸດົມໄຊ (ສປປ ລາວ) ໄດ້ມີການພົບປະແລກປ່ຽນປະສົບການໃນການປະຕິບັດງານຂອງສະມາຄົມ. ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມພົບປະເຈລະຈາປະກອບມີ ສະຫາຍ ພົນຈັດຕະວາ ເກີ່ມ ຊົນ ເອ, ປະທານສະມາຄົມ ນັກຮົບເກົ່າແຂວງເຊີນລາ, ສະຫາຍ ພັນຕີ ສົມພັນ ມະນີພັນ, ກຳມະການບໍລິຫານສະມາຄົມ ນັກຮົບເກົ່າ ແຫ່ງຊາດລາວ, ປະທານສະມາຄົມນັກຮົບເກົ່າແຂວງອຸດົມໄຊ ແລະ ຜູ້ຕາງໜ້າ ສະມາຄົມນັກຮົບເກົ່າແຂວງອຸດົມໄຊ (ສປ ປລາວ)ອີກຫຼາຍທ່ານເຂົ້າຮ່ວມ.
ຍສໝ - ໃນວັນທີ 10 ຕຸລາ 2019, ເມືອງ ອຽນເຈົາ, ແຂວງ ເຊີນລາ ສສ ຫວຽດນາມ ໄດ້ຈັດຕັ້ງພິທີປະກາດ ແລະ ມອບຂໍ້ຕົກລົງ ຂອງ ປະທານປະເທດ ວ່າດ້ວຍການຖືສັນຊາດ ຫວຽດນາມໃຫ້ພົນລະເມືອງລາວ 123 ຄົນ.
ຍສໝ - ໃນວັນທີ 6 ຕຸລາ 2019, ຢູ່ນະຄອນເຊີນລາ ສສ ຫວຽດນາມ, ຄະນະຕິດຕໍ່ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວແຂວງເຊີນລາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ (30-10-1949 / 30-10-2019).
ຍສໝ - ຄະນະກຳມະການປະຊາຊົນຂັ້ນແຂວງ ໄດ້ອອກແຈ້ງການສະບັບເລກທີ 3936 / QD-UBND ວ່າດ້ວຍການແກ້ໄຂລະບອບອຸດໜູນ ເທື່ອດຽວສຳລັບຜູ້ຊ່ຽວຊານຖືກແຕ່ງຕັ້ງມາຊ່ວຍເຫຼືອປະເທດລາວແລະ ກຳປູເຈຍ.
ຍສໝ - ວັນທີ 19 - 20 ເດືອນກັນຍາ,ຄະນະປະຕິບັດງານ ແຂວງບິງດິຶ້ງ ໄດ້ມີການເຮັດວຽກກັບຜູ້ນຳຂອງບັນດາ ແຂວງພາກກາງ ແລະ ພາກໃຕ້ຂອງ ແຫ່ງ ສປປ.ລາວ ທີ່ປະສົບໄພທຳມະຊາດ.
ຍສໝ - ຄະນະພຸດທະສາສະໜາຫວຽດສາມ ໄດ້ມີການຢ້ຽມຢາມ ແລະ ມອບຂອງຂວັນ ໃຫ້ປະຊາຊົນແຂວງຈຳປາສັກ. ໄດ້ສະແດງນໍ້າໃຈແບ່ງປັນນຳປະຊາຊົນລາວ ກັບຄວາມເສຍຫາຍ ຈາກໄພທຳມະຊາດ.
ຍສໝ - ວັນທີ 14 ເດືອນກັນຍາ, ຄ້າຍທະຫານປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ລາວບ້າວ, ທະຫານປ້ອງກັນຊາຍແດນ ແຂວງ ກວ້າງຈີ້ ສົມທົບກັບຄະນະກຳມະການປົກຄອງຕົວເມືອງນ້ອຍ ລາວບ້າວ, ເມືອງ ເຫື໋ອງຮ໋ວາ (ກວ້າງຈີ້) ໄດ້ ມອບຂອງຂວັນ ແລະ ສິ່ງທີ່ຈຳເປັນໃຫ້ຊີວິດປະຈຳວັນ ໃຫ້ປະຊາຊົນບັນດາບ້ານຂອງລາວ ຢູ່ຝ່າຍນັ້ນຊາຍແດນ.
