ຍສໝ - ທ່ານ Nicolas Warnery ເອກອັກຄະລັດຖະທູດຝະລັ່ງ ປະຈໍາ ຫວຽດນາມ ຢັ້ງຢືນວ່າ ສະຖານທູດຝະລັ່ງ ປະຈໍາ ຫວຽດນາມ ຈະສືບຕໍ່ສະໜັບສະໜູນສະມາຄົມກໍ່ສ້າງ ແລະຜັນຂະຫຍາຍບັນດາການເຄື່ອນໄຫວຫຼາຍກວ່າອີກ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.
ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ໄດ້ສົມທົບກັບອໍານາດການປົກຄອງທ້ອງຖິ່ນແຂວງ ບາລີ, ອິນໂດເນເຊຍ ໄຂສັບປະດາງານວາງສະແດງຮູບພາບຜ່ານລະບົບທາງໄກ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອິນໂດເນເຊຍ.
ໃນປະຫວັດສາດການພົວພັນສາກົນນັບແຕ່ກ່ອນມາຮອດປະຈຸບັນ, ສາຍພົວພັນແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນແບບຢ່າງທີ່ດີເດັ່ນ, ຫາຍາກກ່ຽວກັບຄວາມສະໜິດຕິດພັນ, ຄວາມບໍລິສຸດຜຸດຜ່ອງ ແລະເຕັມໄປດ້ວຍປະສິດທິຜົນລະຫວ່າງສອງຊາດ.
ຍສໝ - ປັດຈຸບັນ, ສຳນັກຂ່າວ ສານຫວຽດນາມ ໄດ້ພົວພັນຮ່ວມມື ຫລາຍກວ່າ 40 ສຳນັກຂ່າວສານ ແລະ ອົງການ ສື່ມວນຊົນສາກົນ ໃນພາກພື້ນ ແລະ ໂລກ, ແຕ່ການພົວພັນ ຮ່ວມມືກັບ ສຳນັກຂ່າວສານປະເທດລາວ ເປັນການພົວພັນ ຮ່ວມມືຢ່າງເລິກເຊິ່ງ ດ້ວຍຄວາມຮັກຊື່ສັດບໍລິສຸດ.
ຍສໝ - ຈຸດປະສົງຂອງງານວາງສະແດງຮູບພາບ ແລະ ຮູບເງົາ ໃນຄັ້ງນີ້ແມ່ນເພື່ອນຳມາສູ່ປະຊາຊົນຫວຽດນາມເວົ້າລວມ ແລະຊາວບິ່ງເຟືອກເວົ້າສະເພາະກ່ຽວກັບຄວາມງາມຂອງປະເທດ ແລະ ຜູ້ຄົນໃນປະຊາຄົມອາຊຽນ. ພ້ອມດຽວກັນນັ້ນກໍ່ເວົ້າເຖິງການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ບັນດາຊົນເຜົ່າໃນຊຸມຊົນອາຊຽນ.
ຍສໝ - ໃນວັນທີ 27 ພະຈິກ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ ເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະ ປະຊາຊົນລາວ.
ຍສໝ - ທ່ານເອກອັກຄະລັດຖະທູດ Ibnu Hadi ສະແດງຄວາມເປັນກຽດທີ່ໄດ້ຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ” ເຊິ່ງເປັນລາງວັນອັນສູງສົ່ງທີ່ສຸດຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO). ພ້ອມທັງເຊື່ອໝັ້ນວ່າການພົວພັນລະຫວ່າງ ອິນໂດເນເຊຍ-ຫວຽດນາມ ຈະສືບຕໍ່ໄດ້ຮັບການເພີ່ມທະວີໃນໄລຍະຈະມາເຖິງ.
ເມື່ອບໍ່ດົນມານີ້, ທ່ານ ສົມຈິດ ປັນຍາສັກ, ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະຜູ້ແທນແຂວງອຸດົມໄຊ ໄດ້ໄປສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຫຼວງພະບາງ ມອບເງິນຈໍານວນ 80 ລ້ານກີບ ເພື່ອສະໜັບສະໜູນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ.
