ຍສໝ - ພາຍຫຼັງປະຕິບັດມາເປັນເວລາ 10 ປີ, ນະໂຍບາຍປ່ຽນແປງໃໝ່ ໄດ້ນຳມາເຊິ່ງບັນດາຜົນງານຢ່າງຈະແຈ້ງໃຫ້ແກ່ຫວຽດນາມ ໂດຍໄດ້ນອນໃນກຸ່ມບັນດາປະເທດນຳໜ້າໂລກກ່ຽວກັບຄວາມໄວໃນການເຕີບໂຕເສດຖະກິດ
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານນາງ Catherine Wong ເອກອັກຄະລັດຖະທູດສິງກະໂປເມື່ອໄດ້ປະຕິບັດສຳເລັດອາຍຸການປະຕິບັດໜ້າທີ່ທາງການທູດຂອງຕົນຢູ່ຫວຽດນາມ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບຮອບດ້ານ ແລະ ມີປະສິດທິຜົນ.
ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສົມດັ່ງຄວາມມຸ່ງມາດປາຖະໜາ ແລະຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງການພົວພັນມິດຕະພາບລະຫວ່າງບັນດາປະເທດອາຊຽນ, ຍົກສູງຖານະບົດບາດຂອງແຕ່ລະປະເທດ ແລະທັງປະຊາຄົມອາຊຽນຢູ່ເວທີສາກົນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ສະແດງຄວາມຊົມເຊີຍເມື່ອການແລກປ່ຽນດ້ານການຄ້າ ລະຫວ່າງສອງປະເທດສືບຕໍ່ເພີ່ມຂຶ້ນ ນັບທັງໃນສະພາບການໂລກລະບາດໂຄວິດ - 19 ກໍ່ຜົນສະທ້ອນຕໍ່ການເຕີບໂຕເສດຖະກິດໂລກ.
ຍສໝ - ວັນທີ 12 ມັງກອນ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນໄປຍັງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.
ຍສໝ - ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກແຮງງານສປປ.ເກົາຫຼີ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນເຖິງທ່ານເລຂາທິການໃຫຍ່ Kim Jong-un.
ຍສໝ - ລັດຖະບານເຢຍລະມັນກໍ່ຄືກະຊວງເສດຖະກິດ ແລະ ພະລັງງານເຢຍລະມັນຈະໜູນຊ່ວຍຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ ຢ່າງມີປະສິດທິຜົນ ໃນນັ້ນມີສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EVFTA) ເພື່ອແນໃສ່ຊຸກຍູ້ ແລະ ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າອັນດີງາມລະຫວ່າງສອງຝ່າຍໃຫ້ຫຼາຍກ່ວາອີກ
ຍສໝ - ຕາມບົດຂຽນ, ໃນຈໍານວນ 30 ປະເທດທີ່ມີການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ມີຜົນເປັນບວກໃນປີ 2020, ຫວຽດນາມ ພວມພົ້ນເດັ່ນຂຶ້ນດ້ວຍລະດັບການເຕີບໂຕເພີ່ມຂຶ້ນ 2,9 %. ວົງການການຄ້າຂອງ ຫວຽດນາມໃນໄລຍະແຕ່ເດືອນ 1 – 11 ປີ 2020 ກໍ່ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້, ບັນລຸໄດ້ 490 ຕື້ USD.
ຍສໝ - ໃນກອງປະຊຸມທົບທວນນະໂຍບາຍການຄ້າຄັ້ງທີ 7 ຂອງອິນເດຍ, ທ່ານນາງເອກອັກຄະລັດຖະທູດ ເລຖິຕວຽດມາຍ ໄດ້ເນັ້ນໜັກວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ອິນເດຍພວມພັດທະນາຢ່າງບໍ່ຢຸດຢັ້ງ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນວັນຊາດໄປຍັງທ່ານ ນາຍົກລັດຖະມົນຕີ ກູເວດ Al-Khalid Al-Hamad Al-Sabah.
ຍສໝ - ໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ກູເວດໄດ້ຮັບການປັບປຸງຈາກການນຳລຸ້ນຕ່າງໆຢ່າງບໍ່ຢຸດຢັ້ງ ແລະ ປະຊາຊົນສອງປະເທດໄດ້ຮັກສາ ແລະອອກເຮື່ອເທແຮງເພີ່ມພູນຄູນສ້າງ.
ຍສໝ - ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການເຈລະຈາກໍານົດເຂດທະເລນອກອ່າວພາກເໜືອ ແລະ ການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກ ໃຫ້ບັນລຸຄວາມຄືບໜ້າຖືກຕາມຂໍ້ກໍານົດຂອງກົດໝາຍສາກົນ.
