ອົງການອະນາໄມໂລກ WHO ປະກາດວ່າ COVID-19 ແມ່ນ​ໂລກ​ລະ​ບາດ​ທົ່ວ​ໂລກ

07:18 | 13/03/2020

ຍສໝ - WHO ຖື ການແຜ່ລະບາດຂອງ ໂລກພະຍາດອັກເສບປອດ Covid – 19 ທີ່ເກີດຈາກເຊື້ອໄວຣັດ corona ສາຍພັນໃໝ່ (SARS – CoV - 2) ແມ່ນໂລກລະບາດທົ່ວໂລກ.

ໃນກອງປະຊຸມຂ່າວ, ຜູ້ອຳນວຍການໃຫຍ່ WHO, ທ່ານ Ghebreyesus ກ່າວວ່າ ພະຍາດ COVID-19 ແມ່ນພະຍາດລະບາດທຳອິດທີ່ເກີດຈາກເຊື້ອໄວຣັດ Corona. WHO ມີຄວາມລຳບາກໃຈຢ່າງເລິກເຊິ່ງ, ທັງກ່ຽວກັບການແຜ່ລະບາດ ແລະ ຄວາມຮ້າຍແຮງຂອງພະຍາດ.

ອົງການອະນາໄມໂລກ WHO ປະກາດວ່າ COVID-19 ແມ່ນ​ໂລກ​ລະ​ບາດ​ທົ່ວ​ໂລກ

ທ່ານ Ghebreyesus ຜູ້ອຳນວຍການໃຫຍ່ WHO. (ພາບ: baoquocte.vn)

ທ່ານ Ghebreyesus ກໍ່ເນັ້ນໜັກວ່າ ກ່ຽວກັບການຜັນແປໃນປັດຈຸບັນປຽບເໝືອນວ່າ ໂລກລະບາດບໍ່ອາດຈະເຮັດໃຫ້ການຕີລາຄາຂອງ WHO ກ່ຽວກັບໄພນາບຂູ່ຈາກໄວຣັດ SARS – CoV – 2 ມີການປ່ຽນແປງ, ແລະສິ່ງນີ້ບໍ່ໄດ້ເຮັດໃຫ້ປ່ຽນແປງບັນດາສິ່ງ ທີ່ WHO ພວມເຮັດ ແລະ ສິ່ງທີ່ບັນດາປະເທດຕ້ອງເຮັດ.

ວັນທີ 11 ມີນາ, ທົ່ວໂລກໄດ້ສືບຕໍ່ມີຫຼາຍປະເທດ ມີກໍລະນີທຳອິດຂອງການຕິດເຊື້ອໄວຣັດ SARS-CoV-2 ເຊັ່ນ ຢູ່ສາທາລະນະລັດປະຊາທິປະໄຕຄອງໂກ, ໂບລິເວຍ, ຕຸລະກີ, ຮອນດູຣັສ ແລະ Cote d'Ivoire.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.