ຍສໝ - ຕອນເຊົ້າວັນທີ 10 ພະຈິກ, ຢູ່ກອງປະຊຸມສຸດຍອດອາຊຽນ 37 ໄດ້ດຳເນີນກອງປະຊຸມຄັ້ງທີ 28 ສະມັດຊາປະສານອາຊຽນ (ACC).
ຍສໝ - ໃນສົກຮຽນ 2019 - 2020, ທາງໂຮງຮຽນໄດ້ຮັບໜ້າທີ່ກໍ່ສ້າງພາສາຫວຽດ ໃຫ້ນັກສຶກສາລາວ 192 ຄົນ.
ຜູ້ຕາງໜ້າ ຄະນະຄຸ້ມຄອງເອງນັກສຶກສາລາວ ຂໍແບ່ງປັນກ່ຽວກັບຄວາມເຈັບປວດ ແລະການສູນເສຍທາງຊີວິດ ແລະຊັບສິນຢູ່ບັນດາແຂວງພາກກາງຂອງຫວຽດນາມ ໃນໄລຍະທີ່ຜ່ານມາ; ຫວັງວ່າປະຊາຊົນ ແລະອໍານາດການປົກຄອງບັນດາແຂວງພາກກາງຈົ່ງຜ່ານຜ່າຄວາມຫຍຸ້ງຍາກ ແລະການສູນເສຍໂດຍໄວເພື່ອດໍາລົງຊີວີດການເປັນຢູ່ເປັນປົກກະຕິ.
ຍສໝ - ທ່ານ ອາລຸນໄຊ ສູນນະລາດ ເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ປາດຖະໜາຢາກແບ່ງເບົ່າຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງ, ຊ່ວຍພໍ່ແມ່ປະຊາຊົນ ພາກກາງ ຫວຽດນາມ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.
ຍສໝ - ທ່ານນາງເອກອັກຂະລັດຖະທຸດ ເລທິຕວຽດມາຍ ໄດ້ແຈ້ງໃຫ້ຫູ້ວ່າບັນດານຜົນກະທົບຢ່າງໜັກຂອງໄພພາຍຸຢູ່ບັນດາແຂວງພາກກາງ ແລະ ການເຂົ້າຮ່ວມຂອງລະບົບການເມືອງ ແລະ ປະຊາຊົນທົ່ວປະເທດໃນການຮັບມື, ຫຼຸດຜ່ອນຄວາມເສຍຫາຍເກີດຂື້ນຍ້ອນພາຍຸ.
ໃນຊຸມວັນຜ່ານມາ, ບັນດາແຂວງພາກພາງຂອງຫວຽດນາມ ຖືກເສຍຫາຍ ຢ່າງໜັກໜ່ວງກ່ຽວກັບຊັບສິນອີນຊີ. ເມື່ອນໍ້າຖ້ວມຫຼຸດລົງແລ້ວ, ປະຊາຊົນ ໄດ້ເລີ່ມເຮັດອະນາໄມເຮືອນຊານເພື່ອສ້າງຊີວິດການເປັນຢູ່ເປັນປົກກະຕິ ໂດຍໄວ. ນອກຈາກທະຫານລາດ, ທະຫານ, ກຸ່ມນັກສຶກສາລາວ ກໍ່ເຂົ້າຮ່ວມຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ທີ່ນີ້ຢ່າງສຸດຈິດສຸດໃຈ.
ຫຼັງຈາກນໍ້າຖ້ວມຖອຍລົງ, ນັກສຶກສາລາວໄດ້ຊວນກັນໄປສະຖານທີ່ທີ່ຢູ່ອາໄສຂອງປະຊາຊົນພາກກາງທີ່ຖືກເຄາະຮ້າຍຈາກໄພທໍາມະຊາດ ເພື່ອພ້ອມກັນເກັບມ້ຽນ, ທໍາຄວາມສະອາດ ແລະສະໜັບສະໜູນທຸກໆຄົນບັນດາໜ້າວຽກທີ່ສາມາດເຮັດໄດ້.
ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ໄດ້ມີຫຼາຍກິດຈະກຳທີ່ມີຄວາມໝາຍ ແລະ ແທດຈິງເພື່ອໜູນຊ່ວຍປະຊາຊົນຢູ່ພາກກາງຫວຽດນາມ ທີ່ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ.
ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດຕັ້ງການປຸກລະດົມບໍລິຈາກເງິນ ເພື່ອຊ່ວຍເຫຼືອປະຊາຊົນໃນເຂດພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ.
ຕອນເຊົ້າວັນທີ 24 ຕຸລາ, ຢູ່ນະຄອນຫຼວງພະນົມເປັນ, ບໍລິສັດບິ່ງຕຽນ ຈຳກັດ (BITI’S) ໄດ້ເປີດຮ້ານຄ້າແນະນໍາ ແລະຂາຍຜະລິດຕະພັນຕື່ມອີກຮ້ານໜຶ່ງ ຢູ່ລາຊະອານາຈັກກໍາປູເຈຍ. ທ່ານ ຫວູກວາງມີງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ ພ້ອມກັບຜູ້ຕາງໜ້າອຳນາດການປົກຄອງ ແລະວິສາຫະກິດໃນບໍລິເວນໄດ້ເຂົ້າຮ່ວມເຫດການດັ່ງກ່າວ.
ຍສໝ - ຄະນະຊາວໜຸ່ມແຂວງ ກວ໋າງບິ່ງ ໄດ້ຈັດພິທີມອບຂອງຂວັນ 100 ພູດ ລວມມູນຄ່າ 80 ລ້ານດົ່ງ ໃຫ້ແກ່ບັນດານັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ ພວມສຶກສາຮ່ຳຮຽນໃນບໍລິເວນແຂວງ ກວ໋າງບິ່ງ.
ບໍລິສັດການຄ້ານ້ຳມັນອາຍແກັສລາວ (Petrotrade) ຫາກໍ່ລົງນາມຂໍ້ຕົກລົງກັບບໍລິສັດໃຫ້ຄຳປຶກສາແຫ່ງຊາດລາວ (National Consulting Group) ປະຕິບັດການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມຂອງໂຄງການກໍ່ສ້າງທາງລົດໄຟລາວ-ຫວຽດນາມ ຈາກຕາແສງທ່າແຂກ, ແຂວງຄໍາມ່ວນ ເຖິງທ່າກໍາປັ່ນຫວູງອ໊າງ-ຮ່າຕິ໋ງ.
ເມື່ອບໍ່ດົນມານີ້, ກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ ໄດ້ເປັນປະທານກອງປະຊຸມສະຫຼຸບໜ້າທ່ີຂອງທີມວັດທະນະທຳສິລະປະທີ່ໄປເຂົ້າຮ່ວມງານມະໂຫລານວັດທະນະທຳລະຫວ່າງຊາດ “ສາຍໃຈເພື່ອນມິດບໍ່ມີພົມແດນ” ສັງກັດຂອບເຂດງານແຂ່ງຂັນການທະຫານສາກົນ 2020 (Army Games).
ຍສໝ - "ໄວໜຸ່ມສາມປະເທດອິນດູຈີນຮ່ວມແຮງຮ່ວມໃຈອະນຸລັກຮັກສາທຳມະຊາດ, ສ້າງວິຖີຊີວິດສີຂຽວ ເພື່ອໂລກແຫ່ງຄວາມສວຍງາມ, ສົດໃສ" ໄດ້ຄັດເລືອກເປັນຫົວຂໍ້ຂອງລາຍການພົບປະແລກປ່ຽນຄັ້ງນີ້ແນໃສ່ສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດພ້ອມກັນຊອກຮູ້ກ່ຽວກັບມູນເຊື້ອວັດທະນະທໍາຂອງແຕ່ລະປະເທດ, ເພີ່ມຄວາມຮັກແພງ ແລະອະນຸລັກຮັກສາທຳມະຊາດຕື່ມອີກ.
ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ຢູ່ເງະອານ. ງານພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ໄດ້ດໍາເນີນໃນລະຫວ່າງວັນທີ 12-14 ຕຸລາ 2020.
ການນໍາຄະນະບໍລິຫານງານສູນກາງຊາວໜຸ່ມສອງປະເທດໄດ້ຮັບຮູ້ເລື່ອງສອງຝ່າຍຍາມໃດກໍ່ຮັກສາການຕິດຕໍ່, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ; ວຽກງານ ປ້ອງກັນ ແລະຕ້ານພະຍາດໂຄວິດ - 19 ຢູ່ແຕ່ລະປະເທດ...
ວັນທີ 6 ຕຸລາ, ກົມຕະຫຼາດເອີລົບ-ທະວີບອາເມລິກາ, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ສົມທົບກັບສະພາທຸລະກິດອັງກິດ-ອາຊຽນ (UKABC), ສະຖານທູດແຫ່ງລາຊະອານາຈັກອັງກິດ ປະຈໍາຫວຽດນາມ, ສະຖານທູດຫວຽດນາມ ປະຈໍາອັງກິດ ຈັດຕັ້ງກອງປະຊຸມສໍາມະນາທາງໄກ ດ້ວຍຫົວຂໍ້: ແງ່ຫວັງເສດຖະກິດ-ການຄ້າຫວຽດນາມ: ກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ ແລະອັງກິດ.
ໃນໄລຍະຜ່ານມາ, ຕໍ່ໜ້າສະພາບການການລະບາດຢ່າງສັບສົນຂອງ ໂລກລະບາດ COVID-19, ແຂວງ ອານຢາງ ສສ.ຫວຽດນາມ ແລະ ບັນດາທ້ອງຖິ່ນຂອງກຳປູເຈຍ ໄດ້ເພີ່ມທະວີການປະສານງານໃນການຄວບຄຸມພະຍາດ.
ເນື່ອງໃນໂອກາດສະເຫລີມສະຫລອງ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 26 ປີ (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2020), ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີສານອວຍພອນວັນຄູແຫ່ງຊາດ ຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄົບຮອບ 26 ປີ.
ຍສໝ - ວັນທີ 5 ຕຸລາ 2020, ສະຫະພັນຊາວໜຸ່ມ ແຂວງ ເບນແຈ ໄດ້ຮ່ວມມືກັບອົງການ Global Vision (ສ.ເກົາຫຼີ) ຢູ່ ຫວຽດນາມໄດ້ມອບເຮືອນເອື້ອອາທອນ 2 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ ຕາແສງ ຕາມເຟືອ, ເມືອງ ເຈົາແທ່ງ (ແຂວງ ເບນແຈ).
ຍສໝ - ຕອນເຊົ້າວັນທີ 4 ຕຸລາ, ການແຫ່ຂະບວນລົດຖີບໃນຂອບການເດີນທາງລົດຖີບມິດຕະພາບເພື່ອນະຄອນຮ່າໂນ້ຍຂຽວປີ 2020 ໄດ້ໄຂຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ.
ຕອນຄໍ່າວັນທີ 1 ຕຸລາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນການເຈລະຈາດ້ານສາທາລະນະສຸກນະຄອນໂຮ່ຈີມິນ-ອາເມລິກາ ດ້ວຍຫົວຂໍ້ "ປະຕິບັດວິໄສທັດນໍານະຄອນໂຮ່ຈີມິນ ກາຍເປັນສູນສາທາລະນະສຸກຂອງພາກພື້ນ".