ໜັງ​ສື​ພິມ​ເຢຍ​ລະ​ມັນ​ຍ້ອງຍ​ໍ​ຊົມ​ເຊີຍຫວຽດ​ນາມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19

11:22 | 23/03/2020

ຍສໝ - ໜັງສືພິມລາຍວັນ Junge Welt ຂອງເຢຍລະມັນໄດ້ມີບົດຂຽນຍ້ອງຍໍຊົມເຊີຍການກະທຳຢ່າງທັນການແລະຂ້ຽວຂາດຂອງຫວຽດນາມໃນບັ້ນສະກັດກັ້ນໂລກລະບາດ Covid – 19 ທີ່ອັນຕະລາຍນີ້.

ໜັງ​ສື​ພິມ​ເຢຍ​ລະ​ມັນ​ຍ້ອງຍ​ໍ​ຊົມ​ເຊີຍຫວຽດ​ນາມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19

ເວັບໄຊ ໜັງສືພິມລາຍວັນ Junge Welt.(ພາບ: Junge Welt)

ນັກຂຽນ Stefan Kuhner ໃຫ້ຮູ້ວ່າຫວຽດນາມມີການກະກຽມເປັນຢ່າງດີໃນຂັ້ນຕອນການກວດພົບເຊື້ອໄວຣັດ SARS – CoV- 2 ເມື່ອວິທະຍາຄານເສນາຮັກໄດ້ສົມທົບກັບບໍລິສັດຫວຽດ - ອາປະດິດສ້າງສຳເລັດຊຸດ Kit ທົດລອງວິໄຈເຊື້ອໄວຣັດSARS – CoV- 2. ຊຸດ kit ດັ່ງກ່າວບໍ່ພຽງແຕ່ມີຜົນກວດທີ່ຖືກຕ້ອງ, ຊັດເຈນສູງຕາມມາດຕະການຂອງອົງການອະນາໄມໂລກ (WHO) ແລະສູນຄວບຄຸມແລະສະກັດກັ້ນພະຍາດຕິດແປດອາເມລິກາ (CDC) ເທົ່ານັ້ນຫາກຍັງມີລາຄາຖືກ (ພຽງແຕ່ປະມານ 17 – 26 USD)ອີກດ້ວຍ. ຕອນເຊົ້າວັນທີ 23 ມີນາ, ຫວຽດນາມ ໄດ້ປະກາດມີ 3 ກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ.

2 ກໍລະນີດັ່ງກ່າວແມ່ນຊາວຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ຢູ່ໂຮນລັງ, ສ.ເຊັກໂກ ກັບເມືອປະເທດ ແລະ ທ່ານໝໍຄົນໜຶ່ງຢູ່ພະແນກສຸກເສີນ, ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ, ຮ່າໂນ້ຍ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ຫວຽດນາມ ຂຶ້ນເປັນ 116 ກໍລະນີ. ກ່ອນໜ້ານັ້ນ, ໄລ່ຮອດເວລາ 22 ໂມງຂອງວັນທີ 22 ມີນາ, ຫວຽດນາມ ໄດ້ມີ 113 ກໍລະນີຕິດເຊື້ອໂຄວິດ-19. ປະຈຸບັນ, ບັນດາກໍລະນີຕິດໂຄວິດ-19 ລ້ວນແຕ່ຖືກແຍກຕົວຢູ່ໂຮງໝໍຕ່າງໆ. ໄລ່ຮອດຕອນເຊົ້າວັນທີ 23 ມີນາ, ໂລກລະບາດ Covid – 19 ໄດ້ປະກົດຢູ່ 192 ປະເທດ ແລະ ເຂດແຄ້ວນ. ພາຍໃນຮອດເວລາ 24 ຊົ່ວໂມງທີ່ຜ່ານມາ ມີ ຜູ້ເສຍຊີວິດຕື່ມອີກ 1598 ຄົນ ແລະ ຜູ້ຕິດເຊື້ອໃໝ່ຕື່ມອີກ 30.367 ຄົນ, ຍົກຍອດຈຳນວນ ຜູ້ຕິດເຊື້ອ Covid – 19 ໃນທົ່ວໂລກເພີ່ມຂຶ້ນກ່ວາ 335.403 ຄົນ, ໃນນັ້ນມີຜູ້ເສຍຊີວິດ 14.611 ຄົນ.ເຖິງຢ່າງໃດກໍ່ຕາມ, ມີຜູ້ໄດ້ຮັບການປິ່ນປົວຫາຍດີ ແລະ ມີອາການດີຂຶ້ນແມ່ນ 97.636 ຄົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.