ຍສໝ - ຕາມໜັງສືພິມ Inside Trade ແລ້ວ, ສອງຝ່າຍໄດ້ຈັດຕັ້ງບັນດາການໂອ້ລົມສົນທະນາຂັ້ນສູງ ດ້ວຍໝາກຜົນທີ່ຕັ້ງໜ້າ. ຈັດວາງພາສີບໍ່ແມ່ນການຄັດເລືອກທີ່ດີທີ່ສຸດໃຫ້ແກ່ທັງຫວຽດນາມ ແລະ ອາເມລິກາກໍ່ຄືການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ຍສໝ - ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອາເມລິກາ ຮ່າກິມງອກ ໄດ້ຢັ້ງຢືນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາພວມພັດທະນາຢ່າງດີງາມ, ດ້ວຍນ້ຳໃຈມິດຕະພາບຂອງເພື່ອນມິດ, ຄູ່ຮ່ວມມືສະໜິດສະໜົມຂອງຫວຽດນາມຄືທ່ານ ສະມາຊິກສະພາຕ່ຳ Yoho.
ຍສໝ - ວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ (VUFO) ຈັດກອງປະຊຸມສະຫຼຸບວຽກງານ ປີ 2020, ຜັນຂະຫຍາຍວຽກງານປີ 2021. ການເຄື່ອນໄຫວໜູນຊ່ວຍເພື່ອນມິດສາກົນໃນໄລຍະເກີດໂລກລະບາດໂຄວິກ - 19 ນັບ ແຕ່ຫົວທີແມ່ນຈຸດພົ້ນເດັ່ນຂອງ ຫວຽດນາມ ແລະຢັ້ງຢືນວ່າ ຫວຽດນາມແມ່ນຊົນຊາດທີ່ມີຄວາມຮັກແພງກັນ, ພ້ອມແລ້ວທີ່ຈະແບ່ງທຸກແບ່ງສຸກໃນໄລຍະປະສົບກັບຄວາມຫຍຸ້ງຍາກ. ຜ່ານການກະທຳນີ້, ຄຸນນະທາດແຫ່ງຊາດໄດ້ຜັນຂະຫຍາຍຜ່ານການທູດປະຊາຊົນ.
ຍສໝ - ເຂົ້າຮ່ວມກອງປະຊຸມທີ່ທ່ານ Apirat Sugondhabhirom ຫົວໜ້າກົງສູນໃຫຍ່ ລາຊະອານາຈັກໄທປະຈຳໂຮ່ຈີມິນ, ທ່ານ ຫງວຽນວຽດລວານ ເລຂາທິການສູນກາງສະມາຄົມມິດຕະພາບ ຫວຽດນາມ - ໄທ, ທ່ານນາງ ເຈິ່ນທິທູທຸ໊ຍ ຫົວໜ້າຫ້ອງວ່າການສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມປະຈຳພາກໃຕ້ຫວຽດນາມ…
ຍສໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີເຈີ່ນຕວັນແອງ ແລະ ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າອາເມລິກາ ໄດ້ເຫັນດີຕີລາຄາວ່າການພົວພັນຫວຽດນາມ - ອາເມລິກາພວມພັດທະນາຢ່າງແຮງໃນທຸກຂົງເຂດ.
ຍສໝ - ຫວ່າງແລ້ວນີ້, ກອງ 584, ກອງບັນຊາການທະຫານແຂວງກວ໊າງຈິ ໄດ້ຂຸດເອົາ, ທ້ອນໂຮມໄດ້ 2 ອັດຖິທີ່ຫໍ່ໃນຜ້າຫົ່ມ.
ຍສໝ - ໃນວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ຄະນະຕິດຕໍ່ສື່ສານອະດີດຊ່ຽວຊານຫວຽດນາມ ທີ່ຊ່ວຍເຫຼືອການປະຕິວັດກຳປູເຈຍ ໄດ້ມອບຫຼຽນໄຊດາວເຫຼືອງ, ວັດຖຸພັນ ແລະ ເອກະສານຂອງກຳລັງຊ່ຽວຊານຫວຽດນາມເພື່ອຊ່ວຍເຫຼືອການປະຕິວັດກຳປູເຈຍ ໃນໄລຍະ 1979-1989 ໃຫ້ແກ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.
ຍສໝ - ປີ2020, ສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ເຮັດໃຫ້ຫຼາຍການເຄື່ອນໄຫວໃນກອບແຜນການສະເຫຼີມສະຫຼອງ 45 ປີແຫ່ງການສ້າງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ ບໍ່ໄດ້ຜັນຂະຫຍາຍຄືຕາມແຜນການ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.
ຍສໝ - ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດໃກ້ຄຽງ, ປະເທດເພື່ອນມິດທີ່ເປັນມູນເຊື້ອ ແລະປະເທດຄູ່ຮ່ວມມື, ໃນນັ້ນມີອົດສະຕາລີ ນັບມື້ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.
