ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ທັງໝົດ ແລະ ທ່ານໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະເທດລາວ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 45 ປີຜ່ານມາ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມ ໄດ້ຖືໂຮນລັງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືນຳໜ້າ ໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາກະສິກຳ ແບບຍືນຍົງ.
ຍສໝ - ຕອນເຊົ້າວັນທີ 29 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກູບາ (2 ທັນວາ 1960- ວັນທີ 2 ທັນວາປີ 2020) ແລະ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ກູບານະຄອນໂຮ່ຈີມິນ (1990-2020).
ຍສໝ - ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ ກໍຄືສອງກະຊວງໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສະມາຄົມຫວຽດນາມ - ອາເມລິກາ (17 ຕຸລາ 1945 - 17 ຕຸລາ 2020) ຄົບຮອບ 25 ປີແຫ່ງການພົວພັນຫວຽດນາມ - ອາເມລິກາ, ໃນຕອນບ່າຍວັນທີ 28 ພະຈິກ, ຢູ່ສູນປະຊຸມແຂວງຕ່ຽນກວາງ, ສະມາຄົມຫວຽດນາມ - ອາເມລິກາ ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງຕ່ຽນກວາງ ໄດ້ດຳເນີນກອງປະຊຸມໂອ້ລົມສົນທະນາຫວຽດນາມ - ອາເມລິກາ: ການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ.
ຍສໝ - ທີ່ພິທີ, ສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ໄດ້ມອບຂອງຂວັນ 10 ພູດ ໃຫ້ແກ່ນັກສຶກສາລາວ 10 ຄົນ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລດົ່ງນາຍ.
ຍສໝ - ປີ 2020 ສະມາຄົມມິດຕະພາບຫວຽດນາມ-ລາວ ທຸກຂັ້ນຢູ່ແຂວງທ໊າຍງວຽນ ໄດ້ຕັ້ງໜ້າຍູ້ແຮງບັນດາກິດຈະກໍາພົວພັນຕ່າງປະເທດປະຊາຊົນ, ຮັກສາສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອ່ວງຈູລູຍ ໄດ້ຕີລາຄາວ່າ ການຮ່ວມມືລັດຖະສະພາລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ ໃນຊຸມປີຜ່ານມາໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.
ມາຮອດປະຈຸບັນ, ບັນດາການລົງທຶນຈາກ ສສ ຫວຽດນາມມີ 414 ໂຄງການ ດ້ວຍຍອດຈຳນວນເງິນລົງທຶນທັງໝົດ ມີເຖິງ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ.
ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານ Giorgio Aliberti ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ສະຫະພາບ ເອີລົບ ແລະ ບັນດາເອກອັກຄະລັດຖະທູດບັນດາປະເທດສະມາຊິກ ສະຫະພາບ ເອີລົບ ໃຫ້ຄຳໝັ້ນສັນຍາວ່າຈະເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ດ່ານັ້ງ ກັບທ້ອງຖິ່ນບັນດາປະເທດເອີລົບ.
ຍສໝ - ທ່ານ Park Noh Won ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສ.ເກົາຫຼີປະຈຳ ຫວຽດນາມ ໃຫ້ຮູ້ວ່າ ພື້ນຖານເສດຖະກິດ ຫວຽດນາມ ມີການເປີດລະດັບໃຫຍ່, ການພັດທະນາມີສະຖຽນລະພາບ, ເຂົ້າຮ່ວມຫຼາຍສັນຍາການຄ້າເສລີ FTA…
ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ລາວ ໄດ້ຕີລາຄາສູງ ການພັດທະນາຂອງ ສປປ ລາວ ຕະຫລອດໄລຍະ 45 ປີ ຜ່ານມາ ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງເທື່ອລະກ້າວ.
