ເລຂາທິການໃຫຍ່, ປະທານປະເທດຫວຽດນາມໄດ້ອອກຄໍາຮຽກຮ້ອງທົ່ວປວງຊົນທັງຊາດຫວຽດນາມ ຮ່ວ​ມ​ແຮງ​ຮ່ວ​ມ​ໃຈ ​ເພື່ອ​ເອົາ​ຊະນະ​ໂລກລະບາດ​ໂຄ​ວິດ - 19

19:05 | 30/03/2020

ຍສໝ - ທົ່ວປວງຊົນທັງຊາດຫວຽດນາມ ຈົ່ງຮວ່່ມແຮງຮ່ວມໃຈ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອເອົາໄຊຊະນະໂລກລະບາດໂຄວິດ - 19.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມໄດ້ອອກຄໍາຮຽກຮ້ອງທົ່ວປວງຊົນທັງຊາດຫວຽດນາມ ຮ່ວ​ມ​ແຮງ​ຮ່ວ​ມ​ໃຈ ​ເພື່ອ​ເອົາ​ຊະນະ​ໂລກລະບາດ​ໂຄ​ວິດ - 19

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ (ພາບ: Reuters)

ໃນວັນທີ 30 ມີນາ 2020, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ໄດ້ອອກຄໍາຮຽກຮ້ອງພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈົ່ງສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ມີການກະທໍາ, ປະຕິບັດຢ່າງຂ້ຽວຂາດ ສໍາລັບບັນດາແຜນນະໂຍບາຍຂອງພັກ ແລະ ລັດ, ການຊີ້ນໍາບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ເນັ້ນໜັກວ່່າ: ໃນໄລຍະທີ່ຈະມາເຖິງ ພວກເຮົາຈະຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ຍິ່ງກວ່າທົບຫຼາຍເທົ່າ, ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມກວ່າອີກ ແລະ ເດັດດ່່ຽວກວ່າອີກ. ແຕ່ລະຄົນກໍລ້ວນແຕ່ກາຍເປັນນັກຮົບ ບົນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໃຫ້ຮູ້ວ່າ ຍ້ອນກໍາລັງຢູ່ໃນໄລຍະທີ່ໂລກລະບາດພວມມີການຜັນແປຢ່າງສັບສົນ ສະນັ້ນ ກອງປະຊຸມຜູ້ແທນທົ່ວປະເທດລະຫວ່າງລັດຖະບານກັບທ້ອງຖິ່ນຕ່າງໆເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການກະກຽມໃຫ້ແກ່ໄລຍະຫຼັງໂຄວິດ - 19 ຈະໂຈະໄວ້ຊົ່ວຄາວ ເພື່ອສຸມໃສ່ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ.

ຕອນເຊົ້າວັນທີ 31 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະເປັນປະທານກອງປະຊຸມອອນລາຍທົ່ວປະເທດຂອງລັດຖະບານກັບບັນດາທ້ອງຖິ່ນກ່ຽວກັບບັນດາໜ້າທີ່, ມາດຕະການແກ້ໄຂເພື່ອຮັບມືກັບໂລກລະບາດໂຄວິດ-19.4 ເນື້ອໃນສຳຄັນຈະໄດ້ນຳມາປຶກສາຫາລືທີ່ກອງປະຊຸມສຳຄັນນີ້ລວມມີ: ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ ດຳເນີນທຸລະກິດ, ຊຸກຍູ້ການປ່ອຍເງິນລົງທຶນສາທາລະນະຈຳນວນກວ່າ 30 ຕື້ USD; ຮັບປະກັນຊີວິດສັງຄົມ; ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ.

ຕອນເຊົ້າວັນທີ 30 ມີນາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຕື່ມອີກ 6 ຄົນ,ນອກຈາກຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 04 ຄົນ ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍໃນຕອນບ່າຍວັນທີ 29 ມີນາ ແລ້ວນັ້ນ, ຍັງມີຜູ້ຕິດເຊື້ອຄົນອື່ນໆອີກ 53 ຄົນ ທີ່ມີຜົນກວດເປັນລົບກັບເຊື້ອໄວຣັດ SARS-CoV-2 ແຕ່ 2 ຫາ 4 ເທື່ອ. ຄາດວ່າ ວັນທີ 30 ມີນາ ຈະມີຜູ້ຕິດເຊື້ອ 10 ຄົນຫາຍດີເປັນປົກກະຕິ ແລະ ອອກໂຮງໝໍ ເຊັ່ນດຽວກັນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.