ຍສໝ - ໃນ 30 ມື້, ບັນດານັກສຳມະນາກອນ ບໍ່ພຽງແຕ່ໄດ້ຮຽນພາສາລາວ ເທົ່ານັ້ນ ຫາກຍັງໄດ້ຊອກຮູ້ຄວາມຮູ້ກ່ຽວກັບວັດທະນະທຳ, ສັງຄົມຂອງປະເທດລາວ. ຕາມໝາກຜົນຂອງການເສັງທ້າຍຊຸດຝຶກອົບຮົມ, ມີ ນັກສຳມະນາກອນ 43 ຄົນລ້ວນແຕ່ໄດ້ຮັບໃບຢ້ງຢືນໃນນັ້ນ ມີ ນັກສຳມະນາກອນເກັ່ງ 5 ຄົນ.
ຍສໝ - ທ່ານນາງ Indira Lopez Arguelles ຢັ້ງຢືນວ່າ, ກົງສູນໃຫຍ່ ກູບາປະຈຳນະຄອນໂຮ່ຈີມິນຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອກາຍເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນກູບາ ແລະ ປະຊາຊົນຫວຽດນາມ.
ຍສໝ - ຕາມ Reuters ແລ້ວ, ບໍລິສັດສົ່ງອອກເຂົ້າສານ ແຫ່ງໜຶ່ງຢູ່ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ເຂົ້າສານນຳເຂົ້າຈາກອິນເດຍ ສ່ວນຫຼາຍໄດ້ວິສາຫະກິດນຳໃຊ້ເພື່ອເຮັດອາຫານລ້ຽງສັດ ແລະ ປຸງແຕ່ງເບຍ.
ເມື່ອບໍ່ດົນມານີ້, ຢູ່ທີ່ຫໍພິພິທະພັນ ໄກສອນ ພົມວິຫານ (ປະເທດລາວ), ໄດ້ຈັດພິທີຖະແຫລງຂ່າວ ປື້ມ ທ່ານ ເລວັນຫຽນ ເອກອັກຄະລັດຖະທູດຫວຽດນາມ ຜູ້ທຳອິດປະຈຳລາວ, ດ້ວຍຫລາຍເອກະສານທີ່ລ້ຳຄ່າ ແລະ ໄດ້ເປີດເຜີຍເປັນຄັ້ງທຳອິດ, ໂດຍໄດ້ປະກອບສ່ວນຊ່ວຍ ໃຫ້ປະຊາຊົນລາວ ເຂົ້າໃຈໃນການປະກອບສ່ວນທີ່ສຳຄັນ.
ຍສໝ - ທ່ານ ຫງວຽນຢຸຍຮຶງ ຫົວໜ້າຫ້ອງການການຄ້າ ຫວຽດນາມ ປະຈຳ ເອຢິບ ໃຫ້ຮູ້ວ່າ ໂລກລະບາດໂຄວິດ - 19 ມີຜົນກະທົບຢ່າງເລິກເຊິ່ງກວ້າງຂວາງ, ມີຜົນກະທົບຫຼາຍພໍສົມຄວນຕໍ່ການເຄື່ອນໄຫວຄ້າຂາຍລະຫວ່າງ ຫວຽດນາມ ກັບບັນດາປະເທດໃນພາກພື້ນ ຕາເວັນອອກກາງ - ອາບຟຼິກການັບທັງ 2 ດ້ານ ທາງລົບ ແລະ ທາງບວກ.
ຍສໝ - ບັນດາການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນຂອງສະພາແຫ່ງຊາດຫວຽດນາມ ໃນປີປະທານ AIPA 2020 ຈະແມ່ນພື້ນຖານເພື່ອໃຫ້ຫວຽດນາມ ສືບຕໍ່ປະຕິບັດເປັນຢ່າງດີ ແລະຢັ້ງຢືນບົດບາດໝັ້ນແກ່ນ, ຖານະຕໍາແໜ່ງຂອງຕົນໃນການເຊື່ອມໂຍງເຂົ້າກັບສາກົນ.
ຍສໝ - ຕະຫຼາດຕ່ຳແຜ່ນຕັດຫຍິບຂອງອິນເດຍຄາດວ່າ ບັນລຸ 100 ຕື້ USD ໃນປີການເງິນ 2018 – 2019. ລັກຖະບານຂອງປະເທດນີ້ໄດ້ວາງອອກຫຼາຍມາດຕະການເພື່ອຊຸກຍູ້ຂະແໜງຕ່ຳແຜ່ນຕັດຫຍິບ, ໃນນັ້ນອະນຸຍາດໃຫ້ລົງທຶນ 100% ດ້ວຍທຶນ FDI ຕາມວິວັດຂະບວນການອັດຕະໂນມັດ.
ຍສໝ - ໃນການເຈລະຈາລະຫວ່າງຫວຽດນາມ ແລະ ບໍລິສັດຢາ Astra Zeneca ຂອງອັງກິດ, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງສະໜອງວັກຊິນ 30 ລ້ານໂດຣ ໃຫ້ປະຊາຊົນ 15 ລ້ານຄົນ.