ຍສໝ - ກອງປະຊຸມ “ພົບປະຍີ່ປຸ່ນ 2020” ນອນໃນຂອບເຂດບັນດາການເຄື່ອນໄຫວໂດຍກະຊວງການຕ່າງປະເທດຈັດຕັ້ງເປັນປະທານ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໃນຊຸມປີທີ່ຜ່ານມາ ຜ່ານການໜູນຊ່ວຍອຳນາດການປົກຄອງ ແລະ ວິສາຫະກິດບັນດາທ້ອງຖິ່ນ ຫວຽດນາມ ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ໃນນັ້ນໄດ້ສຸມໃສ່ການເພີ່ມທະວີການຮ່ວມສຳພັນ, ຮ່ວມມືກັບບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືສຳຄັນ ຂອງ ຫວຽດນາມໃນໂລກ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາສູງ ບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ຂອງທ່ານນາງເອກອັກຄະລັດຖະທູດກູບາ ໃນການເພີ່ມທະວີແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ລະຫວ່າງສອງພັກ ແລະ ສອງປະເທດຫວຽດນາມ - ກູບາ ໄດ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.
ຍສໝ - ໃນວັນທີ 25 ພະຈິກ, ທີ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳ Berlin (ເຢຍລະມັນ), ທ່ານເອກອັກຄະລັດຖະທູດ ຫງວຽນມິງວູ້ ໄດ້ມີການຕ້ອນຮັບ ທ່ານ Patrik Köbele - ປະທານພັກກອມມູນິດເຢຍລະມັນ (DKP) ແລະ ທ່ານ Stefan Kühner - ສະມາຊິກພັກກອມມູນິດເຢຍລະມັນ ເຊິ່ງມາບໍລິຈາກເງິນເພື່ອສະໜັບສະໜູນປະຊາຊົນ ໃນເຂດພາກກາງຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະ ດິນເຈື່ອນພັງ.
ຍສໝ - ອາເມລິກາ ໄດເສະແດງຄວາມເອົາໃຈໃສ່ເປັນພິເສດ ເຖິງການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ; ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືກັບຫວຽດນາມ ໃນການຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍ, ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງວິສາຫະກິດ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ ຂອງ ທ້ອງຖິ່ນ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດໂມຊຳບິກ, ໄດ້ສະແດງຄວາມຫວັງວ່າ ຫວຽດນາມຈະສືບຕໍ່ແບ່ງປັນປະສົບການທີ່ໄດ້ມາຈາກຜົນສຳເລັດຂອງຕົນ ເພື່ອຊ່ວຍໃຫ້ ໂມຊຳບິກ ໄດ້ເຄື່ອນໄຫວໄດ້ໄວກ່ວາເກົ່າໃນວິວັດການເຊື່ອມໂຍງ.
ຍສໝ - ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບ ທ່ານ Téte António - ລັດຖະມົນຕີການຕ່າງປະເທດອັງໂກລາ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ແລະ ການປະສານງານສອງຝ່າຍໃນບັນດາເວທີປາໄສຫຼາຍຝ່າຍ.
ຍສໝ - ນາຍົກລັດຖະມົນຕີສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ບັນດາບາດກ້າວທີ່ຕັ້ງໜ້າ ໃນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກຳປູເຈຍ ໃນຊຸມປີຜ່ານມາ.
ຍສໝ - ທ່ານນາງ ຫງວຽນເຟືອງງາ ໄດ້ຫວັງວ່າ ບໍ່ວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ກໍ່ມີການປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງປະເທດຫວຽດນາມ ແລະ ກູບາ.
ຍສໝ - ພາຍຫຼັງການກໍ່ສ້າງມາໄດ້ 10 ເດືອນ, ໂຄງການກໍ່ສ້າງສະຖານີວິທະຍຸ ແລະໂທລະພາບໄຊສົມບູນ - ລາວ ໄດ້ສໍາເລັດ 80%.
ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ສົມທົບກັບລັດຖະບານຫວຽດນາມ ແລະ ກອງທຶນອາກາດຂຽວ (GCF) ໜູນຊ່ວຍການປູກທີ່ປ່າຊາຍເລນໃໝ່ປະມານ 4.000 ເຮັກຕາ ຢູ່ບັນດາເຂດແຄມທະເລທີ່ຖືກກະທົບໄດ້ງ່າຍຈາກການປ່ຽນແປງຂອງດິນຟ້າອາກາດ ຢູ່ 5 ແຂວງຄື: ກວາງງ້າຍ, ແທັງຮ໊ວາ, ກວາງນາມ, ກ່າເມົາ ແລະ ນາມດິ້ງ.