ໃນວັນທີ 15 ກັນຍາ 2019, ຢູ່ສະໂມສອນຫຼັກ4 ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບຈັດເງິນຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຈໍາປາສັກ, ໂດຍການມອບຂອງ ທ່ານ ວໍ້ຊວນກາ ກໍາມະການປະຈໍາພັກແຂວງ,ຫົວໜ້າຄະນະຂົນຂວາຍແຂວງ,ປະທານແນວໂຮມແຫ່ງຊາດ ສສ ຫວຽດນາມ ແຂວງກວາງນາມ ພ້ອມຄະນະ ແລະ ຮັບໂດຍ ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆ ຈໍາປາສັກ ພ້ອມດ້ວຍຄະນະກໍາມະການປ້ອງກັນ,ຄວບຄຸມ ແລະຟື້ນຟູ ໄພພິບັດແຂວງຈໍາປາສັກ ແລະ ພະແນກການທີ່ກ່ຽວຂ້ອງ.
ຍສໝ - ໃນຕອນເຊົ້າວັນທີ 12 ກັນຍາ 1919, ຢູ່ເທດສະບານລາວບາວ, ເມືອງເຮືອງຫວ໋າ, ຄະນະປະຕິບັດງານພິເສດແຂວງກວ້າງຈິ ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ຈັດກອງປະຊຸມພົບປະຜັນຂະຫຍາຍປະຕິບັດໜ້າທີ່ຄົ້ນຫາ , ຂຸດຄົ້ນອັດຖິນັກຮົບນິລະນາມ ທີ່ເປັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍຊີວິດ ຢູ່ສະໜາມຮົບລາວເພື່ອນຳກັບຄືນປະເທດຫວຽດນາມ ໃນລະດູແລ້ງ 2019 - 2020. ເຂົ້າຮ່ວມກອງປະຊຸມພົບປະ ຝ່າຍ ແຂວງສະຫວັນນະເຂດ ປະກອບມີ ທ່ານ ຄຳພູນ ໄຂຄຳພິທູນ ຮອງເຈົ້າແຂວງ ແລະ ເປັນປະທານຄະນະປະຕິບັດງານ ພິເສດແຂວງສະຫວັນນະເຂດ ພ້ອມຄະນະ.ຝ່າຍແຂວງກວ້າງຈິ, ມີຮອງປະທານຄະນະ ກຳມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງ ຮ່ວາງ ...
ຍສໝ - ດ້ວຍຄວາມກະຕັນຍູ ແລະ ຮູ້ບຸນຄຸນບໍ່ມີຂອບເຂດຕໍ່ ປະທານ ໂຮ່ ຈີ ມິນ ທີ່ແສນເຄົາລົບຮັກ ແລະ ວິລະຊົນນັກຮົບວິລະຊົນ, ຄະນະຜູ້ແທນສະພາແຫ່ງຊາດ ເຂດ 9 ແລະ ຄະນະສະພາປະຊາຊົນແຂວງຊຽງຂວາງ (ສປປ ລາວ) ໄດ້ເຂົ້າຖະຫວາຍດອກໄມ້ທູບທຽນ ດ້ວຍຄວາມເຄົາລົບ ຢູ່ ສຸສານ ປະທານ ໂຮ່ ຈີ ມິນ ແລະ ວາງພວງມາລາ ແລະ ຖະຫວາຍທູບທຽນ ຢູ່ ອະນຸສາວະລີນັກຮົບນິລະນາມ ຢູ່ທີ່ ສຸສານນັກຮົບວິລະຊົນ ຫວຽດນາມ - ລາວ.