ຍສໝ - ນາມມະຍົດ “ນັກສຶກສາ ລາວ - ກຳປູເຈຍທີ່ດີເດັ່ນ” ເພື່ອແນໃສ່ເຊີດຊູ, ຍ້ອງຍໍໃຫ້ແກ່ບັນດາຜູ້ທີ່ເປັນແບບຢ່າງຂອງນັກສຶກສາລາວ, ກຳປູເຈຍໃນການຮ່ຳຮຽນ, ຕັ້ງໜ້າເຂົ້າຮ່ວມ ບັນດາການເຄື່ອນໄຫວຂອງຂະບວນການ. ຜ່ານນັ້ນ, ປະກອບສ່ວນເຂົ້າການທະວີຄູນບັນດາແບບຢ່າງນັກສຶກສາລາວ, ກຳປູເຈຍເພື່ອແນໃສ່ສ້າງການແຜ່ຂະຫາຍອອກສູ່ນັກສຶກສາສອງປະເທດທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ.
ຍສໝ - ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ໃຫ້ຮູ້ວ່າ ກອງປະຊຸມໄດ້ຈັດຕັ້ງເພື່ອແນໃສ່ຮັບເອົາຄຳເຫັນ, ຂໍ້ສະເໜີແນະຂອງ ບັນດາວິສາຫະກິດ ຫວຽດນາມ ທີ່ພວມລົງທຶນ, ຮ່ວມມື, ດຳເນີນທຸລະກິດ ຢູ່ລາວ ເພື່ອຍືນສະເໜີຕໍ່ນາຍົກລັດຖະມົນຕີ ສອງປະເທດ ພິຈາລະນາແກ້ໄຂເພື່ອແນໃສ່ມີບັນດາມາດຕະການແກ້ໄຂ ແລະ ໜູນຊ່ວຍບັນດາວິສາຫະກິດ.
ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດອາເມລິກາ, ທ່ານ Robert O'Brien ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ, ໃນສະພາບການຂອງການ ລະບາດ COVID-19 ສືບຕໍ່ມີການຜັນແປຢ່າງສັບສົນ.
ຍສໝ - ທ່ານນາງJulia Perie ແລະ ທ່ານນາງ Poldi Sosa+ ລ້ວນແຕ່ຍ້ອງຍໍສັນລະເສີນບັນດາຜົນສຳເລັດໃນການພັດທະນາເສດຖະກິດ ສັງຄົມ ຂອງ ຫວຽດນາມ ແລະ ພິເສດໄດ້ສະແດງຄວາມປະທັບໃຈຕໍ່ຜົນສຳເລັດຂອງ ຫວຽດນາມ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຄືໃນປັດຈຸບັນ, ສອງທ່ານກໍ່ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສອງປະເທດ ໃນໄລຍະຈະມາເຖິງ.
ຍສໝ - ວັນທີ 21 ພະຈິກ 2020, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການເຈລະຈາກັບທ່ານ Robert O Brien - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ເນື່ອງໃນໂອກາດທ່ານ Robert O Brien ມາຢ້ຽມຢາມຫວຽດນາມ ແຕ່ວັນທີ 20 - 22 ພະຈິກ 2020 ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອາເມລິກາ.
ວັນທີ 20 ພະຈິກ, ທ່ານ ຫວໍວັນເຖືອງ - ຫົວໜ້າຄະນະໂຄສະນາສຶກສາສູນກາງຫວຽດນາມ ແລະ ທ່ານ Victor Gaute López - ຫົວໜ້າຄະນະກຳມະການແນວຄິດສູນກາງ ພັກກອມມູນິດກູບາ ໄດ້ມີການປຶກສາຫາລື ກ່ຽວກັບສະພາບການຂອງສອງປະເທດ ແລະ ມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນສອງຝ່າຍ.
ຍສໝ - ທີ່ກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ, ທ່ານ ນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ອາຊຽນເຫັນດີເປັນເອກະພາບຍົກສູງກອງປະຊຸມກາຍເປັນກອງປະຊຸມປະຈຳປີ, ສ້າງຂີດໝາຍໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.